ຂປລ. ອົງການໄອຍະການ ທະຫານຈັດພິທີມອບຫລຽນໄຊ ພິລະອາດຫານໃຫ້ການນໍາ ແລະ ພະນັກງານຫລັກແຫລ່ງອົງການ ໄ ອຍ ະ ກ າ ນປ ະ ຊ າ ຊົນສູງສຸດ x6j gpu pj kgpu s]n x6j la '0tlk pj kla '0tlu ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 10.04.2025 ປີທີ 24 ສະບັບທີ 6.162ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ພາບປະກອບ 8A '|h kxa [x5 'd+ lh k'ra d .sh xvf.l g0A ,c0' |a dc|h oK ຂປລ. ເມື່ອບໍ່ດົນມານີ້, ກໍາມາທິ ການການຕ່າງປະເທດສະພາແຫ່ງ ຊາດ(ສພຊ) ຈັດຝຶກອົບຮົມຍົກສູງ ຂີດຄວາມສາມາດໃນການປະຕິບັດ ໜ້າທີ່ວຽກງານໃຫ້ແກ່ພະນັກງານລັດຖະກອນ ທີ່ເປັນເສນາທິການ ຮັບໃຊ້ໃຫ້ແກ່ວຽກງານການຕ່າງ ປະເທດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍ ການເປັນປະທານຂອງທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາ ສະພາແຫ່ງຊາດ, ປະທານກໍາມາ ທິການການຕ່າງປະເທດ, ມີຮອງ ປະທານກໍາມາທິການການຕ່າງ ປະເທດ, ຫົວໜ້າ-ຮອງຫົວໜ້າ ກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ຕາງໜ້າຈາກກົມທີ່ກ່ຽວຂ້ອງພາຍ ໃນ ສພຊ ແລະ ສະພາປະຊາຊົນ ແຂວງ, ນະຄອນຫລວງວຽງຈັນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງ ອອນລາຍ. ການຝຶກອົບຮົມໃນຄັ້ງນີ້, ເພື່ອ ຍົກສູງຂີດຄວາມສາມາດໃນການ ປະຕິບັດໜ້າທີ່ວຽກງານໃຫ້ແກ່ ພະນັກງານ-ລັດຖະກອນ ທີ່ເປັນເສ ນາທິການຮັບໃຊ້ໃຫ້ແກ່ວຽກງານ ການຕ່າງປະເທດຂອງສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ, ທັງເປັນການຍົກລະດັບ pq dl6 '0u f7;k,lk,kf dkoxt8y [a f|h kmuj ;Pd'kodko8j k'xtgmf dt-;'dko8j k'xtgmf xtfa [s]Podk]tob d 70 xu ;a olh k'8A 'ra d c]t xtdkfdko9a f8A ' ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 6່ າໍ່ ໜ້າ dv'ma [xt-k-q o]k; leg]a fdko-j ;p z6 h xtlq [czj ofy ows;16 j ,Po,k 3m]tg]dglQ klts]q f.9 9kddkooe0A ol6 ' lxx gdq ks]u ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໃນວັນທີ 6 ເມສາ 2025 ນີ້, ສະຫາຍ ກິມ ເຈິງ ອຸນ ເລຂາ ທິການໃຫຍ່ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫລີ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ]k;{s;Pfok, gruj ,mt;u dkoIj ;,,n ra fmtokglf4tdy f8y fra oda [;Pd xd-{xdl gvu fu [u 7kf7tgodkog8u [38 mk'glf4tdy f0v']k;16j .o]tfa [xkodk' ຂປລ. ກະຊວງປ້ອງກັນຄວາມ ສະຫງົບ ຈັດພິທີໂຮມຊຸມນຸມສະ ເຫລີມສະຫລອງວັນສ້າງຕັ້ງກໍາລັງ ປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ( 5 ເມສາ 1961-5 ເມສາ ຂປລ. ຄະນະຜູ້ແທນກອງບັນ ຊາການທະຫານເຂດ 4 ກອງທັບ ປະຊາຊົນຫວຽດນາມ, ນຳໂດຍ ສະຫາຍ ພົນຕີ ຮ່າທໍ້ບິ່ງ ຜູ້ບັນຊາ ການທະຫານເຂດ 4 ກອງທັບປະ ຊາຊົນຫວຽດນາມ ພ້ອມຄະນະ ຂປລ. ໃນວັນທີ 9 ເມສາ 2025 ນີ້, ຫ້ອງການທະນາຄານພັດທະນາ ອາຊີ ຫລື ເອດີບີ(ADB) ປະຈຳ ສປປລາວ ໄດ້ລາຍງານການເຕີບໂຕ ທາງດ້ານເສດຖະກິດຂອງລາວ ໂດຍ ຍົກໃຫ້ເຫັນການບໍລິການດ້ານການ ຂົນສົ່ງ ແລະ ທ່ອງທ່ຽວຈະສືບຕໍ່ ເປັນແຮງຊຸກຍູ້ໃຫ້ການເຕີບໂຕທາງ ເສດຖະກິດລາວ, GDP ຄາດວ່າ ຈະເຕີບໂຕໃນລະດັບປານກາງໃນອັດ ຕາ 3,9%ໃນປີ2025 ແລະ 4,0% ໃນປີ 2026. ທ່ານ ນາງ ແຊນນີ ແຄັມແບວ ຫົວໜ້າຫ້ອງການ ADB ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ສິ່ງສໍາ ຄັນທີ່ສຸດທີ່ຈະເສີມສ້າງພື້ນຖານ ເສດຖະກິດມະຫາພາກທີ່ຍຶດໝັ້ນ ເສດຖະກິດ ແລະ ຮັບປະກັນຄວາມ ຫົດຢືດໃນໄລຍະຍາວ, ເນື່ອງຈາກ ຄວາມບໍ່ແນ່ນອນໃນສະພາບການ ຂອງໂລກໃນປັດຈຸບັນ, ການສຸມໃສ່ ປັບປຸງການຄຸ້ມຄອງງົບປະມານ, ການພັດທະນາຊັບພະຍາກອນມະ ນຸດ ແລະ ພະລັງງານທົດແທນຈະ ຊ່ວຍເສີມຂະຫຍາຍຄວາມອາດ ສາມາດຂອງປະເທດ ເພື່ອຕ້ານ ທານກັບຜົນກະທົບຈາກພາຍ ຂປລ. ກະຊວງການຕ່າງປະ ເທດ ຈັດພິທີປະດັບຫລຽນກາລະ ນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ປະກາດແຕ່ງຕັ້ງ ຕຳແໜ່ງບໍລິຫານກະຊວງການຕ່າງ ປະເທດ ໃນວັນທີ 8 ເມສາ 2025 xtfa [s]Pow-ry ]tvkfsko.sh dkooe c]t rtoa d'kos]a dcs]j ' vvxl