ຄວາມເປັນມາຂອງວັນກຳມະກອນສາກົນ

21/04/2025 09:52
Email Print 292
ຂປລ ການຕໍ່ສູ້ເພື່ອປົດປ່ອຍຕົນເອງອອກຈາກການກົດຂ່ີຂູດຮີດ ຫລື ໃຫ້ຫລຸດພົ້ນຈາກການເປັນແຮງງານແບບຂ້າທາດ ໄດ້ກຳເນີດເກີດຂຶ້ນເປັນແຕ່ລະໄລຍະໃນຕອນທ້າຍຂອງສັດຕະວັດທີ 18 ການເຄື່ອນໄຫວເພື່ອຕໍ່ສູ້ໃຫ້ຫລຸດຊົ່ວໂມງການເຮັດວຽກລົງ ໂດຍໄດ້ ຂະຫຍາຍເປັນວົງກວ້າງ ແລະ ແຜ່ລາມໄປໃນຫລາຍປະເທດທັງເອີຣົບ ແລະ ອາເມລິກາ, ອາເມລິກາໃຕ້, ຍີ່ປຸ່ນ ແລະ ອົດສະຕຣາລີ.

    *ການຕໍ່ສູ້ເພື່ອປົດປ່ອຍຕົນເອງອອກຈາກການກົດຂ່ີຂູດຮີດ ຫລື ໃຫ້ຫລຸດພົ້ນຈາກການເປັນແຮງງານແບບຂ້າທາດ ໄດ້ກຳເນີດເກີດຂຶ້ນເປັນແຕ່ລະໄລຍະໃນຕອນທ້າຍຂອງສັດຕະວັດທີ 18 ການເຄື່ອນໄຫວເພື່ອຕໍ່ສູ້ໃຫ້ຫລຸດຊົ່ວໂມງການເຮັດວຽກລົງ ໂດຍໄດ້ ຂະຫຍາຍເປັນວົງກວ້າງ ແລະ ແຜ່ລາມໄປໃນຫລາຍປະເທດທັງເອີຣົບ ແລະ ອາເມລິກາ, ອາເມລິກາໃຕ້, ຍີ່ປຸ່ນ ແລະ ອົດສະຕຣາລີ. ໃນນັ້ນ, ຢູ່ທີ່ປະເທດຣັດເຊຍ ກໍມີການນັດຢຸດງານຂອງຄົນງານໄຣໄມໂຊໂຊບ, ໃນປະເທດຝຣັ່ງ ກໍມີການນັດຢຸດງານຂອງຄົນງານ ເໝືອງແຮ່ໃນປີ 1882 ແລະ ມີການນັດຢຸດງານ ໃນອາເມລິກາຫລາຍໆຄັ້ງ ໃນປີ  1884  ຫາ 1886 ແລະ ໃນວັນທີ 1 ເດືອນພຶດສະພາ 1886 ໄດ້ມີການໂຮມຊຸມນຸມເດີນຂະບວນເພື່ອຮຽກຮ້ອງໃຫ້ນາຍທຶນຫລຸດຊ່ົວໂມງໃນການເຮັດວຽກລົງ ໃຫ້ເຫລືອພຽງມື້ລະ 8 ຊົ່ວໂມງ ເຊິ່ງມີຜູ້ໃຊ້ແຮງງານເຂົ້າຮ່ວມນັບແສນຄົນ ເຮັດໃຫ້ພວກນາຍທຶນທີ່ກຳອຳນາດ (ເປັນລັດຖະບານໃນເວລານັ້ນ) ໃຊ້ອາວຸດທຸບຕີ, ແກວ່ງລະເບີດ ແລະ ໃຊ້ປຶນຍິງເຂົ້າໃສ່ຄົນງານທ່ີມາຊຸມນຸມເດີນຂະບວນຈົນໄດ້ບາດເຈັບ ແລະ ເສຍຊີວິດເປັນຈຳນວນຫລາຍ ສ່ວນທີ່ເຫລືອກໍຖືກຈັບກຸມຄຸມຂັງ ແລະ ໄດ້ຖືກຕັດສິນລົງໂທດປະຫານຊີວິດໃນຂໍ້ຫາກະບົດ.

