ສະຫລຸບການຈັດຕັ້ງປະຕິບັດວຽກງານ ກາແດງທົ່ວປະເທດ ປະຈຳປີ 2024

22/04/2025 16:59
Email Print 630
ຂປລ ຂປລ. ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ວຽກງານກາແດງທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ໃນວັນທີ 22 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງ ແຫ່ງຊາດລາວ, ມີທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຫ້ອງ ການກາແດງເມືອງ, ອົງການກາແດງແຂວງທົ່ວປະເທດ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ຂປລ. ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ວຽກງານກາແດງທົ່ວປະເທດ ປະຈຳປີ
2024 ແລະ ທິດທາງແຜນການປະຈໍາປີ 2025 ໃນວັນທີ 22 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງ ແຫ່ງຊາດລາວ, ມີທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຫ້ອງ ການກາແດງເມືອງ, ອົງການກາແດງແຂວງທົ່ວປະເທດ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ທ່ານ ຮອງຈັນ ຈັນທະວົງ ຫົວໜ້າຫ້ອງການອົງການກາແດງແຫ່ງຊາດລາວ ໄດ້ລາຍງານຜົນສໍາເລັດການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການປີ
2025. ອົງການກາແດງແຫ່ງຊາດລາວ ໃນຖານະທີ່ເປັນການຈັດຕັ້ງທາງສັງຄົມ ສາມາດຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດຕ່າງໆ ໄດ້ທັງໝົດໃນ 17 ແຂວງ, 1 ນະຄອນຫລວງວຽງຈັນ ຈໍານວນ 18.034 ຄອບຄົວ, 86 ໂຮງຮຽນ, 107.968 ຄົນ, ຍິງ 55.678 ຄົນ, ລວມມູນຄ່າ 32,8 ຕື້​ກວ່າກີບ ແລະ 2.864.754 ໂດລາສະຫະລັດ; ໃນວຽກງານປຸກລະດົມຂົນຂວາຍ ບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ ໄດ້ສຸມໃສ່ການປຸກລະດົມ ແລະ ຈັດຫາຜູ້ບໍລິຈາກເລືອດ ເຫັນວ່າການບໍລິຈາກເລືອດໄດ້ຮັບຜົນດີ; ສໍາເລັດການຈັດກິດຈະກໍາຮັບບໍລິຈາກເລືອດແບບເປີດກວ້າງ ຮ່ວມກັບບັນດາການຈັດຕັ້ງຕ່າງໆ ແລະ ຈັດກິດຈະກໍາບໍລິຈາກເລືອດ ໃນວັນສໍາຄັນຕ່າງໆຂອງຊາດ ໃນປີ 2024 ແຜນການທົ່ວປະເທດ ຕ້ອງບັນລຸການຮັບ ບໍລິຈາກເລືອດໃຫ້ໄດ້ 78.000 ຖົງ. ໃນນີ້ ຂັ້ນສູນກາງໃຫ້ໄດ້ 33.300 ຖົງ ແລະ ຂັ້ນທ້ອງຖິ່ນ ໃຫ້ໄດ້ 44.700 ຖົງ, ໃນປີ 2024 ທົ່ວປະເທດອອກຮັບບໍລິຈາກເລືອດ ທັງໝົດ 811 ຄັ້ງ, ໄດ້ຮັບເລືອດທັງໝົດ 71.290 ຖົງ  ​ເທົ່າ​ກັບ 91.4% ຂອງແຜນການ.




ອົງການກາແດງແຫ່ງຊາດລາວ ເປັນການຈັດຕັ້ງທາງສັງຄົມ ຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນຸດສະທຳ ຢ່າງເປັນເອກະລາດ ຢູ່ພາຍໃຕ້ລັດຖະທຳມະນູນ
, ກົດໝາຍ ແລະ 7 ຫລັກການພື້ນຖານ ຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ໄດ້ຈັດຕັ້ງປະຕິບັດ 10 ແຜນງານ; ອົງການກາແດງແຫ່ງຊາດລາວ ປະກອບມີ 3 ຫ້ອງການ ແລະ 1 ສະຖາບັນເລືອດແຫ່ງຊາດ, ມີ 17 ອົງການກາແດງແຂວງ ແລະ ນະຄອນຫລວງວຽງຈັນ ແລະ ມີ 49 ຫ້ອງການກາແດງເມືອງ.

