ເພີ່ມທະວີການເຝົ້າລະວັງ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໄຂ້ເລືອດດໍາ

05/05/2025 10:39
Email Print 243
ຂປລ ຂປລ. ປັດຈຸບັນພະຍາດໄຂ້ເລືອດດໍ ກຳລັງລະບາດຢູ່ຈັງຫວັດມຸກດາຫານ, ປະເທດໄທ ເຊິ່ງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມ ເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ ເຮັດໃຫ້ສັດລ້ຽງຕາຍ ເປັນຈຳນວນຫລາຍ.



ຂປລ. ປັດຈຸບັນພະຍາດໄຂ້ເລືອດດໍ ກຳລັງລະບາດຢູ່ຈັງຫວັດມຸກດາຫານ
, ປະເທດໄທ ເຊິ່ງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມ ເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ ເຮັດໃຫ້ສັດລ້ຽງຕາຍ ເປັນຈຳນວນຫລາຍ. ພະຍາດດັ່ງກ່າວ, ເກີດຈາກເຊື້ອກາລະໂລກ ທີ່ມີຊື່ວ່າ ບາຊິລັສ ແອນແທັກຊິສ (Bacillus Anthracis) ເຊື້ອພະຍາດນີ້ ສາມາດສ້າງສະປໍ ແລະ ມີຄວາມທົນທານຕໍ່ສະພາບແວດລ້ອມສູງ ໂດຍເຊື້ອພະຍາດ ຈະກະຈາຍຢູ່ຕາມທົ່ງຫຍ້າ ແລະ ຝັງໂຕຢູ່ໃນດິນ ໄດ້ເປັນເວລາດົນ, ສັດທີ່ໄດ້ຮັບເຊື້ອຈະມີອາການເລືອດເປັນພິດຢ່າງຮ້າຍແຮງ ເຮັດໃຫ້ເມັດເລືອດແດງແຕກ ແລ້ວສັດຈະສົ່ງເຊື້ອອອກທາງອາຈົມ, ນ້ຳຢຽວ, ນ້ຳນົມ, ເລືອດ ແລະ ອື່ນໆ. ພະຍາດໄຂ້ເລືອດດຳ ສາມາດຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດ ທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

 ສະນັ້ນ, ເພື່ອກະກຽມຄວາມພ້ອມໃນການຮັບມື ແລະ ເພື່ອເປັນການເຝົ້າລະວັງ, ປ້ອງກັນ ແລະ ສະກັດກັນ ພະຍາດໄຂ້ເລືອດດໍາ ທີ່ກຳລັງລະບາດຢູ່ປະເທດໄທ ແລະ ຮັບປະກັນ ບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ແຜ່ລາມ ເຂົ້າມາ ສປປ ລາວ. ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການໃຫ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫລວງວຽງຈັນ ໂດຍສະເພາະ ບັນດາແຂວງທີ່ມີຊາຍແດນ ເຊື່ອມຕໍ່ກັບປະເທດໄທ ໃນຂອບເຂດທົ່ວປະເທດ ໂຈະການນຳເຂົ້າ ແລະ ສົ່ງຜ່ານສັດ ແລະ ຜະລິດຕະພັນສັດ ປະເພດ ງົວ, ຄວາຍ, ມ້າ, ໝູ, ແກະ ແລະ ແບ້ ຈາກປະທດໄທ ຢ່າງເດັດຂາດ ຈົນກວ່າສະພາບການລະບາດ ຂອງພະຍາດດັ່ງກ່າວ, ຈະກັບຄືນສູ່ສະພາບປົກກະຕິ ຫລື ຈົນກວ່າຈະມີການ ອອກແຈ້ງການ ເພື່ອລຶບລ້າງ ແຈ້ງການສະບັບນີ້.

ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫລວງວຽງຈັນ ສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຊີ້ນຳບັນດາ ດ່ານກວດກາສັດຕະວະແພດສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທີ່ເຊື່ອມຕໍ່ກັບປະເທດໄທ ເອົາໃຈໃສ່ ປະຕິບັດມາດຕະການ ປ້ອງກັນພະຍາດຢ່າງເຄັ່ງຄັດ ໂດຍເຂັ້ມງວດກວດກາ ແລະ ຫ້າມບໍ່

ໃຫ້ນຳເຂົ້າ ແລະ ສົ່ງຜ່ານສັດ ແລະ ຜະລິດຕະພັນສັດ ຈາກຣາຊະອານາຈັກໄທ ຢ່າງເດັດຂາດ. ພ້ອມກັນນັ້ນ, ຢູ່ຈຸດຜ່ານດ່ານແຕ່ລະຈຸດ ກໍໃຫ້ດໍາເນີນການສີດພົ່ນຢາຂ້າເຊື້ອ ຍານພາຫານະ ທຸກປະເພດ ທີ່ເຂົ້າມາ ຈາກຣາຊະອານາຈັກໄທ; ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫລວງວຽງຈັນ ສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອແຈ້ງການ ໃຫ້ອຳນາດການປົກຄອງບ້ານ, ຕາໜ່າງສັດຕະວະແພດບ້ານ, ຜູ້ປະກອບການ ແລະ ຊາວກະສິກອນຜູ້ລ້ຽງສັດ ເພີ່ມທະວີການເຝົ້າລະວັງ ແລະ ຕິດຕາມສະພາບຂອງສັດລ້ຽງ ທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງຕົນຢ່າງໄກ້ຊິດ, ກໍລະນີຫາກພົບເຫັນ ຫລື ສົງໃສ ຕິດພະຍາດໄຂ້ເລືອດດໍາ ທັງໃນສັດລ້ຽງ ແລະ ຄົນໃຫ້ ແຈ້ງຕໍ່ເຈົ້າໜ້າທີ່ໆກ່ຽວຂ້ອງຢ່າງຮີບດ່ວນ. ຖ້າກໍລະນີເກີດມີສັດຕາຍ ໃຫ້ແຈ້ງຕໍ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍທັນທີເພື່ອລົງຕິດຕາມ, ກວດກາ ແລະ ບົ່ງມະຕິພະຍາດ ໃຫ້ທັນກັບສະພາບການ, ຫ້າມບໍ່ໃຫ້ຜ່າຊາກ ສັດຕາຍ ແລະ ນຳຊີ້ນສັດຕາຍ ໄປບໍລິໂພກ ແລະ ຂາຍ ຢ່າງເດັດຂາດ.

ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫລວງວຽງຈັນ ສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ຈັດຕັ້ງໂຄສະນາ ແລະ ເຜີຍແຜ່ ໃຫ້ຄວາມຮູ້ແກ່ກະສິກອນ ແລະ ຜູ້ປະກອບການ ເພື່ອໃຫ້ເຂົ້າໃຈກ່ຽວກັບຜົນກະທົບ ແລະ ຄວາມອັນຕະລາຍ ຂອງພະຍາດໄຂ້ເລືອດດຳ, ພ້ອມທັງ ແນະນຳໃຫ້ເອົາໃຈໃສ່ ການດູແລຮັກສາສຸຂະພາບສັດ, ການປ້ອງກັນພະຍາດສັດ ແລະ ການອານາໄມ ຂ້າເຊື້ອບ່ອນຢູ່ອາໃສຂອງສັດລ້ຽງ;ໃຫ້ພະແນກ ກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫລວງວຽງຈັນ ຊີ້ນໍາຂະແໜງລ້ຽງສັດ ແລະ ການປະມົງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ລົງເຄື່ອນໄຫວສັກຢາວັກຊິນປ້ອງກັນພະຍາດ ໃຫ້ສັດລ້ຽງຂອງປະຊາຊົນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ທ່ວງທັນ ຕາມລະດູການຢ່າງປົກກະຕິ ແລະ ຕໍ່ເນື່ອງ. ສໍາລັບເຂດທີ່ມີຄວາມສ່ຽງສູງ ຕໍ່ການລະບາດຂອງພະຍາດໄຂ້ເລືອດດຳ ແມ່ນໃຫ້ດໍາເນີນການສັກຢາ ປ້ອງກັນພະຍາດໄຂ້ເລືອດດຳ ໃຫ້ສັດລ້ຽງ ຢ່າງຮີບດ່ວນ ແລະ ທົ່ວເຖິງ; ໃນກໍລະນີ ການຈັດຕັ້ງປະຕິບັດວຽກງານຕົວຈິງ ຫາກພົບຄວາມຫຍຸ້ງຍາກ ໃຫ້ລາຍງານການນໍາຂັ້ນແຂວງ ແລະ ການນຳກະຊວງຮັບຊາບ ເພື່ອພິຈາລະນາ ຢ່າງຮີບດ່ວນ.