    ເຖິງແມ່ນນວ່າຂະບວນການດັ່ງກ່າວ ຈະຖືກປາບປາມຢ່າງໂຫດຮ້າຍປ່າເຖື່ອນ, ຢ່າງຮຸນແຮງກໍຕາມແຕ່ຂະບວນການກຳມະກອນ ແລະ ຊາວຜູ້ອອກແຮງງານໃນເວລານັ້ນ ກໍຍັງບໍ່ໄດ້ປະລະຄວາມຕັ້ງໃຈກົງກັນຂ້າມພັດລວມຕົວກັນຢ່າງໜຽວແໜ້ນ ແລະ ມີຈິດໃນເດັດດ່ຽວຕ່ໍອຸດົມການຂອງພວກເຂົາເຈົ້າທີ່ຈະຕໍ່ສູ້ເພື່ອຊົນຊັ້ນກຳມາຊີບຕໍ່ໄປ. ຈົນມາຮອດ ປີ 1890, ຂະ ບວນການກຳມະກອນຈາກບັນດາປະເທດຕ່າງໆ ໄດ້ເຄື່ອນໄຫວໃຫ້ມີການປະຊຸມຂຶ້ນຄັ້ງທຳອິດແມ່ນໃນວັນທີ 14 ກໍລະກົດ ປີ 1889 ໂດຍມີຈຳນວນ 20 ປະເທດເຂົ້າຮ່ວມ ຊຶ່ງມີຕົວແທນຈາກເອີຣົບ18 ປະເທດ ແລະ 2 ປະເທດມາຈາກອົດສະຕຣາລີ ແລະ ອາເມລິກາ.

   ໃນກອງປະຊຸມໄດ້ພິຈາລະນາບັນຫາຂອງຜູ້ໃຊ້ແຮງງານທີ່ເກີດຂ້ຶນຢູ່ໃນເມື່ອກ່ອນມີດ່ັງນີ້: ໜຶ່ງ, ໃຫ້ຫລຸດຊົ່ວໂມງການເຮັດວຽກລົງ ເນື່ອງຈາກຄົນໃຊ້ແຮງງານເຮັດເຖິງມື້ລະ 15-16 ຊົ່ວໂມງ ມາເປັນມື້ 8 ຊົ່ວໂມງ ເພື່ອໃຫ້ຄົນງານມີເວລາພັກຜ່ອນ, ສຶກສາຄົ້ນຄວ້າຍົກລະດັບທາງດ້ານການເມືອງ ແລະ ເຂົ້າຮ່ວມກິດຈະກຳທາງດ້ານວັດທະນະທຳ-ສັງຄົມອື່ນໆ; ສອງ, ພິຈາລະນາຄຸ້ມຄອງແຮງງານເດັກ ແລະ ແຮງງານແມ່ຍິງ ຊຶ່ງມີຊົ່ວໂມງການເຮັດວຽກຫລາຍກວ່າຜູ້ຊາຍແຕ່ໄດ້ຄ່າຈ້າງຕ່ຳ; ສາມ, ພິຈາລະນາສະຫວັດດີການສັງຄົມໃນການເຮັດວຽກ ແລະ ປັບປຸງສະພາບແວດລ້ອມໃນການເຮັດວຽກ, ຊຶ່ງໝາຍເຖິງທີ່ພັກອາໃສ, ນ້ຳດື່ມສະອາດ, ແສງ, ສີ, ສຽງ ແລະ ສະຫວັດດີການອື່ນໆ; ສີ່, ພິຈາລະນາການຈ່າຍຄ່າແຮງງານທີ່ເປັນທຳໂດຍຄຳນຶງເຖິງຄ່າຄອງຊີບໃນເວລານັ້ນ; ຫ້າ, ພິຈາລະນາກ່ຽວກັບສິດທິການນັດຢຸດງານ, ການຊຸມນຸມເດີນຂະບວນ ແລະ ສະແດງພະລັງ ໂດຍທີ່ປະຊຸມໄດ້ມີມະຕິກຳນົດໃຫ້ວັນທີ 1 ພຶດສະພາຂອງທຸກໆປີເປັນວັນຢຸດງານ ແຕ່ໃຫ້ຜູ້ໃຊ້ແຮງງານໄດ້ຮັບຄ່າຈ້າງປົກກະຕິ ແລະ ເປັນວັນເດີນຂະບວນສະແດງພະລັງຄວາມ ພ້ອມພຽງຂອງຊົນຊັ້ນກຳມະກອນໃນປະເທດຕ່າງໆໃນທົ່ວໂລກ.

