ສປ ຈີນ ຈັດກອງປະຊຸມສຸດຍອດອາຊີປາຊິຟິກ

18/04/2025 16:43
Email Print 172
ຂປລ ກອງ​ປະ​ຊຸ​ມ ​ສຸດ​ຍອດ​ ອາ​ຊີ ​ປາ​ຊິ​ຟິກ ​ຂອງກອງ​ປະ​ຊຸມ ​ອິນ​ເຕີ​ເນັດ​ໂລກ ປະ​ຈຳ​ປີ 2025 ໄດ້​ຈັດ​ຂຶ້ນ ​ຢູ່​ເຂດ​ຮົງ​ກົງ​ ຂອງ ສປ ​ຈີນ​ ເມື່ອບໍ່ດົນມານີ້ ພາຍໃຕ້ຫົວຂໍ້ “ດິ​ຈີ​ຕອນ​ ແລະ ປັ​ນ​ຍາ​ປະ​ດິດ ​ເຊື່ອມ​ໂຍງ​ ເຂົ້າ​ກັນ​ ນຳ​ພາ​ ອະ​ນາ​ຄົດ-ຮ່ວມ​ກັນ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ດ້ານ​ອິນ​ເຕີ​ເນັດ”.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ກອງ​ປະ​ຊຸ​ມ ​ສຸດ​ຍອດ​ ອາ​ຊີ ​ປາ​ຊິ​ຟິກ ​ຂອງກອງ​ປະ​ຊຸມ ​ອິນ​ເຕີ​ເນັດ​ໂລກ ປະ​ຈຳ​ປີ 2025 ໄດ້​ຈັດ​ຂຶ້ນ ​ຢູ່​ເຂດ​ຮົງ​ກົງ​ ຂອງ ສປ ​ຈີນ​ ເມື່ອບໍ່ດົນມານີ້ ພາຍໃຕ້ຫົວຂໍ້ “ດິ​ຈີ​ຕອນ​ ແລະ ປັ​ນ​ຍາ​ປະ​ດິດ ​ເຊື່ອມ​ໂຍງ​ ເຂົ້າ​ກັນ​ ນຳ​ພາ​ ອະ​ນາ​ຄົດ-ຮ່ວມ​ກັນ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ດ້ານ​ອິນ​ເຕີ​ເນັດ”. ກອງ​ປະ​ຊຸມ ​ສຸດຍອດ​ຄັ້ງ​ນີ້​ ມີ​ຜູ້​ຕາງ​ໜ້າ​ ວົງ​ການ​ກາ​ນ​ເມືອງ, ທຸ​ລະ​ກິດ, ຜູ້​ຊ່ຽວ​ຊານ, ນັກ​ວິ​ຊາ​ການ ແລະ ບຸກ​ຄົນ​ດີ​ເດັ່ນ​ ໃນ​ວົງ​ການເກືອບ​ພັນ​ຄົນ​ ທີ່​ມາ​ຈາກ 50 ກ​ວ່າ​ປະ​ເທດ ແລະ ເຂດ​ແຄວ້ນ​ ເຂົ້າ​ຮ່ວມ ເພື່ອ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ ​ການ​ພັດ​ທະ​ນາ​ ຂອງ​ປັ​ນ​ຍາ​ປະ​ດິດ, ເຕັກ​ໂນ​ໂລ​ຊີວິ​ທະ​ຍາ​ສາດ ​ດິ​ຈິ​ຕອນ ແລະ ຂົງ​ເຂດ​ອື່ນໆ.ນອກ​ນີ້, ໃນ​ໄລ​ຍະ​ ຈັດ​ກອງ​ປະ​ຊຸມ ​ດັ່ງ​ກ່າວ ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ແລກ​ປ່ຽນ ​ລະ​ຫວ່າງ​ ລັດ​ຖະ​ບານ​ ກັບ​ວິ​ສາ​ຫະ​ກິດ, ກອງ​ປະ​ຊຸມ ​ສຳ​ມະ​ນາ ​ກ່ຽວ​ກັບ​ ການ​ຄຸ້ມ​ຄອງ​ປັນ​ຍາ​ປະ​ດິດ ແລະ ການ​ພັດ​ທະ​ນາ ​ແບບ​ຍືນ​ຍົງ ​ທົ່ວ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top