ສສ ຫວຽດນາມ-ອິນໂດເນເຊຍ ເພີ່ມການຮ່ວມມືດ້ານເສດຖະກິດ-ການຄ້າ

05/05/2025 16:21
Email Print 100
ຂປລ ນັບແຕ່ເມື່ອສ້າງຕັ້ງ ການພົວພັນ ທາງການທູດແຕ່ປີ 1955 ມາຮອດ ປັດຈຸບັນ, ການພົວພັນ ລະຫວ່າງ ສສ ຫວຽດນາມ - ອິນໂດເນເຊຍ ຍາມໃດກໍ່ໄດ້ຮັບ ການພັດທະນາ ຢ່າງແຮງ ໃນທຸກຂົງເຂດ. ຫວຽດນາມ ແລະ ອິນໂດເນເຊຍ ແມ່ນໜຶ່ງ ໃນບັນດາ ຄູ່ຮ່ວມມື ສຳຄັນ ແຖວໜ້າ ຂອງກັນ ຢູ່ພາກພື້ນ, ໃນນັ້ນ, ການຮ່ວມມື ດ້ານເສດຖະກິດ, ການຄ້າໄດ້ມີບາດກ້າວ ພັດທະນາ ຢ່າງໃຫຍ່ຫລວງ, ກາຍເປັນຈຸດພົ້ນເດັ່ນ ໃນການພົວພັນຂອງ 2 ປະເທດ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ນັບແຕ່ເມື່ອສ້າງຕັ້ງ ການພົວພັນ ທາງການທູດແຕ່ປີ 1955 ມາຮອດ ປັດຈຸບັນ, ການພົວພັນ ລະຫວ່າງ ສສ ຫວຽດນາມ - ອິນໂດເນເຊຍ  ຍາມໃດກໍ່ໄດ້ຮັບ ການພັດທະນາ ຢ່າງແຮງ ໃນທຸກຂົງເຂດ. ຫວຽດນາມ ແລະ ອິນໂດເນເຊຍ ແມ່ນໜຶ່ງ ໃນບັນດາ ຄູ່ຮ່ວມມື ສຳຄັນ ແຖວໜ້າ ຂອງກັນ ຢູ່ພາກພື້ນ, ໃນນັ້ນ, ການຮ່ວມມື ດ້ານເສດຖະກິດ, ການຄ້າໄດ້ມີບາດກ້າວ ພັດທະນາ ຢ່າງໃຫຍ່ຫລວງ, ກາຍເປັນຈຸດພົ້ນເດັ່ນ ໃນການພົວພັນຂອງ 2 ປະເທດ. ສຳລັບ ການຄ້າ 2 ສົ້ນ, ສສ ຫວຽດນາມ ແລະ ອິນໂດເນເຊຍ ໃນປີ 2024 ບັນລຸການເຕີບໂຕຢ່າງຕໍ່ເນື່ອງ. ປະຈຸບັນ ໃນ ອາຂຽນ, ອິນໂດເນເຊຍ ແມ່ນຄູ່ຄ້າໃຫຍ່ທີ 3 ຂອງ ສສ ຫວຽດນາມ ແລະ ສສ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ທີ 4 ຂອງ ອິນໂດເນເຊຍ. ການຄ້າ ລະຫວ່າງ 2 ປະເທດ ໄດ້ລື່ນກາຍລະດັບ 16 ຕື້ໂດລາສະຫະລັດ ໃນທ້າຍປີ 2024, ໃນນັ້ນ, ຄາດວ່າ ການສົ່ງອອກຈາກ ສສ ຫວຽດນາມ ໄປຍັງ ອິນໂດເນເຊຍ ບັນລຸກວ່າ 6 ຕື້ ໂດລາສະຫະລັດ, ເຊິ່ງແມ່ນຕົວເລກສູງທີ່ສຸດນັບແຕ່ກ່ອນ ມາຮອດປະຈຸບັນ. ສະນັ້ນ, ວົງເງິນການຄ້າ 2 ສົ້ນໄດ້ເພີ່ມຂຶ້ນທົບ 4 ເທົ່າໃນໄລຍະ 10 ປີຜ່ານມາ”.ຈາກນັ້ນ ທ່ານ ເຈິ່ນມິງຮຸ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ໄດ້ຕີລາຄາສູງ ກ່ຽວກັບຜົນງານໃນການຮ່ວມມື ດ້ານເສດຖະກິດ - ການຄ້າ ລະຫວ່າງ 2 ປະເທດ ທີ່ກອງປະຊຸມສຳມະນາ “ຫວຽດນາມ - ອິນໂດເນເຊຍ ມຸ່ງໄປເຖິງປີ 2045: ເພີ່ມທະວີ ການພົວພັນຄູ່ ຮ່ວມມື, ເປີດກວ້າງ ແລະ ເຮັດໃຫ້ນ້ຳໃຈ ມິດຕະພາບເລິກເຊິ່ງຂຶ້ນຕື່ມ” ເຊິ່ງຈັດຂຶ້ນ ໃນທ້າຍເດືອນ ມີນາ ຜ່ານມາ. ປະຈຸບັນ, ສສ ຫວຽດນາມ ແມ່ນນັກສະໜອງທີ່ມີອິດທິພົນຊື່ສຽງ ດ້ວຍຫລາຍຜະລິດຕະພັນ ໃຫ້ແກ່ຕະຫລາດ ອິນໂດເນເຊຍ, ຄື: ເຂົ້າສານ, ກາເຟ, ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ, ໂທລະສັບມືຖື, ເຄື່ອງຈັກ. ວົງເງິນສົ່ງອອກ ບັນດາຜະລິດຕະພັນນີ້ ໄປຍັງ ອິນໂດເນເຊຍ ລ້ວນແຕ່ບັນລຸປະມານ 500 ລ້ານໂດລາສະຫະລັດຕໍ່ປີ. ດ້ານອື່ນ, ມີຫລາຍຜະລິດຕະພັນ ທີ່ມີທ່າແຮງຂອງ ອິນໂດເນເຊຍ, ຄື: ຖ່ານຫີນ, ຜະລິດຕະພັນ ເຊື້ອເພີງ, ລົດໂອໂຕ ກໍ່ໄດ້ຮັບຄວາມສົນໃຈ ຂອງບັນດາວິສາຫະກິດ ຫວຽດນາມ, ນຳເຂົ້າ. ທ່ານ ນາງ ຟານທິຢ້ຽວລິງ, ຮອງຫົວໜ້າຫ້ອງການ ອາຊີຕາເວັນອອກສ່ຽງໃຕ້ - ອາຊີໃຕ້ ແລະ ການຮ່ວມມືພາກພື້ນ, ກົມພັດທະນາຕະຫລາດຕ່າງປະເທດ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ຕີລາຄາວ່າ: ເພື່ອບັນລຸໄດ້ໝາກຜົນ ການເຕີບໂຕ ດ້ານການຄ້າ ຢ່າງຕັ້ງໜ້າ ຄືດັ່ງກ່າວ ນອກຈາກ ຍ້ອນຄວາມເອົາໃຈໃສ່ຊີ້ນຳ ຂອງການນຳຂັ້ນສູງ; ການຮ່ວມມືກັນ ຢ່າງແໜ້ນແຟ້ນຂອງບັນດາກະຊວງ, ອົງການ, ຄະນະ, ຂະແໜງການ, ສະຫະສະມາຄົມ; ຄວາມມານະພະຍາຍາມ ແລະ ຕັ້ງໜ້າຂອງວິສາຫະກິດ, ກໍ່ຍັງມີບົດບາດສຳຄັນທີ່ສຸດ ຂອງກະແສການລົງທຶນອອກສູ່ ຕ່າງປະເທດ ຂອງວິສາຫະກິດ ຫວຽດນາມ ແລະ ອິນໂດເນເຊຍ”.ໄລ່ຮອດປີ 2023, ອິນໂດເນເຊຍ ໄດ້ລົງທຶນເຂົ້າ ສສ ຫວຽດນາມ ມີຫລາຍກວ່າ 300 ໂຄງການ, ດ້ວຍຍອດທຶນຈົດທະບຽນ ປະມານ 800 ລ້ານໂດລາສະຫະລັດ. ມີຫລາຍກຸ່ມບໍລິສັດ, ບໍລິສັດຂອງ ອິນໂດເນເຊຍ ພວມລົງທຶນ ແລະ ດຳເນີນທຸລະກິດ ບັນລຸຜົນສຳເລັດຢູ່ ສສ ຫວຽດນາມ, ຄື: Ciputra, Traveloka, Vietmindo Energitama, ກົງກັນຂ້າມ, ມີວິສາຫະກິດ, ກຸ່ມບໍລິສັດໃຫຍ່ ຈຳນວນໜຶ່ງຂອງ ສສ ຫວຽດນາມ ໄດ້ລົງທຶນ ແລະ ສ້າງຂີດໝາຍ ຢູ່ຕະຫລາດ ອິນໂດເນເຊຍ, ຄື: Vingroup, FPT, Era Blue. ຕາມບັນດານັກລົງທຶນແລ້ວ, ໜຶ່ງໃນບັນດາຂົງເຂດ ມີແງ່ຫວັງທີ່ສຸດແມ່ນ ພະລາທິການ ແລະ ຄົມມະນາຄົມສີຂຽວ ເຊິ່ງ VinFast ແມ່ນຕົວຢ່າງໜຶ່ງ. ໂດຍສະແດງຄວາມຫວັງຕໍ່ ຄວາມສາມາດບົ່ມຊ້ອນ ໃນການຂຸດຄົ້ນ ຕະຫລາດ ອິນໂດເນເຊຍ ໃນຂົງເຂດລົດໄຟຟ້າໃຫ້ VinFast ເວົ້າສະເພາະ ແລະ ບັນດາວິສາຫະກິດ ຫວຽດນາມ ເວົ້າລວມ, ທ່ານ ຫງວຽນດິ່ງຈຽນ, ຜູ້ອຳນວຍການຝ່າຍການລົງທຶນ, ບໍລິສັດຫຸ້ນສ່ວນຜະລິດ ແລະ ດຳເນີນທຸລະກິດ VinFast, ໃຫ້ຮູ້ວ່າ: ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອຂຸດຄົ້ນໃນຂົງເຂດ ລົດໄຟຟ້າຢູ່ ອິນໂດເນເຊຍ, ເມື່ອອັດຕາຜູ້ນຳໃຊ້ ລົດໄຟຟ້າຢູ່ ອິນໂດເນເຊຍ ຫາກໍ່ບັນລຸ 8%. ອິນໂດເນເຊຍ ແມ່ນປະເທດສຳຄັນທີ່ສຸດ, ຍາມໃດກໍ່ເປັນໃຈກາງ ຂອງການປະຕິວັດລົດໄຟຟ້າຢູ່ ອາຊີ ຕາເວັນອອກ ສ່ຽງໃຕ້, ດ້ວຍຈຳນວນ 68% ປະຊາກອນ ໃນເກນອາຍຸ ອອກແຮງງານ, ລະດັບເຕີບໂຕເສດຖະກິດສູງ ແລະ ເປັນປົກກະຕິ, ພ້ອມກັນນັ້ນ, ຍັງມີການໜູນຊ່ວຍ ຫລາຍພໍສົມຄວນ ຈາກລັດຖະບານ ສຳລັບ ການນຳໃຊ້ລົດໄຟ້ຟ້າ”. ໃນການຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໃນເດືອນ ມີນາ ຜ່ານມາ, ສສ ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຍົກລະດັບ ການພົວພັນຂຶ້ນ ເປັນຄູ່ຮ່ວມມື ຍຸດທະສາດ ຢ່າງຮອບດ້ານ, ວາງອອກເປົ້າໝາຍການຄ້າ 18 ຕື້ໂດລາສະຫະລັດ. ໃນປີ 2028, ໃຫ້ຄຳໝັ້ນສັນຍາເຮັດໃຫ້ການພົວພັນ ດ້ານເສດຖະກິດ ໃຫ້ເລິກເຊິ່ງ ຂຶ້ນຕື່ມ. ແນ່ນອນວ່າ, ນີ້ຈະແມ່ນປະຖົມປັດໄຈ ເພື່ອໃຫ້ການຮ່ວມມື ດ້ານເສດຖະກິດ-ການຄ້າຂອງ ສສ ຫວຽດນາມ-ອິນໂດເນເຊຍ ບັນລຸຜົນງານໃໝ່ ຫລາຍຢ່າງ ໃນໄລຍະຈະມາເຖິງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top