ຂ່າວ-ພາບ: ຍຸພິນທອງ-ບຸນອູ້ມ

KPL

ຂ່າວອື່ນໆ

    • ໂຮງງານມິດຕະພາບລາວ-ຫວຽດນາມ ພົ້ນເດັ່ນ ໃນການຜະລິດ ແລະ ສ້ອມແປງ ຮັບໃຊ້ກອງທັບວັດທະນະທຳ-ສັງຄົມ

      ໂຮງງານມິດຕະພາບລາວ-ຫວຽດນາມ ພົ້ນເດັ່ນ ໃນການຜະລິດ ແລະ ສ້ອມແປງ ຮັບໃຊ້ກອງທັບ

      5/2/2025 7:36:16 PM

      ຂປລ. ໂຮງງານມິດຕະພາບລາວ-ຫວຽດນາມ ເປັນໂຮງງານໜຶ່ງ ຂອງກະຊວງປ້ອງກັນປະເທດ ພາຍໃຕ້ການຊີ້ນໍາລວມຂອງກົມໃຫຍ່ເຕັກນິກກອງທັບ, ຊີ້ນໍາໂດຍກົມອຸດສາຫະກຳປ້ອງກັນຊາດ, ມີພາ ລະບົດບາດໜ້າທີສ້ອມແປງຟື້ນຟູພາຫະນະເຕັກນິກລົດ ແລະ ຜະລິດບັນດາຜະລິດຕະພັນຕ່າງໆ ຮັບໃຊ້ໃຫ້ແກ່ກອງທັບ, ເປັນບ່ອນຝຶກງານ, ຝຶກອົບຮົມວິຊາການ-ນາຍຊ່າງ ໃຫ້ແກ່ນັກຮຽນ, ນັກສຶກສາ ພາຍໃນກອງທັບ ແລະ ພາກລັດ, ທັງເປັນບ່ອນຝຶກຝົນຫລໍ່ຫລອມພະນັກງານນໍາພາ-ບັນຊາໃຫ້ກາຍເປັນພະ ນັກງານຫລັກແຫລ່ງ

    • ຍ່າງເພື່ອສຸຂະພາບ ສະຫລອງ ວັນກຳມະກອນສາກົນ ຄົບຮອບ 139 ປີວັດທະນະທຳ-ສັງຄົມ

      ຍ່າງເພື່ອສຸຂະພາບ ສະຫລອງ ວັນກຳມະກອນສາກົນ ຄົບຮອບ 139 ປີ

      5/1/2025 12:55:46 PM

      ຂປລ. ພິທີຍ່າງເພື່ອສຸຂະພາບ ສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 139 ປີ (1/5/1886-1/5/2025) ຈັດຂຶ້ນໃນວັນທີ 1 ພຶດສະພາ 2025 ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ, ຮອງປະທານ ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງວຽງຈັນ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງງານ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.

    • ວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເນີນ 1ວັດທະນະທຳ-ສັງຄົມ

      ວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເນີນ 1

      4/30/2025 4:58:16 PM

      ຂປລ. ພິທີວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ເມືອງໜອງແຮດ, ແຂວງຊຽງຂວາງ ຈັດ​ຂຶ້ນໃນວັນທີ 29 ເມສາ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍການນຳແຂວງຊຽງຂວາງ ແລະ ແຂວງຫົວພັນ, ທ່ານ ສູນທອນ ຊາບັນດິດ ປະທານບໍລິສັດ ເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ຈຳກັດຜູ້ດຽວ, ພ້ອມ​ຄະນະບໍລິຫານບໍລິສັດ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ສຳມະນາວິທະຍາສາດ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກສາທາລະນະສຸກວັດທະນະທຳ-ສັງຄົມ

      ສຳມະນາວິທະຍາສາດ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກສາທາລະນະສຸກ

      4/30/2025 4:52:22 PM

      ຂປລ. ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສາທາລະນະສຸກ ຈັດສຳມະນາວິທະຍາສາດ ລະດັບກະຊວງ ພາຍໃຕ້ຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານສາທາລະນະສຸກ” ໃນວັນທີ 30 ເມສາ 2025

    • ສາຍການບິນຫວຽດເຈັດຂະຫຍາຍສາຍການບິນ ແລະ ເປີດເສັ້ນທາງບິນກົງໃໝ່ໄປຍີ່ປຸ່ນວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດຂະຫຍາຍສາຍການບິນ ແລະ ເປີດເສັ້ນທາງບິນກົງໃໝ່ໄປຍີ່ປຸ່ນ

      4/30/2025 2:09:41 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຕ້ອນຮັບເຮືອບິນ Airbus A321neo ACF ລຸ້ນໃໝ່ ເພື່ອ ພັດທະນາສາຍການບິນໃຫ້ທັນສະໄໝຂຶ້ນ. ນອກ​ນັ້ນ,​ຍັງ​ມີ​ການ​ເປີດ​ຕົວ​ເສັ້ນທາງ​ບິນໂດຍກົງ​ໃໝ່​ທີ່​ເຊື່ອມ​ຕໍ່​ກັບນະຄອນ​ໂຮ່ຈີ່​ມິງ ​ກັບ Nagoya ​ແລະ Fukuoka ປະເທດຍີ່ປຸ່ນ

ads
ads

Top