ອັງກິດ ຈັດກອງປະຊຸມສຸດຍອດຄວາມໝັ້ນຄົງດ້ານພະລັງງານ

25/04/2025 16:45
Email Print 104
ຂປລ ກອງປະຊຸມ ສຸດຍອດ ຂອງອົງການ ພະລັງງານ ສາກົນ (IEA) ກ່ຽວກັບ ອະນາຄົດ ຄວາມໝັ້ນຄົງ ດ້ານພະລັງງານ ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 24-25 ເມສານີ້ ຢູ່ນະຄອນຫລວງ ລອນດອນ ຂອງອັງກິດ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ສຸດຍອດ ຂອງອົງການ ພະລັງງານ ສາກົນ (IEA) ກ່ຽວກັບ ອະນາຄົດ ຄວາມໝັ້ນຄົງ ດ້ານພະລັງງານ ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 24-25 ເມສານີ້ ຢູ່ນະຄອນຫລວງ ລອນດອນ ຂອງອັງກິດ ໂດຍມີ ການເຂົ້າຮ່ວມ ຂອງເຈົ້າໜ້າທີ່ ລັດຖະບານ, ຜູ້ອຳນວຍການ ຝ່າຍບໍລິຫານ, ການນຳບັນດາອົງການ ຈັດຕັ້ງສາກົນ ແລະ ສັງຄົມ ພົນລະເຮືອນ 120 ຄົນ ທີ່ມາຈາກ 60 ປະເທດ ແລະ 50 ກຸ່ມບໍລິສັດ ໃນທົ່ວໂລກ. ກອງປະຊຸມ ໂດຍລັດຖະບານ ອັງກິດ ແລະ IEA ເປັນປະທານຮ່ວມ ໂດຍສຸມໃສ່ ຕີລາຄາ, ປຶກສາ ຫາລື ບັນດາປັດໄຈ ພູມີສາດການເມືອງ, ເຕັກໂນໂລຢີ ແລະ ເສດຖະກິດ ທີ່ພວມກໍ່ ຜົນສະທ້ອນຕໍ່ ຄວາມໝັ້ນຄົງ ດ້ານພະລັງງານ ຢູ່ລະດັບຊາດ ແລະ ສາກົນ, ກໍ່ຄື ບັນດາທ່າອ່ຽງ ກຳນົດ ສະພາບ ການຄວາມໝັ້ນຄົງ ດ້ານພະລັງງານ ທົ່ວໂລກ ແລະ ບັນດາເຄື່ອງມື ທີ່ຈຳເປັນເພື່ອແກ້ໄຂ ບັນດາຄວາມສ່ຽງ ກ່ຽວກັບ ຄວາມໝັ້ນຄົງ ດ້ານພະລັງງານ ແບບເກົ່າ ແລະ ຫາກໍ່ ພົ້ນເດັ່ນຂຶ້ນ.ກອງປະຊຸມ, ລັດຖະບານ ອັງກິດ ແລະ ກຸ່ມບໍລິສັດພະລັງງານ ENI (ອີຕາລີ) ຄາດວ່າ ຈະປະກາດ ໂຄງການທໍ່ຂົນສົ່ງ CO2 ຈາກບັນດາໂຮງງານຢູ່ Liverpool ແລະ  Manchester ອອກສູ່ທະເລ ເພື່ອບຳບັດ. ໂຄງການນີ້ ແມ່ນພາກສ່ວນທີ່ສຳຄັນ ຂອງກຸ່ມ ອຸດສາຫະກຳ HyNet North West, ລວມມີ ບັນດາ ໂຮງງານຜະລິດ Hydro ເພື່ອຮັບໃຊ້ ຄວາມຕ້ອງການ ຂອງທ້ອງຖິ່ນ, ສ້າງຄວາມຫວັງ ຈະສ້າງມູນຄ່າ ເສດຖະກິດ ເຖິງ 22,1 ຕື້ໂດລາ ສະຫະລັດໃນ 25 ປີຕໍ່ໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top