ສື່ຕ່າງປະເທດ ຢ້ຽມຢາມມະຫາວິທະຍາໄລຕົວແບບ ດ້ານການສຶກສາ ສາກົນ ປັກກິ່ງ

18/04/2025 19:44
Email Print 164
ຂປລ ໃນວັນທີ 15 ເມສາ ທີ່ຜ່ານມານີ້, ສື່ມວນຊົນຕ່າງປະເທດ ຫລາຍກວ່າ 70 ຄົນ ຢ້ຽມຢາມມະຫາ ວິທະຍາໄລ ການສຶກສາສາກົນປັກກິ່ງ (Beijing International Studies University-BISU) ພ້ອມກັນນັ້ນ ຍັງໄດ້ຮັບຟັງ ການນໍາສະເໜີ ບົດຮຽນ ກ່ຽວກັບ ການສິດສອນຂອງອາຈານ ແລະ ນັກຮຽນ

ໃນວັນທີ 15 ເມສາ ທີ່ຜ່ານມານີ້, ສື່ມວນຊົນຕ່າງປະເທດ ຫລາຍກວ່າ 70 ຄົນ ຢ້ຽມຢາມມະຫາວິທະຍາໄລການສຶກສາສາກົນປັກກິ່ງ (Beijing International Studies University-BISU) ພ້ອມກັນນັ້ນ ຍັງໄດ້ຮັບຟັງການນໍາສະເໜີ ບົດຮຽນ ກ່ຽວກັບ ການສິດສອນຂອງອາຈານ ແລະ ນັກຮຽນ ໂດຍສະເພາະ ຫ້ອງສິດສອນ ແລະ ປະຕິບັດການຕົວຈິງ ຈາກພາກວິຊາສິລະປະ ການວາດແຕ້ມ, ການແກະສະຫລັກ ແລະ ການປະດິດສ້າງ ເພື່ອໃຫ້ເປັນ ເຄື່ອງທີ່ລະນືກໃຫ້ໝູ່ຄູ່ .

ນອກຈາກນີ້, ຫົວໜ້າຄະນະພາກວິຊາ ດັ່ງກ່າວ ຍັງໄດ້ນໍາພາ ຄະນະສື່ມວນຊົນ ໄປທ່ຽວຊົມ ຫ້ອງວາງສະແດງຜົນງານຕ່າງໆ ທີ່ສົ່ງເຂົ້າຮ່ວມການແຂ່ງ ຢ່າງຫລວງຫລາຍ ແລະ ຫ້ອງວາງສະແດງ ປະຫວັດຄວາມເປັນມາ ຂອງມະຫາວິທະຍາໄລ. ມະຫາວິທະຍາໄລ ການສຶກສາສາກົນປັກກິ່ງ (BISU) ເປັນມະຫາວິທະຍາໄລການສຶກສາ ລະດັບສູງ ທີ່ມີ ລັກສະ ນະພິເສດ ພາຍໃຕ້ ການຊີ້ນໍາ ຄຸ້ມຄອງ ຈາກ ລັດຖະບານ ໂດຍໄດ້ຮັບ ການສ້າງຕັ້ງຂຶ້ນ ຮ່ວມກັບ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ. ມະຫາວິທະຍາໄລແຫ່ງນີ້ ເປັນສະຖາບັນ ທີ່ມີ ຊື່ສຽງ ດ້ານການນໍາໃຊ້ ພາສາ ຕ່າງປະເທດ ແລະ ການທ່ອງທ່ຽວ ເປັນຂະແໜງການສຳຄັນ ຂອງ ມະຫາວິທະຍາໄລ, ໂດຍມີ ການພັດທະນາ ການປະສານງານ ຮ່ວມມືກັບ ຫລາຍສາຂາ ເປັນຕົ້ນ ສາຂາວັນນະຄະດີ, ການຄຸ້ມຄອງ, ເສດຖະສາດ ແລະ ປັດຊະຍາ.  ໃນຂະນະດຽວກັນ ມະຫາວິທະຍາໄລ ການສຶກສາສາກົນປັກກິ່ງ ຍັງເຮັດໜ້າທີ່ສໍາຄັນ ໃນການຄົ້ນຄວ້າ ຊອກຫາ ຜູ້ທີ່ມີພອນສະຫວັນ ດ້ານພາສາຕ່າງປະເທດ, ການແປພາສາ, ການທ່ອງທ່ຽວ ແລະ ການຄ້າສາກົນ ໃນສປ ຈີນ. ນອກຈາກນັ້ນ ສື່ມວນຊົນຕ່າງປະເທດ ຈາກ ເຂດອາຊີ -ປາຊີຟິກ, ອາຟຣິກກາ, ເອີຣົບ, ອາເມລິກາລາຕິນ ແລະ ກາຣິບບິນ ຢູເຣເຊຍ (Caribbean/Eurasia) ຫລາຍກວ່າ 70 ຄົນ ຍັງເຂົ້າຮ່ວມ ໂຄງການແລກປ່ຽນ ທັດສະນະສຶກສາ ສໍາລັບປີ 2025 ຢູ່ນະຄອນຫລວງປັກກິ່ງຂອງ ສປ ຈີນ, ຊຶ່ງຈັດໂດຍ ສູນແລກປ່ຽນຂໍ້ມູນຂ່າວ ສານສາກົນ ຂອງສປ ຈີນ (China International Press Communication Center-CIPCC). /.

KPL

ຂ່າວອື່ນໆ

ads
ads

Top