ຂປລ
ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ພິທີແຫ່ຊ້າງຮຽງເກີຍ ເຊິ່ງເປັນພິທີກໍາ ຄອບລາ ຫລື ບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ສັກກະຣາຊ ຫລື ສັງກາດປີໃໝ່ ຕາມຄວາມເຊື່ອຖື ມາແຕ່ບູຮານນະການ ຈັດຂຶ້ນໃນວັນທີ 13 ເມສາ 2025 ທີ່ນະຄອນ ຫລວງພະບາງ.

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ພິທີແຫ່ຊ້າງຮຽງເກີຍ ເຊິ່ງເປັນພິທີກໍາ ຄອບລາ ຫລື ບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ສັກກະຣາຊ ຫລື ສັງກາດປີໃໝ່ ຕາມຄວາມເຊື່ອຖື ມາແຕ່ບູຮານນະການ ຈັດຂຶ້ນໃນວັນທີ 13 ເມສາ 2025 ທີ່ນະຄອນ ຫລວງພະບາງ.

ທ່ານ ແສງຈັນ ເພຍສາຂາ ນາຍບ້ານປ່າຂາມ ໄດ້ໃຫ້ສຳພາດ ວ່າ: ພິທີແຫ່ຊ້າງຮຽງເກີຍ ເປັນປະເພນີທີ່ປະຊາຊົນລາວ ໄດ້ສືບທອດກັນມາຫລາຍເຊັ່ນຄົນ ເພາະປະເທດລາວເຄີຍ ເປັນອານາຈັກລາວ ລ້ານຊ້າງມາກ່ອນ ໃນປີນີ້
ຄະນະຮັບຜິດຊອບຂອງບ້ານປ່າຂາມ ໄດ້ພ້ອມກັນກະກຽມວຽກງານຫລາຍດ້ານ ເຮັດໃຫ້ການຈັດພິທີມີຜົນສຳເລັດ.

ສຳລັບຄວາມໝາຍຄຳວ່າຊ້າງຮຽງເກີຍ ສະໄໝກ່ອນ ແມ່ນການແອບຊ້າງກ່ອນເຂົ້າສູ່ສະໜາມຮົບ ໂດຍມີຄຳເວົ້າບາງຕອນໃນພິທີຮຽງເກີຍນັ້ນວ່າ: 'ສັງກາດ ສັງຂານໃໝ່ ເຈົ້າຜູ້ໃຫຍ່ ຖ້າຍປີ ຖ້າຍເດືອນ ເຈົ້າມຶງ ໃສ່ເສື້ອສີແຫລ້ ໃຫ້ມຶງຈຳ ເຈົ້າມຶງໃສ່ເສື້ອສີດຳ ໃຫ້ມຶງຈື່ ຈື່ຢ່າລັງ ສັ່ງຢ່າລືມ ຈື່ໃສ່ປຸມພາໄວ້ ຈື່ໃສ່ໄສ້ພານອນ ໃຫ້ເຈົ້າອວ່າຍໜ້າມາສູ່ ໃຫ້ເຈົ້າໝັ້ນຍືນແສນປີ ຄ້ຳບ້ານໝູນເມືອງ ນີ້ແລ, ເວລາອອກ ສູ້ຮົບນັ້ນ ເຈົ້າຢ່າໄດ້ງວກຊ້າຍ-ງວກຂວາ ໃຫ້ໄປໜ້າຕິກໆ ຄັນໄດ້ຍິນສຽງຄົນຮ້ອງໂຮ່ແຊວຢູ່ທາງໜ້າແມ່ນສັດຕູ', ເນື່ອງຈາກ “ຊ້າງ“ ເປັນສັດໃຫຍ່ຄູ່ບ້ານ ຄູ່ເມືອງລາວ ໃນປາງສົງຄາມ ຄົນສ່ວນໃຫຍ່ ໄດ້ນຳໃຊ້ຊ້າງເປັນພາຫະນະສູ້ຮົບ ຄຳວ່າ: “ຮຽງ“ ໝາຍເຖິງ ທຽບ, ຕິດ, ແປະ ຍັບເຂົ້າໃສ່ກັນ ແລະ ຄຳວ່າ “ເກີຍ“ ແມ່ນຄຳສັບທີ່ໄດ້ມາຈາກພາສາກຶມມຸ ໝາຍເຖິງ ລະບຽງ, ເຊຍ ຫລື ຊານ ຂອງເຮືອນທີ່ຍົກ ໃຫ້ສູງຂຶ້ນ. ອີກຄວາມໝາຍໜຶ່ງການແຫ່ຊ້າງຮຽງເກີຍ ເປັນພິທີສ່ຽງ-ທວາຍ ໃນປີນັ້ນວ່າ ເປັນປີທີ່ດິນຟ້າອາກາດສະພາບການບ້ານເມືອງ ຈະອຳນວຍຄວາມສະດວກ ຫລື ຫຍຸ້ງຍາກ ຫຍັງແດ່ ຈະເກີດຂຶ້ນກັບບ້ານເມືອງ ແລະ ບັນດາພົນລະເມືອງ ເພື່ອຈະອາໄສ ດິນຟ້າອາກາດໃນການຜະລິດກະສິກຳ ເພື່ອຈະກະກຽມຮັບມືກັບເຫດການທີ່ຈະເກີດຂຶ້ນ (ໃຫ້ມີສະຕິລະວັງຕົວ), ເຊິ່ງໃນພິທີ ແຫ່ຊ້າງ ຮຽງເກີຍ ຈະມີພືດພັນທັນຍາຫານຫລາຍຢ່າງ ໃຫ້ຊ້າງກິນ ເພື່ອສ່ຽງທວາຍການກິນຂອງຊ້າງ ເຊັ່ນ: ຫຍ້າ, ກ້ວຍ, ອ້ອຍ, ຖົ່ວ, ງາ, ເຫລົ້າ, ເຂົ້າຕົ້ມ, ເຂົ້າໝົມ, ເຂົ້າໂຄບ, ເຂົ້າຂຽບ ແລະ ອື່ນໆ ຕາມຄວາມເຊື່ອ ຖ້າປີໃດຊ້າງກິນຫຍ້າ ກິນກ້ວຍ ກິນອ້ອຍ ກໍຈະພະຍາກອນວ່າ ປີນັ້ນດິນຟ້າອາກາດ ສະພາບການບ້ານເມືອງ ຈະສະຫງົບສຸຂກຮົ່ມເຢັນ ນ້ຳຟ້ານ້ຳຝົນກໍຈະອຸດົມສົມບູນ, ຖ້າປີນັ້ນຊ້າງ ກິນເຫລົ້າ ກໍຈະພະຍາກອນວ່າ ບ້ານເມືອງຈະມີອຸປະສັກ ເຫລົ່ານີ້ ເປັນຕົ້ນ.
ສຳລັບປີນີ້ ໄດ້ມີຂະບວນແຫ່ເລີ່ມຈາກໜ້າຫ້ອງວ່າການແຂວງ ມາຮຽງເກີຍຢູ່ວັດໃໝ່ ສຸວັນນະພູມມາຣາມ ຈາກນັ້ນ ໄດ້ເຄື່ອນຂະບວນໄປວັດຊຽງທອງ ພ້ອມທັງຕໍ່ທຳພິທີ ສູ່ຂວັນຊ້າງ ຢູ່ລານເກີຍ ຊ້າງວັດຊຽງທອງ ໂດຍມີຊ້າງເຂົ້າຮ່ວມຂະບວນແຫ່ 7 ໂຕ ນຳພາຂະບວນໂດຍ ການນຳຂອງແຂວງ-ນະຄອນຫລວງພະບາງ ແລະ ມວນຊົນຫລວງພະບາງ.
KPL