ສ.ອາເມລິກາ ປັບຂຶ້ນລາຄາສິນຄ້າເອເລັກໂຕຣນິກ

28/04/2025 16:54
Email Print 107
ຂປລ ບໍລິສັດ ກະຈາຍສຽງ ໂກລົມບີ ຂອງ ສ.ອາເມລິກາ(CBS) ລາຍງານວ່າ: ເນື່ອງຈາກ ໄດ້ຮັບຜົນກະທົບ ຈາກນະໂຍບາຍ ພາສີໃໝ່ ຂອງລັດຖະບານ ສະຫະລັດ ອາເມລິກາ ເຮັດໃຫ້ ເວທີການຄ້າ ເອເລັກໂຕຣນິກ ຂອງ ສ.ອາເມລິກາ ໄດ້ປັບຂຶ້ນ ລາຄາສິນຄ້າ ຈໍານວນໜຶ່ງ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ບໍລິສັດ ກະຈາຍສຽງ ໂກລົມບີ ຂອງ ສ.ອາເມລິກາ(CBS) ລາຍງານວ່າ: ເນື່ອງຈາກ ໄດ້ຮັບຜົນກະທົບ ຈາກນະໂຍບາຍ ພາສີໃໝ່ ຂອງລັດຖະບານ ສະຫະລັດ ອາເມລິກາ ເຮັດໃຫ້ ເວທີການຄ້າ ເອເລັກໂຕຣນິກ ຂອງ ສ.ອາເມລິກາ ໄດ້ປັບຂຶ້ນ ລາຄາສິນຄ້າ ຈໍານວນໜຶ່ງ.​CBS ໄດ້ລາຍງານ ໂດຍອ້າງຕາມຄໍາເວົ້າ ຂອງຜູ້ຮັບຜິດຊອບ ບໍລິສັດ ຊ໊ອຟແວ ທີ່ວິເຄາະລາຄາສິນຄ້າວ່າ: ນັບແຕ່ອາທິດ ທີສອງ ຂອງເດືອນເມສານີ້ ເປັນຕົ້ນມາ, ຜູ້ຂາຍໃນ ອາເມຊອນ ເວທີການຄ້າ ເອເລັກໂຕຣນິກ ຂອງ ສ.ອາເມລິກາ ໄດ້ປັບຂຶ້ນ ລາຄາສິນຄ້າ ເກືອບ 1.000 ຊະນິດ,​ ໂດຍສະເລ່ຍແລ້ວ ໄດ້ປັບຂຶ້ນ ລາຄາເກືອບ 30% ເຊິ່ງບໍ່ມີເຫດຜົນອື່ນ ສາມາດ ອະທິບາຍວ່າ ຍ້ອນຫຍັງ ລາຄາສິນຄ້າ ຈຶ່ງມີການປັບຂຶ້ນ ຍົກເວັ້ນແຕ່ ໄດ້ຮັບຜົນກະທົບ ຈາກນະໂຍບາຍ ພາສີ.ນອກນີ້, CBS ຍັງຊີ້ໃຫ້ເຫັນວ່າ: ການທີ່ ນັກທຸລະກິດ ການຄ້າ ເອເລັກໂຕຣນິກ ແລະ ນັກທຸລະກິດ ຂາຍຍ່ອຍ ປັບຂຶ້ນ ລາຄາສິນຄ້າ ສະແດງ ໃຫ້ເຫັນວ່າ: ເປັນການ ຮັບມືກັບ ນະໂຍບາຍ ພາສີ ຂອງລັດຖະບານ ສະຫະລັດ ອາເມລິກາ ໃນປັດຈຸບັນ ແຕ່ການທີ່ ສ.ອາເມລິກາ ສ້າງຕ່ອງໂສ້ ການສະໜອງຄືນໃໝ່ ຫລື ຍົກຍ້າຍ ການຜະລິດ ໄປສູ່ປະເທດອື່ນນັ້ນ ອາດຈະຕ້ອງ ໃຊ້ເວລາ ຫລາຍປີ ແລະ ຕ້ອງມີຄ່າໃຊ້ ຈ່າຍຢ່າງຫລວງຫລາຍ./.

ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ເລີ່ມການຂົນສົ່ງທາງບົກໂດຍກົງຂ້າມຊາຍແດນຈີນ-ລາວ-ກຳປູເຈຍຂ່າວຕ່າງປະເທດ

      ເລີ່ມການຂົນສົ່ງທາງບົກໂດຍກົງຂ້າມຊາຍແດນຈີນ-ລາວ-ກຳປູເຈຍ

      4/29/2025 6:00:31 PM

      ການຂົນສົ່ງ ທາງບົກ ໂດຍກົງ ຂ້າມຊາຍແດນ ລະຫວ່າງ ສປ ຈີນ-ສປປ ລາວ-ກຳປູເຈຍ ໃນເຂດອະນຸພາກພື້ນ ແມ່ນ້ຳຂອງ ໄດ້ເລີ່ມດຳເນີນການ ເມື່ອບໍ່ດົນມານີ້, ລົດຂົນສົ່ງ ສິນຄ້າ ທີ່ບັນຈຸ ພັດລົມ ແຂວນເພດານ, ຖັງນ້ຳຢາງ(ປຼາສະຕິກ) ແລະ ເຄື່ອງໃຊ້ ປະຈຳວັນອື່ນໆ ເລີ່ມແລ່ນອອກຈາກ ນະຄອນຄຸນໝິງ ຂອງ ສປ ຈີນ, ມີແຜນການຜ່ານນະຄອນ ຫລວງວຽງຈັນ ຂອງ ສປປ ລາວ, ສຸດທ້າຍໄປຮອດນະຄອນຫລວງ ພະນົມເປັນ ຂອງກຳປູເຈຍ.

    • ສປ ຈີນ ຂັບເຄື່ອນເສດຖະກິດໃຫ້ເຕີບໂຕລະດັບ 5,4%ຂ່າວຕ່າງປະເທດ

      ສປ ຈີນ ຂັບເຄື່ອນເສດຖະກິດໃຫ້ເຕີບໂຕລະດັບ 5,4%

      4/29/2025 5:46:17 PM

      ເສດຖະກິດ ຂອງ ສປ ຈີນ ໄດ້ເລີ່ມຕົ້ນປີ 2025 ດ້ວຍຄວາມເຂັ້ມແຂງ ເພາະ​ໄຕ​ມາດ​ທີ 1 ລວມຍອດ ຜະລິດຕະພັນ ພາຍໃນ (GDP) ​​ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ ປີກາຍ ບັນລຸ 31,88 ພັນຕື້ຢວນ, ສູງກວ່າ ການຄາດຄະເນ ຂອງນັກເສດຖະສາດ 57 ຄົນ ທີ່ສໍານັກຂ່າວ Reuters ໄດ້ສໍາຫລວດໃ ນກ່ອນໜ້ານີ້ ທີ່ຄາດຄະເນໄວ້ 5,1%, ​ເພີ່ມ​ຂຶ້ນ 1,2% ເມື່ອ​ທຽບ​ໃສ່​ ໄຕ​ມາດ​ທີ 4 ຂອງ​ປີ 2024, ທັງ​ສູງກວ່າ​ ການ​ເຕີບ​ໂຕ​ ຂອງ​ໝົດ​ປີ 2024 ​ທີ່​ເຕີບ​ໂຕ 5%