ອ່ານຕໍ່ໜ້າ 2່ າໍ່ ໜ້າ lkoltcf'7;k,glQ klts]q f.9 9kddkooe0A ol6 ' ik-tvkok9a ddex6 g9p ຂປລ. ວັນທີ 4 ເມສາ 2024 ຜ່ານມາ, ພະບາດ ສົມເດັດ ພະບໍ ຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາ ຈັກກຳປູເຈຍ ໄດ້ສົ່ງສານສະແດງ ຂປລ. ຄະນະປະຕິບັດງານຊ່ວຍ ເຫລືອຜູ້ປະສົບແຜ່ນດິນໄຫວຂອງ ກອງທັບປະຊາຊົນລາວ ນຳໂດຍ lts]v';a olh k'8A ' de]a 'xh v'da o7;k,lts'[ 7q [Iv[ 64 xu q ໄດ້ເດີນທາງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ບັນດາສະຫາຍ ອະດີດເລຂາທິການໃຫຍ່ຄະນະບໍ ລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໃນໂອກາດສົ່ງທ້າຍປີ ເກົ່າຕ້ອນຮັບປີໃໝ່ລາວ ພສ 2568 ໃນວັນທີ 8 ເມສາ 2025. ໃນນີ້, ໄດ້ ເຂົ້າພົບປະ ແລະ ອວຍພອນສະຫາຍ ຈູມມາລີ ໄຊຍະສອນ, ສະຫາຍ ບຸນຍັງ ວໍລະຈິດ. ພ້ອມນີ້, ຍັງໄດ້ພົບ ປະ ແລະ ອວຍພອນສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມ ໂດຍການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ກໍາມະ ການສູນກາງພັກ, ເລຂາຄະນະບໍລິ ຫານງານພັກກະຊວງ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ ຕາງໜ້າຈາກຄະນະຈັດຕັ້ງສູນກາງ ພັກ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ, ພະນັກງານ-ລັດຖະກອນພາຍໃນ ກະຊວງ ແລະ ສະມາຊິກພັກບຳນານ ເຂົ້າຮ່ວມ. ໃນພິທີ, ທ່ານ ທົງສັກ ກົມມະ ເມືອງ ຮອງຫົວໜ້າກົມຄຸ້ມຄອງພະ ນັກງານ, ຄະນະຈັດຕັ້ງສູນກາງ 2025 ) ໃນວັນທີ 8 ເມສາ 2025 ໂດຍການເປັນປະທານຂອງທ່ານ ພົອ ວິໄລ ຫລ້າຄໍາຟອງ ກຳມະການ ກົມການເມືອງສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງປ້ອງກັນຄວາມ ສະຫງົບ, ພະນັກງານອາວຸໂສ-ບໍາ ນານ, ບັນດາກົມກອງອ້ອມຂ້າງກະ ຊວງ ພ້ອມດ້ວຍພະນັກງານຫລັກ ແຫລ່ງເຂົ້າຮ່ວມ. ໃນພິທີ ທ່ານ ພົອ ວິໄລ ຫລ້າ ຄໍາຟອງ ໄດ້ຍົກໃຫ້ເຫັນກ່ຽວກັບ ຄວາມເປັນມາຂອງວັນສ້າງຕັ້ງກໍາ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 10/04/2025 xtgmf]k; ສະຫລອງວັນສ້າງຕັ້ງ...ັ້ັ້ ລາວ-ຫວຽດນາມ... ໂທລະເລກເສົ້າສະຫລົດໃຈ...ົ້ົ ສານສະແດງຄວາມເສົ້າ...ົ້ ຂປລ. ໃນໂອກາດເຄື່ອນໄຫວ ຢ້ຽມຢາມອົງການໄອຍະການປະ ຊາຊົນສູງສຸດ ສ ກູບາ ເມື່ອບໍ່ດົນມາ ມານີ້, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າ ອົງການໄອຍະການປະຊາຊົນ ສູງສຸດ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານ ມິເກວ ດິອາຊ-ຄາເນວ ເບີມູເດຊ ເລຂາທິການໃຫຍ່ພັກກອມມູນິດ, ປະທານປະເທດ ສ ກູບາ. ໂອກາດນີ້, ທ່ານ ໄຊຊະນະ ໂຄດ ພູທອນ ໄດ້ແຈ້ງຈຸດປະສົງຂອງ ການມາຢ້ຽມຢາມ ສ ກູບາ ໃນຄັ້ງ ນີ້, ພ້ອມທັງລາຍງານສະພາບການ ພົວພັນຮ່ວມມືຂອງສອງອົງການໄອ ຍະການປະຊາຊົນສູງສຸດຂອງສອງ ປະເທດ ໃນໄລຍະຜ່ານມາ ແລະ ແຜນການຮ່ວມມືໃນອະນາຄົດ ເຊິ່ງ ອົງການໄອຍະການປະຊາຊົນຂອງ ສປປ ລາວ ພາຍໃຕ້ການນໍາພາ-ຊີ້ ນໍາຂອງພັກປະຊາຊົນປະຕິວັດລາວ ກໍໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງ ຕົນດ້ວຍຄວາມຮັບຜິດຊອບສູງ ເປັນ ຕົ້ນແມ່ນການປະຕິບັດໜ້າທີ່ຕິດຕາມ ກວດກາການປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນ ສານ ໃຫ້ກ້າວເຂົ້າສູ່ຄຸນນະພາບ, ເຮັດໃຫ້ການພົວພັນຮ່ວມມືຂອງ ສອງອົງການໄອຍະການປະຊາຊົນ ສູງສຸດຂອງສອງປະເທດມີຄວາມ ແໜ້ນແຟ້ນ ແລະ ກ້າວເຂົ້າສູ່ລວງ ເລິກເທື່ອລະກ້າວ. ທ່ານ ມິເກວ ດິອາຊ-ຄາເນວ ເບີມູເດຊ ໄດ້ຕີລາຄາສູງຕໍ່ການມາ ຢ້ຽມຢາມໃນຄັ້ງນີ້ ແມ່ນໝາກຜົນ ຂອງການຮ່ວມມືຂອງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດ ກູບາ ທີ່ມີມູນເຊື້ອອັນດີງາມມາເປັນ ເວລາຍາວນານ ແລະ ພວມແຕກ ດອກອອກຜົນ. ພ້ອມກັນນັ້ນ, ຍັງ ຕີລາຄາສູງຕໍ່ການຮ່ວມມືຂອງ ສອງພັກ, ສອງຊາດ ລາວ-ກູບາ, ກູບາ-ລາວ ແມ່ນການພົວພັນຂອງ ຄູ່ຮ່ວມອຸດົມການສັງຄົມນິຍົມອັນ ດຽວກັນ ແລະ ສອງພັກ, ສອງ ຊາດ ແມ່ນໄດ້ຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ທັງໄລຍະຕໍ່ສູ້ ປົດປ່ອຍຊາດ ແລະ ໄລຍະສ້າງສາ ພັດທະນາປະເທດຊາດ. ພ້ອມນີ້, ທ່ານປະທານປະເທດ ສ ກູບາ ຍັງ ໄດ້ແຈ້ງສະພາບການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ ກູບາ ໃຫ້ຄະນະຜູ້ແທນອົງການ ໄອຍະການປະຊາຊົນສູງສຸດຂອງ ສປປ ລາວ ຮັບຊາບ, ທັງໄດ້ສະແດງ ຄວາມຂອບໃຈມາຍັງພັກ ແລະ ປະ ຊາຊົນລາວ ເຊິ່ງຍາມໃດກໍໄດ້ໃຫ້ ການສະໜັບສະໜູນການຕໍ່ສູ້ທີ່ເປັນ ທໍາຂອງພັກ ແລະ ປະຊາຊົນກູບາ ດ້ວຍດີຕະຫລອດມາ. ໃນຕອນທ້າຍ ທ່ານປະທານປະ ເທດ ສ ກູບາ ຍັງໄດ້ມີທິດຊີ້ນໍາໃຫ້ ສອງອົງການໄອຍະການປະຊາຊົນ ສູງສຸດຂອງ ສປປ ລາວ ແລະ ສ ກູບາ ຈົ່ງສືບຕໍ່ຮັດແໜ້ນການພົວພັນ ຮ່ວມມືກັນໃຫ້ແໜ້ນແຟ້ນຂຶ້ນກວ່າ ເກົ່າ ໂດຍສະເພາະແມ່ນການສືບຕໍ່ ແລກປ່ຽນບົດຮຽນດ້ານວິຊາການ ໃນຫົວຂໍ້ຕ່າງໆທີ່ສອງຝ່າຍມີຄວາມ ສົນໃຈຮ່ວມກັນ ແລະ ປະຕິບັດແຜນ ການຮ່ວມມືທີ່ສອງຝ່າຍໄດ້ກໍານົດ ຮ່ວມກັນນັ້ນໃຫ້ເກີດດອກອອກຜົນ ໃນອະນາຄົດ. ຂ່າວ-ພາບ: ອອປສ sq ;|h k vvxl csj ' lxx ]k; g7nj vows;1h P,1k, l d6 [k ເຖິງສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການມໍລະນະກຳຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດ ປະທານຄະນະບໍລິຫານງານສູນກາງ ພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ2 ເມສາ 2025 ຜ່ານມາ. ເນື້ອໃນສານໄດ້ລະບຸວ່າ: ຂ້າ ພະເຈົ້າໄດ້ຮັບຂ່າວເສົ້າສະຫລົດ ໃຈວ່າ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ເຖິງແກ່ມໍລະນະກຳ, ຕາງໜ້າພັກແຮງງານເກົາຫລີ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ແລະ ປະຊາຊົນເກົາຫລີ ກໍຄື ໃນນາມ ການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ແລະ ບັນດາ ການນຳກະຊວງການເງິນ, ກະຊວງ ປ້ອງກັນປະເທດ, ສຳນັກງານຫ້ອງວ່າ ການລັດຖະບານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກອງບັນຊາການ ທະຫານນະຄອນຫລວງວຽງຈັນ. ໂອກາດນີ້, ສະຫາຍ ພົນຕີ ຮ່າ ທໍ້ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ໄດ້ ສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ ການຈາກໄປຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 2 ເມສາ 2025 ຜ່ານ ມາ, ສະຫາຍໄດ້ເພີ່ມພູນຄູນສ້າງຮັດ ແໜ້ນສາຍພົວພັນຮ່ວມມື ແລະ ໃກ້ ຊິດຕິດແທດກັບພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ໃນຕະ ຫລອດໄລຍະຜ່ານມາ. ພ້ອມກັນນີ້, ສະຫາຍ ພົນຕີ ຮ່າ ທໍ້ບິ່ງ ຍັງໄດ້ກ່າວອວຍພອນປີໃໝ່ ໃຫ້ບັນດາການນຳຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມສຸກ, ນຳພາ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການສູນກາງໃຫ້ມີການ ພັດທະນາຈະເລີນຮຸ່ງເຮືອງຍິ່ງຂຶ້ນ ແລະ ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ຄວາມເອົາໃຈໃສ່, ສ້າງ ເງື່ອນໄຂອຳນວຍຄວາມສະດວກ ທຸກຢ່າງ, ຊ່ວຍເຫລືອກຳລັງຕ່າງໆ ຂອງກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ປະຕິບັດໜ້າທີ່ການຕ່າງປະເທດ ດ້ານການປ້ອງກັນຊາດຢູ່ ສປປ ລາວ ໄດ້ສຳເລັດເປັນຢ່າງດີ. ໃນ ນັ້ນ, ພາຍໃຕ້ການນຳພາ, ຊີ້ນຳ ຂອງຄະນະພັກ, ກອງບັນຊາການ ທະຫານເຂດ 4, ໃນໄລຍະຜ່ານ ມາ, ບໍລິສັດຮ່ວມມືເສດຖະກິດໄດ້ ປະຕິບັດໜ້າທີ່ຢູ່ລາວ ໂດຍປະຕິບັດ ຕາມກົດໝາຍຂອງ ສປປ ລາວຢ່າງ ເຂັ້ມງວດ, ປະຕິບັດໜ້າທີ່ເສດຖະກິດ ທີ່ຕິດພັນກັບການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ຢ່າງມີປະ ສິດທິຜົນ, ປະກອບສ່ວນເຂົ້າງົບ ປະມານໃຫ້ລັດ ສປປ ລາວ ຢ່າງ ຄົບຖ້ວນ. ໂອກາດນີ້, ພັກ-ລັດຖະບານ ແລະ ບັນດາກະຊວງ, ຂະແໜງ ການສູນກາງຂອງ ສປປ ລາວ ໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ທີ່ ເດີນທາງມາຢ້ຽມຢາມ, ສະແດງ ຄວາມເສຍໃຈຕໍ່ການຈາກໄປຂອງ ພົນເອກ ຄຳໄຕ ສີພັນດອນ, ອະດີດ ປະທານພັກ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້. ພ້ອມທັງ ລາຄາສູງຕໍ່ບົດບາດ, ຜົນງານການ ເຄື່ອນໄຫວຂອງກອງບັນຊາການ ທະຫານເຂດ 4 ໂດຍສະເພາະ ແມ່ນບໍລິສັດຮ່ວມມືເສດຖະກິດ ໃນ ການປະຕິບັດໜ້າທີ່ການທະຫານ, ວຽກງານປ້ອງກັນຊາດ ແລະ ການ ຜະລິດດຳເນີນທຸລະກິດ, ຊ່ວຍປະ ຊາຊົນລາວພັດທະນາເສດຖະກິດ, ດຳລົງຊີວິດໃຫ້ມີສະຖຽນລະພາບ ຢູ່ເຂດທ້ອງຖິ່ນທີ່ຫຍຸ້ງຍາກ, ເຂດ ຊາຍແດນ. ການນຳລັດຖະບານ, ລັງປ້ອງກັນຄວາມສະຫງົບ ວ່າ: ວັນທີ 5-12 ເມສາ 1961 ສູນກາງ ພັກ ໄດ້ດໍາເນີນກອງປະຊຸມຄົບຄະ ນະຂຶ້ນຢູ່ຄັງໄຂແຂວງຊຽງຂວາງ, ກອງປະຊຸມໄດ້ຄົ້ນຄວ້າ, ຕົກລົງ ຫລາຍບັນຫາທີ່ສໍາຄັນກ່ຽວກັບການ ປະຕິວັດຢູ່ລາວ ໃນສະເພາະໜ້າ ແລະ ຍາວນານ. ໃນນັ້ນ, ໄດ້ຕົກລົງປັບ ປຸງກໍ່ສ້າງກໍາລັງປ້ອງກັນພາຍໃນຢູ່ ຂອບເຂດທົ່ວປະເທດ ເພື່ອປົກປັກ ຮັກສາອົງການນໍາຂອງພັກ, ຂອງ ແນວລາວຮັກຊາດ, ປົກປັກຮັກສາ ຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຕົກລົງ ປ່ຽນຊື່ຈາກ “ຄະນະປ້ອງກັນພາຍ ໃນ” ມາເປັນ “ຫ້ອງການປ້ອງ ກັນຄວາມສະຫງົບສູນກາງ” ໂດຍ ແມ່ນທ່ານ ສີສົມພອນ ລໍວັນໄຊ ເປັນ ຜູ້ຊີ້ນໍາ, ບົນພື້ນຖານ ແລະ ເຫັນ ໄດ້ຄວາມສໍາຄັນຜ່ານໄລຍະປະ ຫວັດສາດດັ່ງກ່າວ, ສູນກາງພັກ, ລັດຖະບານຈຶ່ງໄດ້ຕົກລົງອອກດໍາລັດ ສະບັບເລກທີ 277/ນຍ, ລົງວັນທີ 1 ກັນຍາ 2005 ຮັບຮອງເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກໍາ ບັນດາກະຊວງ, ຂະແໜງການສູນ ກາງລາວຫວັງວ່າບັນດາຫົວໜ່ວຍ ຂອງກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ພັດທະນາ, ຂະຫຍາຍໂຄງ ການ, ຮູບແບບ, ວິທີການຈັດຕັ້ງປະ ຕິບັດທີ່ມີປະສິດທິຜົນຢູ່ບັນດາບ້ານ ກຸ່ມເປົ້າໝາຍ, ປະກອບສ່ວນຊຸກຍູ້ ການພັດທະນາເສດຖະກິດ, ສັງຄົມ ຢູ່ບັນດາທ້ອງຖິ່ນທີ່ຫຍຸ້ງຍາກ, ຊ່ວຍ ປະຊາຊົນລາວດຳລົງຊີວິດໃຫ້ມີສະ ຖຽນລະພາບ ແລະ ການພັດທະນາ ດີຂຶ້ນກວ່າເກົ່າ. ລັງປ້ອງກັນຄວາມສະຫງົບຢ່າງເປັນ ທາງການ. ການກໍາເນີດຂອງກໍາລັງປ້ອງ ກັນຄວາມສະຫງົບປະຊາຊົນລາວ ແມ່ນມີຄວາມໝາຍສໍາຄັນທາງ ດ້ານການເມືອງອັນໃຫຍ່ຫລວງ ໃນປະຫວັດສາດຂອງຊາດລາວ; ນັບແຕ່ມື້ສ້າງຕັ້ງ, ກໍາລັງປ້ອງກັນ ຄວາມສະຫງົບໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນ ໄດ້ເປັນຢ່າງດີຕະຫລອດມາ; ກໍາ ລັງ ປກສ ເຮົາທັງເຄື່ອນໄຫວປ້ອງ ກັນ, ຝຶກແອບຮໍ່າຮຽນ, ປັບປຸງກໍາ ລັງ, ເພີ່ມພູນຜະລິດຜົນຫາລ້ຽງ ກຸ້ມຕົນເອງດ້ວຍການສ້າງພະລາ ທິການກັບທີ່, ທັງຂົນຂວາຍ, ກໍ່ສ້າງ ຮາກຖານ ເຊິ່ງໄດ້ຮັບຄວາມຮັກ ແພງ, ອູ້ມຊູຊ່ວຍເຫລືອຈາກປະຊາ ຊົນຕະຫລອດມາ, ເຖິງວ່າໃນເບື້ອງ ຕົ້ນກໍາລັງເຮົາຍັງອ່ອນນ້ອຍ, ການ ປະກອບອາວຸດ, ພາຫະນະຫລ້າສະ ໄໝ; ລະດັບເຕັກນິກວິທະຍາສາດບໍ່ ທັນສູງ, ແຕ່ຍ້ອນຄວາມຮຽກຮ້ອງ ຕ້ອງການຂອງປະເທດຊາດ, ກໍາລັງ ປກສ ໄດ້ເດັດດ່ຽວເສີມຂະຫຍາຍ ນໍ້າໃຈຮັກຊາດ, ຮັກຄວາມເປັນ ເອກະລາດ ແລະ ຜືນແຜ່ນດິນອັນ ອຸດົມຮັ່ງມີຂອງຕົນ, ບໍ່ຍອມເປັນ ສ່ວນຕົວຂໍສະແດງຄວາມໂສກເສົ້າ ເສຍໃຈອັນສຸດຊຶ້ງມາຍັງສະຫາຍ ເລຂາທິການໃຫຍ່ ແລະ ໂດຍຜ່ານ ສະຫາຍໄປຍັງພັກ, ລັດຖະບານ, ປະຊາຊົນລາວ ແລະ ຄອບຄົວ ສີພັນດອນ. ຂ້າພະເຈົ້າເຊື່ອໝັ້ນວ່າພັກ, ລັດ ຖະບານ ແລະ ປະຊາຊົນລາວ ຈະ ຜ່ານຜ່າຄວາມທຸກໂສກຕໍ່ການສູນ ເສຍຄັ້ງນີ້ ແລະ ສືບຕໍ່ຄວາມປະ ສົງຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ພັກ-ລັດ ແລະ ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນ ຍິ່ງໃຫຍ່ກວ່າເກົ່າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຕາມທິດສັງຄົມນິຍົມ ໃຫ້ມີຄວາມຈະເລີນຮຸ່ງເຮືອງ. ຄວາມເສົ້າສະຫລົດໃຈເຖິງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການມໍລະ ນະກຳຂອງທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະ ເທດ ແຫ່ງ ສປປ ລາວ. ເນື້ອໃນສານໄດ້ລະບຸວ່າ: ທ່ານ ປະທານປະເທດທີ່ນັບຖືຢ່າງສູງ ແລະ ຮັກແພງ, ຂ້າພະເຈົ້າໄດ້ ຮັບຂ່າວທີ່ແສນເສົ້າສະຫລົດໃຈ ກ່ຽວກັບການມໍລະນະກຳຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ຂ້ອຍຂ້າໃຫ້ແກ່ຊາດອື່ນ, ໄດ້ພ້ອມ ກັບກອງທັບ, ປະຊາຊົນບັນດາເຜົ່າ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະ ພັດພາຍນອກ ແລະ ລູກແຫລ້ງຕີນ ມືຂາຍຊາດ. ຕະຫລອດ 64 ປີ ແຫ່ງການກໍາ ເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງ ປກສ, ພາຍໃຕ້ການ ນໍາພາຂອງພັກປະຊາຊົນປະຕິວັດ ລາວ ແມ່ນປະຫວັດສາດແຫ່ງການ ທົດສອບອັນໃຫຍ່ຫລວງໃນການ ຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດ ເອົາຄວາມເປັນເອກະລາດແຫ່ງ ຊາດ; ຕະຫລອດໄລຍະທາງອັນ ລະອິດລະອ້ຽວ, ຫຍຸ້ງຍາກລໍາບາກ ທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍຜົນ ງານ ແລະ ໄຊຊະນະອັນສະຫງ່າ ລາສີ; ພາຍໃຕ້ການນໍາພາອັນສະ ຫລາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ກໍາລັງພວກເຮົາໄດ້ ສາມັກຄີເປັນຈິດໜຶ່ງໃຈດຽວໃນ ການປະຕິບັດໜ້າທີ່ການເມືອງ, ທັງ ປະສານສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງ, ກໍ່ສ້າງກໍາລັງ ຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລໍາດັບມາ. ຜົນສໍາເລັດທີ່ກໍາລັງປ້ອງກັນ ຄວາມສະຫງົບ ຍາດມາໄດ້ໃນໄລ ຍະຜ່ານມາ, ແມ່ນການຈັດຕັ້ງປະ ຕິບັດແນວທາງຂອງພັກ-ລັດ ຖືກ ທິດ, ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກໍາລັງ ປກສ, ແມ່ນໝາກຜົນຂອງຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດ ທົນ, ເດັດດ່ຽວໜຽວແໜ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງ ສະມາຊິກພັກ, ພະນັກງານ-ນັກຮົບ ໃນທົ່ວກໍາລັງທີ່ໄດ້ຕັ້ງໜ້າທຸ້ມເທ ເຫື່ອແຮງ, ສະຕິປັນຍາປະກອບ ສ່ວນເຂົ້າຮ່ວມຈັດຕັ້ງປະຕິບັດດ້ວຍ ຄວາມເປັນເຈົ້າການຢ່າງຕັ້ງໜ້າ, ອັນໄດ້ສະແດງໃຫ້ເຫັນວ່າ: ພາຍໃຕ້ ການນໍາພາຂອງພັກ, ກໍາລັງ ປກສ ໄດ້ເສີມຂະຫຍາຍທາດແທ້, ມູນເຊື້ອ ຂອງກໍາລັງປະກອບອາວຸດປະຕິວັດ, ຍາມໃດກໍສະໜອງຕອບຕໍ່ຄໍາຮຽກ ຮ້ອງຂອງພັກ ແລະ ປະຊາຊົນ ດ້ວຍຄວາມຈົ່ງຮັກພັກດີ, ຊື່ສັດບໍ ລິສຸດ, ຍາມໃດກໍ່ເດັດດ່ຽວໜຽວ ແໜ້ນ, ກ້າວເດີນຕາມອຸດົມການ ຂອງພັກ. ຕະຫລອດໄລຍະ 64 ປີ ກໍາລັງປ້ອງກັນຄວາມສະຫງົບ ໄດ້ ເຮັດຫລ້ອນໜ້າທີ່ອັນໃຫຍ່ຫລວງ ທີ່ພັກ ແລະ ປະຊາຊົນມອບໝາຍ ໃຫ້, ແມ່ນໄລຍະທາງທີ່ສະຫວ່າງສະ ໄຫວ ແລະ ມີກຽດສະຫງ່າເຊິ່ງເປັນ ພື້ນຖານອັນໜັກແໜ້ນໃຫ້ການກ້າວ ຂຶ້ນປັບປຸງກໍາລັງປະກອບອາວຸດ ໃຫ້ມີແບບແຜນກ້າວໄປສູ່ຄວາມ ທັນສະໄໝ ເພື່ອອະນາຄົດອັນສົດໃສ ຂອງປະເທດຊາດ ແລະ ສືບຕໍ່ເສີມ ຂະຫຍາຍມູນເຊື້ອ, ຜົນງານທີ່ຍາດ ມາໄດ້ ແລະ ສືບຕໍ່ປະຕິບັດແນວ ທາງປ່ຽນແປງໃໝ່ຂອງພັກ, ປະຕິ ບັດໜ້າທີ່ການເມືອງໃຫ້ມີໝາກ ຜົນດີກວ່າເກົ່າ, ນໍາພາກໍາລັງພວກ ເຮົາກ້າວຂຶ້ນສ້າງທ່ວງທ່າໃໝ່ຢ່າງ ໜັກແໜ້ນ. ໃນພິທີຜູ້ເຂົ້າຮ່ວມຍັງໄດ້ຮັບຊົມ ການສະແດງສິລະປະຈາກກອງສິ ລະປະກອນປ້ອງກັນຄວາມສະຫງົບ ທີ່ສ່ອງແສງໃຫ້ເຖິງຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ຂອງກໍາລັງ ປ້ອງກັນຄວາມສະຫງົບ ຜ່ານບົດ ເພງ, ບົດຟ້ອນທີ່ເຕັມໄປດ້ວຍຄວາມ ສວຍສົດງົດງາມ, ມ່ວນຊື່ນ ແລະ ແຝງໄປດ້ວຍຄວາມເຂັ້ມແຂງຂອງ ກໍາລັງປ້ອງກັນຄວາມສະຫງົບ. ຂໍ້ມູນ-ພາບ: ໜັງສືພິມຄວາມສະຫງົບ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເມື່ອວັນທີ 2 ເມສາ 2025 ລວມອາຍຸ 102 ປີ. ຂ້າພະເຈົ້າຂໍສະແດງຄວາມໂສກ ເສົ້າເສຍໃຈເປັນຢ່າງຍິ່ງຕໍ່ການ ມໍລະນະກຳຂອງທ່ານ ພົນເອກ ຄຳໄຕ ສີພັນດອນ ເຊິ່ງເປັນການສູນ ເສຍຜູ້ຊົງຄຸນວຸທິທາງການເມືອງ ແຫ່ງຊາດ ແລະ ວິລະບູລຸດທີ່ດີເດັ່ນ ຜູ້ໜຶ່ງຂອງປະເທດ ແລະ ປະຊາຊົນ ລາວ ຊຶ່ງໄລຍະຜ່ານມາທ່ານໄດ້ ປະກອບສ່ວນຢ່າງຕັ້ງໜ້າໃນພາລະ ກິດການສ້າງສາ ແລະ ພັດທະນາ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ. ສົມເດັດພະຣາຊີນີ ພະຣາຊະ ມານດາ ແຫ່ງຊາດກໍາປູເຈຍ ແລະ ຂ້າພະເຈົ້າພ້ອມທັງຄະນະນຳທຸກ ຂັ້ນ ແລະ ປະຊາຊົນໃນຣາຊະອານາ ຈັກກຳປູເຈຍ ຂໍສະແດງຄວາມເສົ້າ ສະຫລົດໃຈ ແລະ ອາໄລອາວອນມາ ຍັງຄອບຄົວ ແລະ ປະຊາຊົນລາວ. ຂ້າພະເຈົ້າຂໍໃຫ້ດວງວິນຍານຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ຈົ່ງ ໄປສູ່ສຸຂະຕິດ້ວຍເທີ້ນ. ໂອກາດດຽວກັນ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈຮຸນ ເຊນ ຮັກສາການປະມຸກລັດ ແຫ່ງ ຣາຊະອານາຈັກກຳປູເຈຍ ກໍໄດ້ ສົ່ງໂທລະເລກສະແດງຄວາມເສົ້າ ສະຫລົດໃຈເຖິງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ການມໍລະນະກຳຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຊິ່ງເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າຮູ້ສຶກເສົ້າສະຫລົດໃຈ ຢ່າງສຸດຊຶ້ງທີ່ໄດ້ຮັບຂ່າວການ ຈາກໄປຂອງທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ, ອະດີດປະທານ ປະເທດ ແລະ ອະດີນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ທີ່ນະຄອນ ຫລວງວຽງຈັນ. ການເສຍຊີວິດ ຂອງທ່ານແມ່ນການສູນເສຍພໍ່ທີ່ ແສນເຄົາລົບຮັກຂອງທ່ານ ແລະ ປະຊາຊົນລາວທັງຊາດ, ທັງເປັນ ການສູນເສຍບຸກຄົນທາງດ້ານການ ເມືອງ ແລະ ລັດຖະບຸລຸດທີ່ດີເດັ່ນ ຂອງປະຫວັດສາດແຫ່ງຊາດລາວ ທີ່ໄດ້ປະກອບສ່ວນນຳພາການສ້າງ ສາຄວາມຈະເລີນຮຸ່ງເຮືອງ. ທ່ານ ພົນເອກ ຄຳໄຕ ສີພັນດອນ ຈະຖືກຈົດຈຳໄວ້ຕະຫລອດໄປຄື ເພື່ອນມິດທີ່ຍິ່ງໃຫຍ່ ແລະ ຄູ່ຮ່ວມມື ຂອງກຳປູເຈຍ ໃນຖານະເປັນນາຍົກ ລັດຖະມົນຕີ ແລະ ອະດີດປະທານ ປະເທດ ເຊິ່ງທ່ານໄດ້ມີບົດບາດໃນ ການສ້າງມິດຕະພາບລະຫວ່າງສອງ ປະເທດພວກເຮົາ. ການປະກອບ ສ່ວນອັນສຳຄັນຂອງທ່ານໄດ້ຮັດ ແໜ້ນສາຍພົວພັນຂອງສອງພັກພວກ ເຮົາທີ່ປະໄວ້ເປັນມໍລະດົກ ແລະ ປະຫວັດສາດອັນຍາວນານຮ່ວມກັນ ຂອງພວກເຮົາ. ໃນທາມກາງການໄວ້ອາໄລຄັ້ງ ນີ້, ໃນນາມປະຊາຊົນກຳປູເຈຍ, ຂ້າພະເຈົ້າຂໍສະແດງຄວາມເສົ້າ ສະຫລົດໃຈຢ່າງສຸດຊຶ້ງ ແລະ ຄວາມ ເຫັນອົກເຫັນໃຈມາຍັງທ່ານ ແລະ ຄອບຄົວ ກໍຄື ປະຊາຊົນລາວ ແລະ ພັກປະຊາຊົນປະຕິວັດລາວ ທີ່ໄດ້ ສູນເສຍຄັ້ງຍິ່ງໃຫຍ່, ຂໍໃຫ້ດວງ ວິນຍານຂອງທ່ານໄປສູ່ສຸຂະຕິຊົ່ວ ນິລັນດອນ. ພ້ອມກັນນີ້, ສົມເດັດ ມະຫາບໍວໍທິ ບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ກໍ ໄດ້ສົ່ງໂທລະເລກສະແດງຄວາມ ເສົ້າສະຫລົດໃຈເຖິງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ການມໍລະນະກຳຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ.
xtgmf]k; 3 10/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ ຫງວຽນ ມິງ ເຕີມ ່ າັ ກັ ດູ ດໍ າິ ງີ ມ ບົດສະເໜີ ົີ -k;|5j ,xP[g\n voc0o0;k0v'rad gxa odtf6 dla os]a '0v'xtgmf-kf xtmko 7ew8 lu ra ofvo z6h z6 dra oc|h oc2h o da [rk]tdy fxt8y ;a f0v']k; c]t lkprq ;ra os;Pfok,{]k; * ສະຫາຍ ຄໍາໄຕ ສີພັນດອນ ແມ່ນ ໜຶ່ງໃນການນໍາຮຸ່ນທໍາອິດ ທີ່ໄດ້ເປັນ ຫລັກແຫລ່ງ ແລະ ແກນນໍາຂອງສູນ ກາງພັກປະຊາຊົນ ປະຕິວັດລາວ, ເປັນ ລູກຊາຍດີເດັ່ນຂອງປະຊາຊົນລາວ, ເປັນນັກຮົບປະຕິວັດທີ່ເດັດດ່ຽວ, ສະ ຫາຍໄດ້ອຸທິດຕະຫລອດຊີວິດ ເພື່ອ ຊາດ, ເພື່ອຄວາມເອກະລາດ, ຄວາມ ສຸກຂອງປະຊາຊົນ ແລະ ງາມລະເລີນ ຮຸ່ງເຮືອງຂອງປະເທດລາວ ສະຫາຍ ຄໍາໄຕ ສີພັນ ກັບປະຊາຊົນຫວຽດນາມ ໃນສົງຄາມການຕໍ່ສູ້ອັນຍາວນານຂອງ ປະຊາຊົນສອງປະເທດ ແລະ ຮ່ວມກັນ ສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ. ສະຫາຍ ຄໍາໄຕ ສີພັນດອນ ເກີດໃນ ຄອບຄົວຊາວນາ ທີ່ມີນໍ້າໃຈການຕໍ່ສູ້ ປະຕິວັດ ທີ່ແຂວງຈໍາປາສັກ. ຕັ້ງແຕ່ ປີ 1946, ສະຫາຍ ຄໍາໄຕ ສີພັນດອນ ໄດ້ເຂົ້າຮ່ວມຂະບວນການຂອງພະນັກ ງານ, ຊາວໜຸ່ມ, ນັກສຶກສາ, ສ້າງຕັ້ງ ສະມາຄົມກິລາ ເພື່ອຕໍ່ສູ້ກັບພວກລ່າ ເມືອງຂຶ້ນແບບເກົ່າ ທັງໃນຮູບແບບ ເປີດເຜີຍ ແລະ ລັບ. ມາຮອດປີ 1947, ໃນເງື່ອນໄຂທີ່ລາວບໍ່ສາມາດສືບຕໍ່ ຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນແບບເກົ່າໃນ ຮູບແບບນີ້, ສະຫາຍ ຈຶ່ງໄດ້ຫາທາງ ຕິດຕໍ່ ເຂົ້າຮ່ວມກັບກໍາລັງຂອງແນວ ລາວອິດສະລະ ເຊິ່ງເປັນຈຸດເລີ່ມຕົ້ນ ຂອງເສັ້ນທາງແຫ່ງການປະຕິວັດ ຂອງເພິ່ນ. ຕັ້ງແຕ່ປາຍປີ 1948 ຫາ 1950, ສະຫາຍ ເປັນຜູ້ຕາງໜ້າຂອງ ລັດຖະບານລາວອິດສະຫລະຢູ່ພາກ ໃຕ້ ແລະ ເປັນຜູ້ຮັບຜິດຊອບການກໍ່ ສ້າງພື້ນຖານການປະຕິວັດໃນພາກໃຕ້ ຂອງລາວ. ປີ 1950-1952 ສະຫາຍ * ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມຊາວໜຸ່ມວ່າ: ເປັນ ແຂນຂວາຂອງພັກ, ເປັນກະດູກ ສັນຫລັງຂອງປະເທດຊາດ, ເປັນ ຜູ້ສືບທອດທີ່ຈົງຮັກພັກດີຂອງ ປະເທດຊາດ, ມູນເຊື້ອ ແລະ ວິລະ ກໍາຂອງຊາດ ຊຶ່ງສາມາດຕອບສະ ໜອງໄດ້ຄວາມຮຽກຮ້ອງຕ້ອງ ການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງ ຕົນ ຄື: ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃຫ້ກ້າວ ເດີນຕາມເສັ້ນທາງສັງຄົມນິຍົມ. ຕະຫລອດໄລຍະຜ່ານມາ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມີບົດບາດ ສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນ ທຸກໄຊຊະນະ ຂອງການປະຕິວັດ ຊາດ ດ້ວຍມູນເຊື້ອນໍ້າໃຈຮັກເຊື້ອ ແພງຊາດອັນດູດດື່ມ ມີວັດທະນະ ທໍາອັນດີງາມ ແລະ ມີຄວາມເສຍ ສະລະອັນສູງສົ່ງໃນການປະກອບ ສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການ ປະຕິວັດ ປະຊາທິປະໄຕ. ໃນສະພາບປັດຈຸບັນທີ່ມີຄວາມ ຫຍຸ້ງຍາກ ທັງທາງດ້ານເສດຖະ ກິດ, ສັງຄົມ ຫລື ໄພທາງທຳມະ ຊາດຕ່າງໆ ໄດ້ກະທົບຕໍ່ການສ້າງ ສາພັດທະນາປະເທດຊາດ, ສະນັ້ນ ຊາວໜຸ່ມລາວ ຜູ້ທີ່ກຳລັງວັງຊາ ເຂັ້ມແຂງ, ມີສະຕິປັນຍາອັນແຫລມ ຄົມ ແລະ ເປັນກຳລັງແຮງຂອງພັກ, ຂອງຊາດ ຍິ່ງຕ້ອງໄດ້ເພີ່ມທະວີ ຄວາມຮັບຜິດຊອບຂອງຕົນເຂົ້າ ໃນທຸກຂົງເຂດວຽກງານທີ່ໄດ້ຮັບ ມອບໝາຍໃຫ້ມີຜົນສຳເລັດຢ່າງ ຕັ້ງໜ້າ ໃຫ້ສົມກັບວ່າ ຊາວໜຸ່ມ ເປັນຜູ້ສືບທອດທີ່ຈົງຮັກພັກດີຂອງ ປະເທດຊາດ. ແນວໃດກໍດີ ເພື່ອເຮັດ ສຳເລັດໜ້າທີ່ອັນມີກຽດສະຫງ່າ ນັ້ນ ຄະນະບໍລິຫານງານຊາວໜຸ່ມ ທຸກຂັ້ນ, ສະມາຊິກຊາວໜຸ່ມທຸກ ສະຫາຍ ຕ້ອງເອົາໃຈໃສ່ສຸດຂີດໃນ ການປົກປັກຮັກສາໝາກຜົນຂອງ ການປະຕິວັດ, ສືບທອດມູນເຊື້ອອັນ ດີງາມຂອງຊາດ ແລະ ຂອງຊາວ ໜຸ່ມ; ຕັ້ງໜ້າສຶກສາອົບຮົມພະນັກ ງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີນ້ຳໃຈຮັກຊາດ; ເປັນເຈົ້າການໃນ ການເຕົ້າໂຮມຄວາມສາມັກຄີ, ປຸກ ລະດົມຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ; ພ້ອມ ນີ້ຄະນະພັກ, ອົງການປົກຄອງ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກ ຂັ້ນ ຕ້ອງສືບຕໍ່ເພີ່ມທະວີໃນການ ສຶກສາອົບຮົມ, ບຳລຸງສ້າງ ແລະ ສ້າງເງື່ອນໄຂ ເອື້ອອຳນວຍໃນ ການເຄື່ອນໄຫວພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບ ທຳຂອງ ຊາວໜຸ່ມ-ເຍົາວະຊົນລາວ ບັນດາເຜົ່າ; ຄະນະຊາວໜຸ່ມປະຊາ ຊົນປະຕິວັດລາວ ແຕ່ລະຂັ້ນ ຕ້ອງ ເອົາໃຈໃສ່ປັບປຸງການຈັດຕັ້ງຂອງ ຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນນະ ພາບ, ຂະຫຍາຍສະມາຊິກໃຫ້ ກວ້າງຂວາງ; ຍົກສູງຄວາມຮູ້ ຄວາມສາມາດ, ຫົວຄິດປະດິດສ້າງ ທາງດ້ານວິທະຍາສາດ-ເຕັກໂນໂລ ຊີ, ປົກປ້ອງສິດຜົນປະໂຫຍດອັນ ຊອບທຳ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຂອງຊາວໜຸ່ມເຍົາວະຊົນ; ອອກແຮງແຂ່ງຂັນ ສ້າງຂະບວນການຂອງຊາວໜຸ່ມເຍົາວະຊົນ ໃຫ້ມີຄວາມຟົດຟື້ນ, ຫ້າວຫັນ, ມີເນື້ອໃນຕິດພັນກັບການ ສຶກສາອົບຮົມ ໂດຍການສືບຕໍ່ຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດພັດທະນາ, ວຽກງານ 3 ສ້າງຂອງ ພັກ, ດ້ວຍຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນ ທັນວາ ຕິດພັນ ກັບຄໍາຂວັນທີ່ວ່າ “ບ່ອນໃດຍາກ ຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມ ມີໜ້າ ເມື່ອໃດຊາດຕ້ອງການຊາວ ໜຸ່ມຂານອາສາ”. ທັງໝົດນັ້ນແມ່ນຄາດໝາຍສູ້ ຊົນລວມຂອງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທີ່ຕ້ອງໄດ້ພ້ອມກັນສູ້ ຊົນຈັດຕັ້ງປະຕິບັດໃຫ້ບັນລຸຜົນ ໄປ ຄຽງຄູ່ກັບການຝຶກຝົນຫລໍ່ຫລອມ ຕົນເອງໃນທຸກຂົງເຂດວຽກງານ ເພື່ອໃຫ້ກາຍເປັນຜູ້ສືບທອດພາລະ ກິດປະຕິວັດຂອງຊາດ ທີ່ມີຄຸນນະ ພາບ ປະກອບສ່ວນນຳພາປະເທດ ຊາດກ້າວສູ່ຈຸດໝາຍທີ່ ພັກ-ລັດ ວາງໄວ້ຢ່າງສະຫງ່າອົງອາດ ສົມ ກັບສາຍານາມ “ຊາວໜຸ່ມເປັນ ແຂນຂວາຂອງພັກ, ເປັນກະດູກ ສັນຫລັງຂອງປະເທດຊາດ, ເປັນ ຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະ ເທດຊາດ”. ໄດ້ເປັນກໍາມະການສູນກາງແນວລາວ ອິດສະຫລະ ແລະ ຕໍ່ມາເປັນປະທານ ຄະນະກໍາມະການ ເຂດກາງ. ປີ 1954 ສະຫາຍ ໄດ້ເຂົ້າເປັນສະມາຊິກພັກ ກອມມູນິດອິນດູຈີນ ເຊິ່ງເປັນຕົ້ນ ກຳເນີດ ຂອງພັກປະຊາຊົນປະຕິວັດ ລາວ ແລະ ພັກກອມມູນິດຫວຽດນາມ ໃນປັດຈຸບັນ. ປີ 1957 ສະຫາຍໄດ້ ເຂົ້າເປັນສະມາຊິກຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ. ໃນຊຸມປີຕໍ່ມາ, ສະຫາຍ ຄໍາໄຕ ສີ ພັນດອນ ໄດ້ຢືນຄຽງບ່າຄຽງໄຫລ່ກັບ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາສະຫາຍຜູ້ ນໍາອື່ນໆ ໄດ້ທຸ່ມເທສະຕິປັນຍາ ແລະ ເຫື່ອແຮງໃນການຊີ້ນໍາ ແລະ ນໍາພາ ຂະບວນປະຕິວັດລາວ ໃຫ້ເຕີບໃຫຍ່ ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະ ຢ່າງບໍ່ຢຸດຢັ້ງໃນທຸກດ້ານ ຈົນໄດ້ຮັບ ໄຊຊະນາອັນຍິ່ງໃຫຍ່ ແລະ ສະຫງ່າ ງາມ ໃນການປົດປ່ອຍຊາດ ແລະ ສະ ຖາປານາສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ພາຍຫລັງປີ 1975, ໃນຖານະ ເປັນກໍາມະການກົມການເມືອງ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດລາວ, ສະຫາຍ ໄດ້ຮ່ວມກັບປະທານ ໄກສອນ ພົມວິ ຫານ ແລະ ຜູ້ນໍາຂອງລາວ ສືບຕໍ່ຄົ້ນ ຄວ້າ ແລະ ວາງແນວທາງນະໂຍບາຍ ໃນແຕ່ລະໄລຍະ, ລວມທັງນະໂຍບາຍ ປ່ຽນແປງໃໝ່. ພ້ອມດຽວກັນນັ້ນ, ກໍ ໄດ້ຊີ້ນໍາ-ນໍາພາການຈັດຕັ້ງຜັນຂະ ຫຍາຍມະຕິ, ແນວທາງຂອງ ພັກ ແລະ ກົດໝາຍຂອງລັດ ທີ່ສອດຄ່ອງກັບ ສະພາບຂອງປະເທດຊາດໃນແຕ່ລະ ໄລຍະ ແລະ ໄດ້ຮັບຜົນສໍາເລັດໃນ ແຕ່ລະດ້ານ, ໂດຍສະເພາະແມ່ນການ ຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດ ພາລະກິດເປັນຍຸດທະສາດ ຄືການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ໃນເດືອນສິງຫາ ປີ 1991, ກອງ ປະຊຸມເທື່ອທີ 6 ຂອງສະພາປະຊາຊົນ ສູງສຸດ ຊຸດທີ 2 ຮັບຮອງ ເອົາລັດຖະ ທໍາມະນູນ ແລະ ແຕ່ງຕັ້ງສະຫາຍເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນເດືອນພະຈິກ 1992, ກົມການ ເມືອງສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ເລືອກຕັ້ງທ່ານປະທານຄະນະ ບໍລິຫານງານສູນກາງພັກ ພາຍຫລັງ ປະທານ ໄກສອນ ພົມວິຫານ ໄດ້ເຖິງ ແກ່ ມໍລະນະກຳ. ມາຮອດປີ 1998, ທ່ານໄດ້ຮັບເລືອກຕັ້ງເປັນປະທານ ປະເທດ. ໃນຖານະເປັນການນໍາສູງສຸດ ຂອງພັກ ແລະ ລັດ, ທ່ານປະທານ ປະເທດ ຄໍາໄຕ ສີພັນດອນ ໄດ້ເປັນ ເຈົ້າການຢ່າງຕັ້ງໜ້າ ດ້ວຍຄວາມ ຮັບຜິດຊອບສູງໃນການຊີ້ນໍາ ການ ສຶກສາຄົ້ນຄວ້າທິດສະດີຂອງພັກ ເພື່ອ ກໍານົດວິໄສທັດ, ແຜນຍຸດທະສາດ, ທິດທາງ ແລະ ນະໂຍບາຍໃນການ ພັດທະນາປະເທດຊາດໃນໄລຍະຍາວ ແລະ ແຜນພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະຕາມເງື່ອນໄຂ ຂອງລະບອບໃໝ່ ເຊິ່ງເປັນກົນໄກ ເສດຖະກິດການຕະຫລາດ ທີ່ມີການ ຄຸ້ມຄອງຂອງລັດ. ໃນກອງປະຊຸມໃຫຍ່ຄັ້ງທີ VI I (2001) ຂອງພັກປະຊາຊົນປະຕິວັດ ລາວ, ທ່ານປະທານປະເທດ ຄໍາໄຕ ສີ ພັນດອນ ໄດ້ຊີ້ນໍາສະຫລຸບ 10 ປີແຫ່ງ ການປ່ຽນແປງໃໝ່ ແລະ ໄດ້ຮັບຮອງ ເອົາ 5 ບົດຮຽນ ຈາກຂະບວນການ ປ່ຽນແປງຮອບດ້ານ ທີ່ຍັງຄົງມີຄຸນຄ່າ ສະເໝີ ໃນປັດຈຸບັນນີ້. ການປະກອບ ສ່ວນທີ່ສໍາຄັນຂ້າງເທິງນັ້ນ ແມ່ນໄດ້ ມາຈາກຄວາມທຸ່ມເທສະຕິປັນຍາ, ຄວາມສະຫລາດສ່ອງໃສ ແລະ ວິໄສ ທັດ ທີ່ສ້າງສັນຂອງປະທານ ຄໍາໄຕ ສີ ພັນດອນ ໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ, ປະຊາຊົນລາວ ບັນດາເຜົ່າ ຢູ່ເຢັນເປັນສຸກໃນປັດຈຸບັນ. ນັບແຕ່ເວລາອອກພັກບຳນານ ແຕ່ ປີ 2006 ເປັນຕົ້ນມາ, ສະຫາຍ ຄໍາໄຕ ສີພັນດອນ ໄດ້ເອົາໃຈໃສ່ ແລະ ຕິດ ຕາມສະພາບການຂອງປະເທດ ແລະ ສາກົນຢ່າງສະເໝີ, ສະຫາຍສືບຕໍ່ເຮັດ ວຽກຢ່າງບໍ່ອິດເມື່ອຍ ແລະ ປະກອບ ສ່ວນເຂົ້າໃນການເຕົ້າໂຮມ ແລະ ກໍ່ ສ້າງພັກປະຊາຊົນ ປະຕິວັດລາວ ໃຫ້ ເຂັ້ມແຂງ, ກໍ່ສ້າງລັດປົກຄອງດ້ວຍ ກົດໝາຍ ໂດຍປະຊາຊົນ ແລະ ເພື່ອ ປະຊາຊົນ. ສະຫາຍ ຄໍາໄຕ ສີພັນດອນ ໄດ້ໃຊ້ເວລາເຄື່ອນໄຫວຢ້ຽມຢາມ ບັນດາທ້ອງຖິ່ນ, ກະຊວງ, ຂະແໜງ ການ ແລະ ເປັນທີ່ປຶກສາໃຫ້ແກ່ການ ນໍາພັກ-ລັດ ລາວ ໃນການກໍ່ສ້າງ ແລະ ພັດທະນາປະເທດຊາດ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ ທິດ “3 ສ້າງ” ຄື ສ້າງແຂວງໃຫ້ເປັນຫົວໜ່ວຍ ຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ, ສ້າງບ້ານເປັນ ຫົວໜ່ວຍພັດທະນາ. ນອກຈາກນັ້ນ, ສະຫາຍ ເອົາໃຈໃສ່ຫລາຍໃນການກໍ່ ສ້າງຮາກຖານການເມືອງທີ່ໜັກແໜ້ນ; ສ້າງຟາມລ້ຽງສັດ ແລະ ປູກຝັງ, ການ ຜະລິດແບບຢ່າງ ເພື່ອປະຊາຊົນ, ສ້າງ ໂຄງການສາທາລະນະຕ່າງໆ ແລະ ສ້າງຊົນນະບົດແບບໃໝ່. ເມື່ອຫວນຄືນ ການປະກອບສ່ວນ ອັນສໍາຄັນຂອງສະຫາຍປະທານ ຄໍາໄຕ ສີພັນດອນ ຕໍ່ປະເທດຊາດ, ເຮົາສາ ມາດເວົ້າໄດ້ວ່າ ສະຫາຍແມ່ນໜຶ່ງໃນ ບັນດາການນໍາດີເດັ່ນຂອງພັກຮຸ່ນທໍາ ອິດ, ເປັນແກນນໍາສໍາຄັນຂອງຄະນະ ບໍລິຫານງານສູນກາງພັກ ທີ່ໄດ້ນໍາພາ ແລະ ນໍາພາການປະຕິວັດຊາດ ແລະ ປະຊາທິປະໄຕ ຍາດມາໄດ້ໄຊຊະນະ ຕິດຕໍ່ກັນ, ນໍາພາການປະຕິວັດລາວ ກ້າວຂຶ້ນສູ່ວັນແຫ່ງໄຊຊະນະອັນຄົບ ຖ້ວນຂອງສັງຄົມ. ແມ່ນໜຶ່ງໃນການ ນໍາຮຸ່ນທໍາອິດ ຂອງພັກ ທີ່ໄດ້ເປັນຫລັກ ແຫລ່ງ ແລະ ແກນນໍາ ຂອງສູນກາງ ພັກ ນໍາພາ-ຊີ້ນໍາ ການປະຕິວັດຊາດປະຊາທິປະໄຕ ຍາດເອົາໄຊຊະນະ ຢ່າງບໍ່ຢຸດຢັ້ງ ໄປສູ່ຄວາມໄຊຊະນະຍິ່ງ ໃຫຍ່ ແລະ ສະຫງ່າງາມ ແລະ ນໍາພາ ປະເທດລາວ ພັດທະນາ ຕາມເສັ້ນທາງ ສັງຄົມນິຍົມ ເທື່ອລະກ້າວ.
RkJQdWJsaXNoZXIy MTc3MTYxMQ==