ຂປລ
ທ່ານ ຊຸຈິໂອໂນ,ລັດຖະມົນຕີ ກະຊວງການຕ່າງປະເທດ ອິນໂດເນເຊຍ ຈະເດີນທາງ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ອົງການບຣິກສ ທີ່ຈະຈັດຂຶ້ນ ຢູ່ນະຄອນຣີໂອເດີຈາເນໂຣຂອງ ບຣາຊິນໃນ ລະຫວ່າງ ວັນທີ 28-29 ເມສານີ້.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ອີງຕາມໜັງສືພິມ ຈາກາຕາໂພສ ຂອງອິນໂດເນເຊຍ ລາຍງານວ່າ: ທ່ານ ຊຸຈິໂອໂນ,ລັດຖະມົນຕີ ກະຊວງການຕ່າງປະເທດ ອິນໂດເນເຊຍ ຈະເດີນທາງ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ອົງການບຣິກສ ທີ່ຈະຈັດຂຶ້ນ ຢູ່ນະຄອນຣີໂອເດີຈາເນໂຣຂອງ ບຣາຊິນໃນ ລະຫວ່າງ ວັນທີ 28-29 ເມສານີ້. ນີ້ແມ່ນ ເທື່ອທໍາອິດທີ່ ອິນໂດເນເຊຍ ເຂົ້າຮ່ວມ ກອງປະຊຸມ ລະດັບສູງ ຂອງອົງການບຣິກສ ໃນຖານະ ເປັນປະເທດ ສະມາຊິກ ພາຍຫລັງ ອິນໂດເນເຊຍ ເຂົ້າຮ່ວມກົນໄກ ການຮ່ວມມື ບຣິກສ ຢ່າງເປັນທາງການ ກ່ອນໜ້ານີ້ 3 ເດືອນ.ກອງປະຊຸມຄັ້ງນີ້ ຈັດຂຶ້ນ ໃນໄລຍະເວລາ ທີ່ການຄ້າໂລກ ແລະ ຕ່ອງໂສ້ ການສະໜອງ ທົ່ວໂລກ ຜະເຊີນໜ້າກັບ ສິ່ງທ້າທາຍ ເນື່ອງຈາກ ນະໂຍບາຍ ພາສີ ຂອງ ສ.ອາເມລິກາ. ໃນຖານະ ທີ່ເປັນປະເທດ ປະທານ ໝູນວຽນ, ບຣາຊິນ ໄດ້ກໍານົດຫົວຂໍ້ ຕົ້ນຕໍ ຂອງກອງປະຊຸມ ຄັ້ງນີ້ວ່າ “ເພີ່ມທະວີ ການຮ່ວມມື ສາກົນ ເຂດໂລກໃຕ້ ເພື່ອບັນລຸ ການບໍລິຫານ ແບບກວມລວມ ແລະ ແບບຍືນຍົງ”, ພ້ອມທັງ ມີແຜນຈະສຸມໃສ່ ຊຸກຍູ້ການຮ່ວມມື ໃນຂົງເຂດຕ່າງໆ ລະຫວ່າງ ປະເທດສະມາຊິກ ໃຫ້ກ້າວສູ່ລວງເລິກ ເຊັ່ນ: ການພັດທະນາສັງຄົມ, ການເຕີບໂຕ ດ້ານເສດຖະກິດ, ການອະນຸລັກ ຮັກສາ ສິ່ງແວດລ້ອມ ແລະ ອື່ນໆ./.
ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL