ຂປລ
ໄພພິບັດ ແຜ່ນດິນໄຫວ ຮຸນແຮງ ທີ່ເກີດຂຶ້ນຢູ່ມຽນມາ ນັບແຕ່ວັນທີ 28 ມີນາຜ່ານມາ ຮອດປັດຈຸບັນ ມີຜູ້ເສຍຊີວິດ ເພີ່ມຂຶ້ນເປັນ 3.725 ຄົນ, ບາດເຈັບ 5.106 ຄົນ ແລະ ສູນຫາຍ 129 ຄົນ.
ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ແຫລ່ງຂ່າວຈາກ ໜ່ວຍງານ ຂໍ້ມູນຂ່າວ ຄະນະ ກຳມະການ ປົກຄອງ ແຫ່ງຊາດມຽນມາ ລາຍງານໃຫ້ຮູ້ ເມື່ອບໍ່ດົນມານີ້ວ່າ: ໄພພິບັດ ແຜ່ນດິນໄຫວ ຮຸນແຮງ ທີ່ເກີດຂຶ້ນຢູ່ມຽນມາ ນັບແຕ່ວັນທີ 28 ມີນາຜ່ານມາ ຮອດປັດຈຸບັນ ມີຜູ້ເສຍຊີວິດ ເພີ່ມຂຶ້ນເປັນ 3.725 ຄົນ, ບາດເຈັບ 5.106 ຄົນ ແລະ ສູນຫາຍ 129 ຄົນ.ຂະນະທີ່ ໜ່ວຍງານກູ້ໄພ ຍັງສືບຕໍ່ໃຫ້ການຊ່ວຍເຫລືອ ຜູ້ປະສົບໄພ ຢ່າງຕໍ່ເນື່ອງ.ນອກຈາກນີ້ ຍັງມີຫລາຍປະເທດ ສືບຕໍ່ສົ່ງເຄື່ອງຊ່ວຍເຫລືອ ປະຊາຊົນ ມຽນມາ ທີ່ໄດ້ຮັບຜົນກະທົບ ຈາກແຜນດິນໄຫວ ສ້າງຄວາມເສຍຫາຍ ເປັນບໍລິເວນກວ້າງ ແລະ ອາດຕ້ອງໃຊ້ງົບປະມານ ມະຫາສານ ເພື່ອຟື້ນຟູ ເຂດປະສົບໄພ ໃນຄັ້ງນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL