ຂປລ
ສປ ຈີນ ແລະ ເຄັນຍາ ໄດ້ລົງນາມ ເອກະສານ ຮ່ວມມື 20 ສະບັບ ກ່ຽວກັບ ການຮ່ວມ ກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ວິທະຍາສາດ ເຕັກໂນໂລຊີ ສູງໃໝ່, ການແລກປ່ຽນ ວັດທະນະທຳ, ເສດຖະກິດ ການຄ້າ, ການລາຍງານຂ່າວ ແລະ ສື່ມວນຊົນ ແລະ ຂົງເຂດອື່ນໆ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ສປ ຈີນ ແລະ ເຄັນຍາ ໄດ້ລົງນາມ ເອກະສານ ຮ່ວມມື 20 ສະບັບ ກ່ຽວກັບ ການຮ່ວມ ກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ວິທະຍາສາດ ເຕັກໂນໂລຊີ ສູງໃໝ່, ການແລກປ່ຽນ ວັດທະນະທຳ, ເສດຖະກິດ ການຄ້າ, ການລາຍງານຂ່າວ ແລະ ສື່ມວນຊົນ ແລະ ຂົງເຂດອື່ນໆ. ພາຍຫລັງ ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ພົບປະ ເຈລະຈາກັບ ທ່ານ ວິນລຽມ ຊາໂມອີ ຣູໂຕ, ປະທານາທິບໍດີ ເຄັນຍາ ທີ່ເດີນທາງ ຢ້ຽມຢາມ ສປ ຈີນ ທາງລັດຖະກິດ ຢູ່ຫໍສະພາ ປະຊາຊົນ ແຫ່ງຊາດ ທີ່ນະຄອນຫລວງ ປັກກິ່ງ ໃນວັນທີ 24 ເມສານີ້, ໃນໂອກາດນີ້ ປະມຸກລັດສອງປະເທດ ໄດ້ເຫັນດີ ເປັນເອກະພາບກັນ ຈະຍົກລະດັບ ສາຍພົວພັນ ລະຫວ່າງ ສອງປະເທດ ຂຶ້ນເປັນຄູ່ຮ່ວມ ຊາຕາກຳ ຈີນ-ເຄັນຢາ ໃນຍຸກໃໝ່.ໂດຍສອງຝ່າຍ ໄດ້ເຜີຍແຜ່ “ຖະແຫລງ ການຮ່ວມ ຂອງ ສປ ຈີນ ແລະ ເຄັນຍາ ກ່ຽວກັບ ການສ້າງ ແບບຢ່າງ ດ້ານປະຊາຄົມ ຮ່ວມຊາຕາກຳ ຈີນ-ອາຟຣິກາ ໃນທຸກສະພາບການ ໃນຍຸກໃໝ່”./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL