ພິທີອັງເຊີນອົງພະບາງພຸດທະຣາວັນ ລົງຫົດສົງໂອກາດບຸນປີໃໝ່ລາວ

17/04/2025 12:37
Email Print 433
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 17 ເມສາ 2025 ນີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ປະຊາຊົນນະຄອນຫລວງພະບາງ ເມືອງມໍລະດົກໂລກ ຈັດພິ ທີ ອາຣາດຖະນາອົງພະບາງພຸດທະຣາວັນ ອົງພະທີ່ສັກສິດ ເປັນທີ່ເຄົາລົບນົບໄຫວ້ ຂອງປວງຊົນລາວທັງຊາດ ລົງຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ພຸດທະສາຊະນິກະຊົນ ໄດ້ຫົດສົງ ໂອກາດບຸນປີໃໝ່ລາວ(ຕຸດສົງການ)





ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຕອນເຊົ້າວັນທີ
17 ເມສາ 2025 ນີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ປະຊາຊົນນະຄອນຫລວງພະບາງ ເມືອງມໍລະດົກໂລກ ຈັດພິ ທີ ອາຣາດຖະນາອົງພະບາງພຸດທະຣາວັນ ອົງພະທີ່ສັກສິດ ເປັນທີ່ເຄົາລົບນົບໄຫວ້ ຂອງປວງຊົນລາວທັງຊາດ ລົງຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ພຸດທະສາຊະນິກະຊົນ ໄດ້ຫົດສົງ ໂອກາດບຸນປີໃໝ່ລາວ(ຕຸດສົງການ) ເຊິ່ງນຳພາໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ພ້ອມດ້ວຍບັນດາການນໍາແຂວງ, ນະຄອນຫລວງພະບາງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.





ພິທີອາຣາດຖະນາ ເລີ່ມຕົ້ນດ້ວຍການທໍາພິທີທາງສາສະໜາ ໂດຍພະເຖລານຸເຖຣະ ໄດ້ນຳພາ ພຸດທະສາຊະນິກະຊົນ ກ່າວຄຳອາລາດຖະນາອົງພະບາງ ເຄື່ອນຍ້າຍຈາກຫໍພະບາງ ໄປປະດິດສະຖານຢູ່ຫໍສົງ ທີ່ວັດໃໝ່ສຸວັນນະພູມມາລາມ ເພື່ອໃຫ້ປະຊາຊົນ ແຂກພາຍໃນ ແລະ ຕ່າງປະເທດ ໄດ້ຫົດສົງ. ຈາກນັ້ນ, ໄດ້ອັງເຊີນອົງພະບາງ ຂຶ້ນປະທັບໃນຫວໍ່ເທິງຣາດສະລົດ ແລະ ໄດ້ມີຂະບວນແຫ່ ເຄື່ອນຈາກຫໍພະບາງ ໃນຫໍພິພິທະພັນແຫ່ງຊາດຫລວງພະບາງ ສູ່ວັດໃໝ່ສຸວັນນະພູມມາລາມ ເລີ່ມຕົ້ນດ້ວຍຂະບວນທຸງຊາດ-ທຸງສາສະໜາ
, ຂະບວນເສບດົນຕີພື້ນເມືອງ, ຂະບວນພາມມະນາຈານ, ຂະບວນເປົ່າແຄນ-ຫອຍສັງ, ຂະບວນພະເຖຣະ 9 ອົງ, ຂະບວນກອງຄຸມ, ບຸດສະບົກ ຫລື ຣາດສະລົດພະບາງ, ຂະບວນສາມະເນນ-ພະສົງ, ຂະບວນການນຳຂັ້ນສູນກາງ, ຂັ້ນແຂວງ, ນະຄອນ-ເມືອງ ເຊິ່ງນຳພາໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ແຕ່ລະຂະບວນແມ່ນໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ແຂກທີ່ໄດ້ເຂົ້າຮ່ວມງານເປັນຢ່າງດີ, ທຸກຄົນຕ່າງກໍມີຄວາມເບີກບານມ່ວນຊື່ນ ມີໃບໜ້າທີ່ຍິ້ມແຍ້ມແຈ່ມໃສ. ເມື່ອຮອດວັດໃໝ່ສຸວັນນະພູມມາລາມແລ້ວ ໄດ້ອັງເຊີນອົງພະບາງປະທັບໃນຫໍສົງ, ຈາກນັ້ນ ພະເຖຣະ ໄດ້ນໍາພາພຸດທະສາ ຊະນິກະຊົນ ກ່າວຄຳຄາລະວະແດ່ອົງພະບາງ ແລ້ວຜູ້ເຂົ້າຮ່ວມໄດ້ຮັບຟັງທໍາມະເທສະໜາ 1 ກັນ ກ່ອນດຳເນີນການຫົດສົງອົງພະບາງ ຢ່າງເປັນທາງການ.




ການຫົດສົງອົງພະບາງ ຈະໄດ້ດຳເນີນເປັນເວລາ
3 ມື້ 3 ຄືນ ຈົນເຖີງວັນທີ 20 ເມສາ ຈຶ່ງຈະມີພິທີອາລາດຖະນາອັງເຊີນ ອົງພະບາງຂຶ້ນປະດິດສະຖານໄວ້ຫໍພະບາງຕາມເດີມ, ຕອນຄໍ່າ ຈະມີການຄົບງັນຕາມປະເພນີ, ພ້ອມທັງຊົມການສະແດງສິລະປະຈາກນັກສະແດງ ຂອງໂຮງລະຄອນ ພະລັກພະລາມຕື່ມອີກ. ພະພຸດທະລາວັນ ຖືເປັນພະພຸດທະຮູບທີ່ເກົ່າແກ່ ແລະ ສັກສິດ ອີກອົງໜຶ່ງ ຂອງຊາວລາວ ແລະ ຊາວພຸດທົ່ວໂລກ ຜູ້ທີ່ມີຄວາມເຫລື້ອມໃສສັດທາ, ຖືເປັນພຸດທະສົມບັດ ທີ່ສູງຄ່າຍິ່ງຂອງພຸດທະສາສະນິກະຊົນທົ່ວໂລກ ໂດຍສະເພາະ ແມ່ນຊາວລາວທົ່ວປະເທດ ກໍຄື ຊາວຫລວງພະບາງ; ໃນແຕ່ລະປີ ອົງການປົກຄອງນະຄອນຫລວງພະບາງ ໄດ້ມີການກະກຽມພິທີ ອາຣາດທະນາອັງເຊີນລົງຫົດສົງ ເພື່ອຄວາມເປັນສິລິມຸງຄຸນ ໃຫ້ແກ່ບ້ານເມືອງ ແລະ ອີກອັນໜຶ່ງ ເພື່ອໃຫ້ປະຊາຊົນ ໄດ້ເຂົ້າກາບໄຫວ້ບູຊາ ແລະ ຫົດສົງ ພ້ອມທັງຂໍພອນ ໃນມື້ບຸນປີໃໝ່ລາວ.




ການອັງເຊີນພະບາງພຸດທະຣາວັນ ລົງຫົດສົງໃນມື້ບຸນປີໃໝ່ລາວ ມີມາແຕ່ບູຮານນະການ
, ພາຍຫລັງສຳເລັດກິດຈະກໍາບຸນປີໃໝ່ຂອງຊາວລາວ, ເປັນການສົ່ງເສີມປະເພນີ ອັນເກົ່າແກ່ຂອງຊາວຫລວງພະບາງທີ່ປະຕິບັດກັນມາ ເພື່ອດຶງດູດເອົາການທ່ອງທ່ຽວຫລາຍຂຶ້ນ ແລະ ເປັນການອະນຸລັກ, ປົກປັກຮັກສາມໍລະດົກດ້ານວັດທະນະທໍາ ທີ່ເກົ່າແກ່ຂອງຊາດ ໃຫ້ຢູ່ຄູ່ກັບຊາວຫລວງພະບາງ ຊົ່ວກາລະນານ.

KPL

ຂ່າວອື່ນໆ

ads
ads

Top