ຂປລ
ຂປລ. ພິທີຍ່າງເພື່ອສຸຂະພາບ ສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 139 ປີ (1/5/1886-1/5/2025) ຈັດຂຶ້ນໃນວັນທີ 1 ພຶດສະພາ 2025 ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ, ຮອງປະທານ ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງວຽງຈັນ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງງານ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ຂປລ. ພິທີຍ່າງເພື່ອສຸຂະພາບ ສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 139 ປີ (1/5/1886-1/5/2025) ຈັດຂຶ້ນໃນວັນທີ 1 ພຶດສະພາ 2025 ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ, ຮອງປະທານ ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງວຽງຈັນ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງງານ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ໄດ້ຍົກໃຫ້ເຫັນ ປະຫວັດແຫ່ງການກໍາເນີດເຕີບໃຫຍ່ ຂອງວັນກໍາມະກອນສາກົນ ຄົບຮອບ 139 ປີ ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນຍິ່ງ ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນ ໄດ້ເຕົ້າໂຮມ ແລະ ສາມັກຄີກັນ ລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງພົນລະເມືອງ ແລະ ຜົນປະໂຫຍດ ອັນຊອບທຳຂອງຕົນ ຈາກພວກນາຍທຶນ. ໃນທ້າຍສະຕະວັດທີ 18 ຫາ ຕົ້ນສະຕະວັດທີ 19 ມີຫລາຍປະເທດໃນເອີຣົບ ແລະ ອາເມລິກາໄດ້ສໍາເລັດການໂຄ່ນລົ້ມ ລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ບັນດາປະເທດເຫລົ່ານັ້ນ ຈຶ່ງໄດ້ກ້າວເຂົ້າສູ່ການຜະລິດແບບອຸດສາຫະກໍາ, ກໍ່ສ້າງ ແລະ ຂະຫຍາຍໂຮງຈັກ, ໂຮງງານຂຶ້ນຫລາຍແຫ່ງ. ຈາກນັ້ນ,ຈໍານວນກຳມະກອນ ແລະ ຊາວຜູ້ອອກແຮງງານ ກໍໄດ້ເຕີບໃຫຍ່ຂະຫຍາຍຕົວໄປຄຽງຄູ່ກັບການຜະລິດໃນສັງຄົມ. ຢູ່ພາຍໃຕ້ການປົກຄອງ ຂອງພວກນາຍທຶນ ຊົນຊັ້ນກໍາມະກອນ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ຊີວິດການເປັນຢູ່ ນັບມື້ນັບທຸກຍາກ, ລຳບາກ. ພວກນາຍທຶນ ໄດ້ບັງຄັບໃຫ້ກຳມະກອນອອກແຮງງານ 14 ຫາ 15 ຊົ່ວໂມງຕໍ່ມື້ ແຕ່ໄດ້ຄ່າແຮງງານຕໍ່າ. ຍ້ອນສາເຫດດັ່ງກ່າວ ຈຶ່ງມີຫລາຍຂະບວນການຂອງກຳມະກອນລຸກຂຶ້ນຕໍ່ສູ້ເຊັ່ນ: ຂະບວນການຕໍ່ສູ້ລຸກຮືຂຶ້ນ ຂອງກຳມະກອນເກີດຂຶ້ນ ຄັ້ງທຳອິດແມ່ນຢູ່ ປະເທດອັງກິດ ໃນປີ 1764 ເພື່ອປົກປ້ອງເອົາສິດ ແລະ ຜົນປະໂຫຍດອັນຊອບ ທໍາມາສູ່ຕົນເອງ, ຊົນຊັ້ນກໍາມະກອນຈຶ່ງໄດ້ຈັດຕັ້ງ “ ອົງການກໍາມະບານ “ ເປັນຕົວແທນຂອງຕົນຂຶ້ນ ຈຶ່ງເຮັດໃຫ້ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານ ນັບມື້ມີການຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ໃນປີ 1830 ຊຶ່ງເປັນຂະບວນການຕໍ່ສູ້ ທີ່ກວ້າງຂວາງທົ່ວປະເທດ ຂອງຊົນຊັ້ນກຳມະກອນ. ຕໍ່ມາຂະບວນການລຸກຮືຂຶ້ນຂອງກຳມະກອນ ຢູ່ ປະເທດຝຣັ່ງ ເມືອງ ລີອົງ, ໃນປີ 1831 ໃນເບື້ອງຕົ້ນຂະບວນປະທ້ວງແບບສັນຕິ ຮຽກຮ້ອງໃຫ້ເຈົ້າຂອງໂຮງຈັກ, ໂຮງງານ ເພີ່ມເງິນເດືອນ, ປັບປຸງເງື່ອນໄຂສະຖານທີເຮັດວຽກ ແຕ່ຖືກຊົນຊັ້ນນາຍທຶນປາບປາມ ດ້ວຍການໃຊ້ປືນຍິງໃສ່ມວນຊົນ. ຕໍ່ເຫດການດັ່ງກ່າວ, ກຳມະກອນຈຶ່ງຕ້ອງຈັບປືນລຸກຂຶ້ນຕ້ານຄືນ ແລະ ຢຶດໄດ້ຕົວເມືອງເປັນເວລາສາມວັນ. ຕໍ່ມາຂະບວນການດັ່ງກ່າວ ໄດ້ຖືກສະຫລາຍຕົວ ຍ້ອນພວກນາຍທຶນປາບປາມ ຢ່າງຮຸນແຮງ. ໃນເດືອນ ພະຈິກ ປີ 1884 ຢູ່ເມືອງຫລວງ ຊີກາໂກ້ ຂອງ ປະເທດສະຫະລັດອາເມລິກາ ຊົນຊັ້ນກຳມະກອນ ໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງ ເພື່ອທວງໃຫ້ມີການເພີ່ມເງິນເດືອນ, ຫລຸດຜ່ອນຊົ່ວໂມງເຮັດວຽກ, ຮຽກຮ້ອງໃຫ້ກໍາມະກອນ ແລະ ຊາວຜູ້ອອກແຮງງານ ລຸກຂຶ້ນຕໍ່ສູ້ທວງເອົາ ສິດຂອງຕົນ. ຂະບວນກຳມະກອນ ຢູ່ປະເທດເຢຍລະມັນ ໃນປີ 1884 ໄດ້ມີການລຸກຮືຂຶ້ນ ໃນຂະບວນການປະທ້ວງ ຂອງກຳມະກອນຕໍ່າແຜ່ນ ເຮັດໃຫ້ມີຫລາຍຄົນຖືກຈັບ. ຕໍ່ຂະບວນການດັ່ງກ່າວ ໄດ້ເປັນເຫດການທາງດ້ານປະຫວັດສາດ ທີ່ຍິ່ງໃຫຍ່ຂອງຂະບວນການກຳມະກອນ ປະເທດເຢຍລະມັນ ແລະ ສົ່ງຜົນກະທົບຕໍ່ຂະບວນການຕໍ່ສູ້ ຂອງກໍາມະກອນ ຢູ່ບັນດາປະເທດ ເອີຣົບ ແລະ ອາເມລິກາ ໃນສັດຕະວັດ ທີ 19.

ມາຮອດວັນທີ 1 ພຶດສະພາ 1886 ໄດ້ມີເຫດການ ທີ່ມີຄວາມໝາຍທາງດ້ານປະຫວັດສາດຂອງຂະບວນການກຳມະກອນ ປະເທດອາເມລິກາ ແມ່ນການເດີນປະທ້ວງໃຫຍ່ທີ່ສຸດ. ຂະບວນການດັ່ງກ່າວ, ໄດ້ຮຽກຮ້ອງເອົາສິດທິໃນການອອກແຮງງານ ມື້ໜຶ່ງ 8 ຊົ່ວໂມງ (8ຊົ່ວໂມງເຮັດ ວຽກ, 8 ຊົ່ວໂມງພັກຜ່ອນ, 8 ຊົ່ວໂມງໃຫ້ໄດ້ມີໂອກາດໄດ້ຮໍ່າຮຽນ). ໃນມື້ນັ້ນໄດ້ມີກໍາມະກອນພາກັນນັດຢຸດງານ ເຖິງ 5.000 ແຫ່ງ ໃນຕົວເມືອງໃຫຍ່ຂອງປະເທດສະຫະລັດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ, ແລະ ອື່ນໆ, ໄດ້ດຶງດູດກຳມະກອນ ຈຳນວນ 340.000 ພັນຄົນ ພ້ອມກັນແຫ່ປະທ້ວງຕາມເສັ້ນທາງ, ພາຍໃຕ້ການນໍາພາຂອງສະຫະພັນແຮງງານອາເມລິກາ ເຖິງວ່າ ການປະທ້ວງຈະຖືກປາບປາມ, ກຳມະກອນຖືກລົ້ມຕາຍ, ຖືກບາດເຈັບ, ແຕ່ສຸດທ້າຍຂະບວນການດັ່ງກ່າວ ກໍໄດ້ຮັບໄຊຊະນະ ຢູ່ບ່ອນວ່າ: ໄດ້ມີກຳມະກອນ ຈຳນວນ 182.000 ຄົນ ໄດ້ເຮັດວຽກ ມື້ໜຶ່ງ 8 ຊົ່ວໂມງ ຫລາຍກວ່າໝູ່ແມ່ນ ກຳມະກອນໃນຂະແໜງກໍ່ສ້າງ. ຈາກຂະບວນການຕໍ່ສູ້ດັ່ງກ່າວ, ໃນກອງປະຊຸມໃຫຍ່ພັກຄອມມູນິດສາກົນ ຄັ້ງທີ 2 ທີ່ຈັດຂຶ້ນຢູ່ນະຄອນຫລວງປາຣີ, ປະເທດຝຣັ່ງ ໃນວັນທີ 14 ພຶດສະພາ ປີ 1889 ຈຶ່ງໄດ້ຮັບຮອງເອົາ ວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ ຈົນມາເຖິງປັດຈຸບັນນີ້.

ນັບແຕ່ນັ້ນມາ, ວັນທີ 1 ພຶດສະພາ ໄດ້ກາຍເປັນວັນບຸນໃຫຍ່ ທີ່ມີຄວາມໝາຍສຳຄັນຢ່າງຍິ່ງຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນບຸນມະຫາສາມັກຄີ ທີ່ຊົນຊັ້ນກຳມະກອນ ທີ່ໄດ້ສະແດງພະລັງແຮງ ທີ່ເຂັ້ມແຂງຂອງຕົນ ແລະ ມີການສະເຫລີມສະຫລອງຢ່າງຄຶກຄື້ນ ໃນແຕ່ລະປີ ຢູ່ຫລາຍປະເທດ ທົ່ວໂລກ.
ໂອກາດນີ້, ທ່ານ ເລັດ ໄຊຍະພອນ ຍັງໄດ້ ຕາງໜ້າຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຮຽກຮ້ອງມາຍັງການຈັດຕັ້ງ ພັກ-ລັດ, ການຈັດຕັ້ງກໍາມະບານແຕ່ລະຂັ້ນ, ຫົວໜ່ວຍແຮງງານ ແລະ ສັງຄົມ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຕໍ່ກັບການສຶກສາອົບຮົມ, ຊ່ວຍເຫລືອ, ກໍ່ສ້າງ ແລະ ພັດທະນາຊົນຊັ້ນກໍາມະກອນລາວ, ຜູ້ອອກແຮງງານລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນນະພາບ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ໃນການເຊື່ອມໂຍງເຂົ້າກັບສາກົນໃນໄລຍະໃໝ່, ພ້ອມກັນ ເຫັນຄຸນຄ່າຂອງແຮງງານກໍາມະກອນ, ຜູ້ອອກແຮງງານລາວ ແລະ ປົກປ້ອງສິດ ຜົນປະໂຫຍດອັນຊອບທໍາ ຂອງເຂົາເຈົ້າ ດ້ວຍການໃຫ້ກຽດສັກສີ, ຄວາມສະເໜີພາບ, ລາຍຮັບທີ່ເປັນທຳ ແລະ ການອອກແຮງງານທີ່ປອດໄພ. ຮຽກຮ້ອງມາຍັງກໍາມະກອນ ແລະ ຜູ້ອອກແຮງງານລາວ ຈົ່ງສາມັກຄີ, ປຸ້ມລຸມກັນ ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນກຳລັງແຮງງານທີ່ມີລະບຽບວິໄນໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້, ມູນເຊື້ອອັນດີງາມ ຂອງຊົນຊັ້ນກໍາມະກອນລາວ ແລະ ກາຍເປັນກໍາລັງຫລັກແຫລ່ງ ໃນຂະບວນການສ້າງສາ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ.

ຂ່າວ: ທະນູທອງ
ພາບ: ອ່າຍຄຳ
KPL