    ຕໍ່ມາຂະບວນການຜູ້ໃຊ້ແຮງງານໃນປະເທດການາດາ, ອາເມລິກາ ແລະ ປະເທດຕ່າງໆຢູ່ໃນເອີຣົບ ໄດ້ພ້ອມໃຈກັນໂຮມຊຸມນຸມເດີນຂະບວນຮຽກຮ້ອງ ເພື່ອໃຫ້ມີການຫລຸດຊົ່ວໂມງລົງອີກ ໃນວັນທີ 1 ພຶດສະພາ ປີ 1890. ໃນເວລານັ້ນ, ການນັດຢຸດງານຂອງຄົນງານໃນທຸກກິດຈະການອຸດສາຫະກຳ ໄດ້ຂະຫຍາຍກວ້າງໄປທົ່ວໂລກ ແລະ ຈາກການຕໍ່ສູ້ຢ່າງມີຈິດສຳນຶກທາງຊົນຊັ້ນ ເພື່ອປົດປ່ອຍຕົນເອງອອກຈາກການກົດຂ່ີຂູດຮີດຂອງພວກນາຍທຶນ ແລະ ເຮັດໃຫ້ລັດຖະບານປະເທດຕ່າງໆໃນທົ່ວໂລກຍອມຮັບ ແລະ ອອກກົດໝາຍ ປະກາດໃຊ້ລະບົບ 3 ແປດຄື: ເຮັດວຽກມື້ລະ 8 ຊົ່ວໂມງ, ພັກຜ່ອນມື້ລະ 8 ຊົ່ວໂມງ ແລະ ສຶກສາຫາຄວາມຮູ້ມ້ືລະ 8 ຊົ່ວໂມງ. ຊົນຊັ້ນກຳມາຊີບໃນທົ່ວໂລກຈິ່ງໄດ້ຮ່ວມກັນກຳນົດ ໃຫ້ວັນທີ 1 ພຶດສະພາ ປີ 1890 ເປັນ “ວັນກຳມະກອນສາກົນ” ຄັ້ງທຳອິດ ຂອງຊົນຊັ້ນກຳມະກອນ ແລະ ມະຕິດັ່ງກ່າວໄດ້ເລີ່ມປະຕິບັດຕັ້ງແຕ່ວັນທີ 1 ພຶດສະພາ 1890 ຈົນເຖິງປັດຈຸບັນຖືໄດ້ວ່າ: ວັນດັ່ງກ່າວເປັນວັນສຳຄັນຂອງຊົນຊັ້ນກຳມາຊີບໃນທົ່ວໂລກ ແລະ ໄດ້ຖືກຈາລຶກໄວ້ໃນໜ້າປະຫວັດສາດຂອງຊົນຊັ້ນກຳມາຊີບ ເປັນວັນທີ່ຜູ້ໃຊ້ ແຮງງານທົ່ວໂລກ ປົດແອກຄອບຄອງຈາກການກົດຂີ່ຂູດຮີດ ໂດຍໃຫ້ເປັນວັນກຳມະກອນທົ່ວໂລກທ່ີຈັດໃຫ້ມີການຊຸມນຸມເດີນຂະບວນ, ເພື່ອລະນຶກເຖິງໄຊຊະນະຄັ້ງທຳອິດຂອງຊົນຊັ້ນກຳມາຊີບທົ່ວໂລກ.

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top