    • ສປ ຈີນ ຈັດງານຕະຫລາດນັດສິນຄ້າຂາເຂົ້າ-ອອກ ຄັ້ງທີ 137ຂ່າວຕ່າງປະເທດ

      ສປ ຈີນ ຈັດງານຕະຫລາດນັດສິນຄ້າຂາເຂົ້າ-ອອກ ຄັ້ງທີ 137

      4/29/2025 5:10:37 PM

      ງານ​ຕະຫລາດ​ນັດ ​ສິນຄ້າ ຂາ​ເຂົ້າ-ຂາ​ອອກ​ ຂອງ ສປ ​ຈີນ ຄັ້ງ​ທີ 137 ໄລ​ຍະ​ທີ​ສອງ​ໄດ້​ສຳເລັດລົງ ເມື່ອບໍ່ດົນມານີ້, ​ຕາມ​ຂໍ້​ມູນ​ ຈາກ​ສູນ​ການ​ຄ້າ ​ກັບ​ຕ່າງ​ປະ​ເທດ​ຂອງ ສປ ​ຈີນ ເຊິ່ງ​ເປັນຝ່າຍ​ ຮັບ​ຜິດ​ຊອບ​ ຈັດ​ງານ​ດັ່ງ​ກ່າວ ສະ​ແດງ​ໃຫ້​ເຫັນ​ວ່າ: ຮອດທ້າຍເດືອນເມ​ສາ​ນີ້, ໄດ້​ມີ​ຜູ້​ຊື້​ຈາກ​ຕ່າງ​ປະ​ເທດ 224.372 ຄົນ ທີ່​ມາ​ຈາກ 219 ປະ​ເທດ ​ແລະ ​ເຂດ​ແຄວ້ນທົ່ວ​ໂລກ

    • ກອງປະຊຸມສະເຫລີມສະຫລອງ ການສ້າງຕັ້ງສະຫະພັນກຳມະບານ ທົ່ວປະເທດຈີນ ຄົບຮອບ 100 ປີຂ່າວຕ່າງປະເທດ

      ກອງປະຊຸມສະເຫລີມສະຫລອງ ການສ້າງຕັ້ງສະຫະພັນກຳມະບານ ທົ່ວປະເທດຈີນ ຄົບຮອບ 100 ປີ

      4/29/2025 4:56:38 PM

      ກອງ​ປະ​ຊຸມ ສະ​ເຫລີມ ​ສະ​ຫລອງ ການ​ສ້າງ​ຕັ້ງ ​ສະ​ຫະ​ພັນ​ ກຳ​ມະ​ບານ​ ທົ່ວ​ປະ​ເທດ​ຈີນ ຄົບ​ຮອບ 100 ປີ ​ກໍ​ຄື ​ກອ​ງ​ປະ​ຊຸມ ​ຍ້ອງ​ຍໍ ​ສັນ​ລະ​ເສີນ ​ແບບ​ຢ່າງ​ ຜູ້ອອກ​ແຮງ​ງານ ແລະ ພະ​ນັກ​ງານ ​ຜູ້​ດີ​ເດັ່ນ ​ທົ່ວ​ປະ​ເທດຈີນ​ ໄດ້​ຈັດ​ຂຶ້ນ ​ຢູ່​ຫໍ​ສະ​ພາ ​ປະ​ຊາ​ຊົນ ​ທີ່​ນະ​ຄອນ​ຫລວງ ​ປັກ​ກິ່ງ​ ຢ່າງ​ຄຶກ​ຄື້ນ​

    • ສປ ຈີນ ຍິງສົ່ງດາວທຽມສົ່ງສັນຍານອິນເຕີເນັດທີ່ໝູນເດີນຢູ່ວົງໂຄຈອນຕ່ຳສຳເລັດຂ່າວຕ່າງປະເທດ

      ສປ ຈີນ ຍິງສົ່ງດາວທຽມສົ່ງສັນຍານອິນເຕີເນັດທີ່ໝູນເດີນຢູ່ວົງໂຄຈອນຕ່ຳສຳເລັດ

      4/29/2025 4:39:27 PM

      ສປ ຈີນ​ ໄດ້​ຍິງ​ສົ່ງ​ ດາວ​ທຽມ​ຈຸ 03 ​ສຳ​ລັບ ​ການ​ສົ່ງ​ສັນ​ຍານ ​ອິນ​ເຕີ​ເນັດ ທີ່​ໝູ​ນ​ເດີນ​ຢູ່ ວົງ​ໂຄ​ຈອນ​ຕ່ຳ ດ້ວຍ​ຈະ​ຫລວດ ​ສົ່ງ​ຍານ​ ຊາງ​ເຈີ່ງ 5B ​ຂຶ້ນ​ສູ່​ ອະ​ວະ​ກາດ​ ຢ່າງ​ສຳ​ເລັດ​ຜົນ

ads
ads

Top