ການເລືອກຕັ້ງປະທານາທິບໍດີ ສ.ເກົາຫລີ ຊຸດທີ 21 ຈະຈັດຂຶ້ນ ໃນວັນທີ 3 ມິຖຸນາປີນີ້

21/04/2025 16:41
Email Print 302
ຂປລ ສະ​ຖາ​ບັນ​ ຄົ້ນ​ຄວ້າ​ ຫາງ​ສຽງ ​ສັງ​ຄົມ ​ສ.ເກົາຫລີ ໄດ້​ສຳຫລວດ​ ຄວາມ​ຄິດ​ເຫັນ ​ປະ​ຊາ​ຊົນ​​ ກ່ຽວ​ກັບ ​ການ​ເລືອກ​ຕັ້ງ​ ປະ​ທາ​ນາ​ທິ​ບໍ​ດີ ເຊິ່ງ​ຜົນ​ການ​ສຳຫລວດ ທີ່​ເຜີຍ​ແຜ່​ ໃນ​ວັນ​ທີ 20 ເມ​ສາ​ນີ້​

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ສະ​ຖາ​ບັນ​ ຄົ້ນ​ຄວ້າ​ ຫາງ​ສຽງ ​ສັງ​ຄົມ ​ສ.ເກົາຫລີ ໄດ້​ສຳຫລວດ​ ຄວາມ​ຄິດ​ເຫັນ ​ປະ​ຊາ​ຊົນ​​ ກ່ຽວ​ກັບ ​ການ​ເລືອກ​ຕັ້ງ​ ປະ​ທາ​ນາ​ທິ​ບໍ​ດີ ເຊິ່ງ​ຜົນ​ການ​ສຳຫລວດ ທີ່​ເຜີຍ​ແຜ່​ ໃນ​ວັນ​ທີ 20 ເມ​ສາ​ນີ້​ ສະ​ແດງ​ໃຫ້​ເຫັນ​ວ່າ: ທ່ານ ​ລີ​ແຈ​ມຽງ, ອະ​ດີດ ຫົວ​ໜ້າ​ພັກ ປະ​ຊາ​ທິ​ປະ​ໄຕ​ຮ່ວມ ​ເຊິ່ງ​ເປັນພັກ ຝ່າຍ​ຄ້ານ ​​ໃຫຍ່​ທີ່​ສຸດ​ ຂອງ​ ສ.ເກົາຫລີ ​ຢູ່​ອັນ​ດັບ​ທີ 1 ​​ດ້ວຍ​ອັດ​ຕາ​​ ການ​ສະ​ໜັບ​ ສະ​ໜູນ 46,1%, ທ່ານ​ ຮານ​ດັກ​ຊູ ​ຢູ່ອັນ​ດັບ​ທີ 2 ​ດ້ວຍ​ອັດ​ຕາ ​ການ​ສະ​ໜັບ ​ສະ​ໜູນ 10,6% ເຊິ່ງ​ເປັນ​​ຜູ້​ສະ​ໝັກ​ ພຽງ​ໜຶ່ງ​ດຽວ​ ຈາກພັກ​​ ຝ່າຍອະ​ນຸ​ລັກ​ນິ​ຍົມ ​ທີ່​ມີ​ອັດ​ຕາ ​ການ​ສະ​ໜັບ​ ສະ​ໜູນ ຫລາຍກວ່າ 10%.ອີງ​ຕາມ ​ວາ​ລະ​ການ​ເລືອກ​ຕັ້ງ, ສອງ​ພັກ​​ການ​ເມືອງ ​ຕົ້ນ​ຕໍ​ ຂອງ​ ສ.ເກົາຫລີ ຕ່າງ​ຈະ​​ຕົກ​ລົງ ​ເລືອກຜູ້​ສະ​ໝັກ ​ຮັບ​ເລືອກ​ຕັ້ງ​​ ຮອບ​ສຸດ​ທ້າຍ ໃນ​ວັນ​ທີ 27 ເມ​ສາ​ນີ້ ແລະ ວັນ​ທີ 3 ພຶດ​ສະ​ພາ​ປີ​ນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top