ການສະຫລອງປີໃໝ່ລາວ ຮັກສາໄດ້ຮີດຄອງປະເພນີ ຂອງຊາດລາວ

15/04/2025 12:12
Email Print 2184
ຂປລ ຂປລ. ບຸນປີໃໝ່ລາວ ພສ 2568 (2025) ແມ່ນມີຄວາມໝາຍສໍາຄັນ ສໍາລັບຊາວລາວທົ່ວໜ້າ ເຊິ່ງກິດຈະກຳຂອງການສະຫລອງປີໃໝ່ ໃນແຕ່ລະປີ ຈະເນັ້ນໃສ່ແບບຕາມຮີດຄອງປະເພນີ ຂອງຊາດລາວ ໂດຍສະເພາະ




ຂປລ. ບຸນປີໃໝ່ລາວ ພສ 2568 (2025) ແມ່ນມີຄວາມໝາຍສໍາຄັນ ສໍາລັບຊາວລາວທົ່ວໜ້າ ເຊິ່ງກິດຈະກຳຂອງການສະຫລອງປີໃໝ່ ໃນແຕ່ລະປີ ຈະເນັ້ນໃສ່ແບບຕາມຮີດຄອງປະເພນີ ຂອງຊາດລາວ ໂດຍສະເພາະ ເຂົ້າວັດຟັງທຳ, ເຮັດບຸນສິນກິນທານໃສ່ບາດຢາດນໍ້າ, ໄປຫົດສົງພະພຸດທະຮູບ ຕາມວັດວາອາຮາມ, ຫົດສົງຜູ້ເປັນພໍ່, ແມ່, ຜູ້ເຖົ້າ-ຜູ້ແກ່ ຜູ້ຊົງຄຸນວຸດທິ ເພື່ອສະແດງຄວາມເຄົາລົບ, ຄວາມກະຕັນຍູຮູ້ບຸນຄຸນ.
ພະອາຈານ ດາວສະເດັດ ເລີດມະນີ ຄະນະບໍລິຫານປະຈໍາການສູນກາງ ອົງການພຸດທະສາສະໜາສໍາພັນລາວ, ຮອງຫົວໜ້າຫ້ອງການຄະນະສົງ ວັດໃໝ່ໂຊກຄໍາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ສຳລັບປີໃໝ່ລາວ ຫລື ບຸນຫົດນໍ້າ ປີ 2025 ນີ້, ກົງກັບວັນຈັນ (ວັນທີ 14) ແຮມ 2 ຄໍ່າ ເດືອນ 5 ລາວ ແມ່ນມື້ສັງຂານລ່ວງ ໃນມື້ນີ້ ຊາວລາວ ນິຍົມອະນາໄມ, ປັດກວາດເຮືອນ, ສະຖານທີ່ ສໍາຄັນຕ່າງໆ ໂດຍສະເພາະ ກິດຈະວັດທາງພະສົງ ກິດຈະວັດ ປະຈໍາວັນພະສົງ ອາລັດຕະນາພະລົງສູ່ແທ່ນອາບ, ສົງ ແລະ ຫົດສົງ ເພື່ອຂໍລ້າງສິ່ງທີ່ບໍ່ດີ, ບໍ່ງາມ ຫລື ຫົດສົງ ພະພຸດທະຮູບ, ຂໍພອນສິ່ງສັກສິດ. ສ່ວນອອກຕົນຍາດໂຍມ ຢູ່ເຮືອນນິຍົມແຕ່ງຂັນດອກໄມ້, ແຕ່ງຂັນຫ້າ ເພື່ອບູຊາ ແລະ ອະນາໄມຫໍບູຊາ-ຫີ້ງພະ, ປະດັບເອ້ຢ້ອງເຮືອນ ເພື່ອເປັນສິຣິມຸງຄຸນ ຕ້ອນຮັບປີໃໝ່, ກຽມດອກຄູນ, ດອກຈໍາປາ ແລະ ດອກໄມ້ ທີ່ມີສີສັນສວຍງາມ ເພື່ອປະດັບປະດາ ພ້ອມທັງແຕ່ງນໍ້າອົບ-ນໍ້າຫອມ ເພື່ອຫົດສົງ ພະພຸດທະຮູບ ຕາມວັດ ທີ່ຢູ່ໃກ້ເຮືອນຂອງຕົນ, ມື້ວັນເນົາ ກົງກັບວັນອັງຄານ (ລັດຖະບານ) ປະກາດວ່າ ເປັນວັນຄອບຄົວ ເປັນວັນຂອງຜູ້ອາຍຸສູງ ດັ່ງນັ້ນ ພິທີບາສີ, ສູ່ຂວັນ ຢູ່ຕາມເຮືອນ ນິຍົມເຊີນ ຜູ້ສູງອາຍຸ ໄປຫົດນໍ້າ, ສົມມາຄາລະວະ; ວັນເນົານັ້ນ (ທີ 15) ແຮມ 3 ຄໍ່າ ເດືອນ 5 ລາວ ແມ່ນຢູ່ລະຫວ່າງ ວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ (ວັນຊົງໂຕ) ດັ່ງນັ້ນ, ບໍ່ໃຫ້ເຮັດກິດຈະວັດໃດໆ ແລະ ບໍ່ໃຫ້ເຮັດວຽກງານໜັກ, ວັນນີ້ ນິຍົມຜູກແຂນ, ສູ່ຂວັນ ເຊີນໝໍພອນມາ ເພື່ອຂໍພອນ, ຄາລະວະ ຜູ້ສູງອາຍຸ, ສະເພາະ ພະສົງ ກໍເຮັດກິດຈະວັດເໝືອນເດີມ ຄື: ສູດຣົດນໍ້າ, ອາທິຖານຈິດ ໃຫ້ອອກຕົນຍາດໂຍມ ທີ່ມາຂໍພອນ ໃນມື້ນັ້ນ; ມື້ສັງຂານຂຶ້ນ ກົງກັບມື້ວັນພຸດ (ທີ 16) ແຮມ 4 ຄໍ່າ ເດືອນ 5 ລາວ ຊາວລາວນິຍົມ ແຕ່ງນໍ້າອົບ-ນໍ້າຫອມ ໄປວັດ ເພື່ອຂໍພອນ, ສົງນໍ້າພະໃນແຕ່ລະວັດ, ສົງພະ 7 ວັດ, 9 ວັດ ຫລື ຫລາຍໆວັດ ຕາມຄວາມເໝາະສົມ ໂດຍສະເພາະ ພະສົງ ໃນມື້ສັງຂານຂຶ້ນ ເອີ້ນວ່າ ມື້ເລີ່ມຕົ້ນປີໃໝ່ ເລີ່ມຕົ້ນຈຸນຣະສັກກະລາດໃໝ່ ບັນດາປວງຊົນທັງຫລາຍຈຶ່ງມັກ ເຮັດບຸນກຸສົນ, ເສີມດວງ, ເສີມບາລະມີ ຂໍພອນ ນໍາພໍ່, ແມ່, ຄູບາອາຈານ, ມື້ສັງຂານຂຶ້ນນີ້ ຊາວລາວຢູ່ຕາມເຮືອນກໍດີ ມັກເກັບດອກໄມ້ ມັດຕາມປະຕູເຮືອນ, ຕາມຮົ້ວສວນ ເພື່ອຕ້ອນຮັບສິ່ງທີ່ດີງາມເຂົ້າມາພາຍໃນເຮືອນ.
ພະອາຈານ ດາວສະເດັດ ເລີດມະນີ ຍັງຝາກເຖິງຜູ້ຂັບຂີ່ ຂໍໃຫ້ມີສະຕິລະວັງຕົວ, ຖ້າຫາກດຶ່ມສິ່ງມຶນເມົາ ໃຫ້ງົດການຂັບຂີ່ລົດ ຫລື ໃຫ້ຈອດລົດໄວ້ ເພື່ອຮັກສາຊີວິດ ແລະ ຊັບສິນ. ພ້ອມນີ້, ຍັງເນັ້້ນເຖິງ
ການສະຫລອງປີໃໝ່ລາວ ທີ່ຖືກຕ້ອງ ຄວນໃຊ້ນໍ້າທີ່ສະອາດ ບໍລິສຸດ ຫົດ-ສົງ ໝູ່, ເພື່ອນ, ພໍ່, ແມ່, ພະພຸດທະຮູບ, ຄູບາອາຈານ, ຜູ້ເຖົ້າ-ອາຍຸສູງ, ຫ້າມບໍ່ໃຫ້ຫລິ້ນນໍ້າເປື້ອນເປິະ ທີ່ຈະສົ່ງຜົນສະທ້ອນ ທີ່ບໍ່ດີຕໍ່ການສະຫລອງປີໃໝ່.
ຂ່າວ-ພາບ: ກິດຕາ
KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

ads
ads

Top