KPL

ຂ່າວອື່ນໆ

    • ໂຮງງານມິດຕະພາບລາວ-ຫວຽດນາມ ພົ້ນເດັ່ນ ໃນການຜະລິດ ແລະ ສ້ອມແປງ ຮັບໃຊ້ກອງທັບວັດທະນະທຳ-ສັງຄົມ

      ໂຮງງານມິດຕະພາບລາວ-ຫວຽດນາມ ພົ້ນເດັ່ນ ໃນການຜະລິດ ແລະ ສ້ອມແປງ ຮັບໃຊ້ກອງທັບ

      5/2/2025 7:36:16 PM

      ຂປລ. ໂຮງງານມິດຕະພາບລາວ-ຫວຽດນາມ ເປັນໂຮງງານໜຶ່ງ ຂອງກະຊວງປ້ອງກັນປະເທດ ພາຍໃຕ້ການຊີ້ນໍາລວມຂອງກົມໃຫຍ່ເຕັກນິກກອງທັບ, ຊີ້ນໍາໂດຍກົມອຸດສາຫະກຳປ້ອງກັນຊາດ, ມີພາ ລະບົດບາດໜ້າທີສ້ອມແປງຟື້ນຟູພາຫະນະເຕັກນິກລົດ ແລະ ຜະລິດບັນດາຜະລິດຕະພັນຕ່າງໆ ຮັບໃຊ້ໃຫ້ແກ່ກອງທັບ, ເປັນບ່ອນຝຶກງານ, ຝຶກອົບຮົມວິຊາການ-ນາຍຊ່າງ ໃຫ້ແກ່ນັກຮຽນ, ນັກສຶກສາ ພາຍໃນກອງທັບ ແລະ ພາກລັດ, ທັງເປັນບ່ອນຝຶກຝົນຫລໍ່ຫລອມພະນັກງານນໍາພາ-ບັນຊາໃຫ້ກາຍເປັນພະ ນັກງານຫລັກແຫລ່ງ

    • ຍ່າງເພື່ອສຸຂະພາບ ສະຫລອງ ວັນກຳມະກອນສາກົນ ຄົບຮອບ 139 ປີວັດທະນະທຳ-ສັງຄົມ

      ຍ່າງເພື່ອສຸຂະພາບ ສະຫລອງ ວັນກຳມະກອນສາກົນ ຄົບຮອບ 139 ປີ

      5/1/2025 12:55:46 PM

      ຂປລ. ພິທີຍ່າງເພື່ອສຸຂະພາບ ສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 139 ປີ (1/5/1886-1/5/2025) ຈັດຂຶ້ນໃນວັນທີ 1 ພຶດສະພາ 2025 ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ, ຮອງປະທານ ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງວຽງຈັນ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງງານ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.

    • ວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເນີນ 1ວັດທະນະທຳ-ສັງຄົມ

      ວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເນີນ 1

      4/30/2025 4:58:16 PM

      ຂປລ. ພິທີວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ເມືອງໜອງແຮດ, ແຂວງຊຽງຂວາງ ຈັດ​ຂຶ້ນໃນວັນທີ 29 ເມສາ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍການນຳແຂວງຊຽງຂວາງ ແລະ ແຂວງຫົວພັນ, ທ່ານ ສູນທອນ ຊາບັນດິດ ປະທານບໍລິສັດ ເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ຈຳກັດຜູ້ດຽວ, ພ້ອມ​ຄະນະບໍລິຫານບໍລິສັດ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ສຳມະນາວິທະຍາສາດ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກສາທາລະນະສຸກວັດທະນະທຳ-ສັງຄົມ

      ສຳມະນາວິທະຍາສາດ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກສາທາລະນະສຸກ

      4/30/2025 4:52:22 PM

      ຂປລ. ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສາທາລະນະສຸກ ຈັດສຳມະນາວິທະຍາສາດ ລະດັບກະຊວງ ພາຍໃຕ້ຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານສາທາລະນະສຸກ” ໃນວັນທີ 30 ເມສາ 2025

    • ສາຍການບິນຫວຽດເຈັດຂະຫຍາຍສາຍການບິນ ແລະ ເປີດເສັ້ນທາງບິນກົງໃໝ່ໄປຍີ່ປຸ່ນວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດຂະຫຍາຍສາຍການບິນ ແລະ ເປີດເສັ້ນທາງບິນກົງໃໝ່ໄປຍີ່ປຸ່ນ

      4/30/2025 2:09:41 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຕ້ອນຮັບເຮືອບິນ Airbus A321neo ACF ລຸ້ນໃໝ່ ເພື່ອ ພັດທະນາສາຍການບິນໃຫ້ທັນສະໄໝຂຶ້ນ. ນອກ​ນັ້ນ,​ຍັງ​ມີ​ການ​ເປີດ​ຕົວ​ເສັ້ນທາງ​ບິນໂດຍກົງ​ໃໝ່​ທີ່​ເຊື່ອມ​ຕໍ່​ກັບນະຄອນ​ໂຮ່ຈີ່​ມິງ ​ກັບ Nagoya ​ແລະ Fukuoka ປະເທດຍີ່ປຸ່ນ

ads
ads

Top