ຂປລ
ໃນວັນທີ 14 ເມສາ ທີ່ຜ່ານມານີ້, ສື່ມວນຊົນ ຕ່າງປະເທດ ຫລາຍກວ່າ 50 ຄົນ, ໄດ້ເຂົ້າຮ່ວມຮັບຟັງ ການນໍາ ສະເໜີບົດຮຽນ ກ່ຽວກັບ ການພັດທະນາປະເທດຈີນ ໂດຍສະເພາະ ແມ່ນຮູບແບບວິທີການ ວາງນະໂຍບາຍ ການພັດ ທະນາພື້ນທີ່ຕ່າງໆ ທີ່ບັນດາຊົນເຜົ່າດໍາລົງຊີວິດ.
ໃນວັນທີ 14 ເມສາ ທີ່ຜ່ານມານີ້, ສື່ມວນຊົນ ຕ່າງປະເທດ ຫລາຍກວ່າ 50 ຄົນ, ໄດ້ເຂົ້າຮ່ວມຮັບຟັງການນໍາສະເໜີບົດຮຽນ ກ່ຽວກັບ ການພັດທະນາປະເທດຈີນ ໂດຍສະເພາະ ແມ່ນຮູບແບບວິທີການ ວາງນະໂຍບາຍການພັດ ທະນາພື້ນທີ່ຕ່າງໆ ທີ່ບັນດາຊົນເຜົ່າດໍາລົງຊີວິດ.
ທ່ານ ເກີຢົງ ເຫີ (Professor Keyong He) ອາຈານສອນ ພາກວິຊາການສຶກສາ ຕ່າງປະເທດ ຈາກມະຫາວິ ທະຍາໄລມິນຊູຂອງ ສປ ຈີນ (Minzu University of China) ໄດ້ນໍາສະເໜີ ບົດຮຽນ ການພັດທະນາປະເທດຈີນ, ທ່ານ ເກີຢົງ ເຫີ ໄດ້ອະທິບາຍເຖິງ ຮູບແບບໂຄງສ້າງ ການປົກຄອງຂອງ ສປ ຈີນ, ໃນນັ້ນ ບັນດາຫົວຂໍ້ ໄດ້ເນັ້ນເຖິງ ການ ພັດທະນາ ບັນດາພື້ນທີ່ ທີ່ຊົນເຜົ່າຕ່າງໆ ດໍາລົງຊີວິດຢູ່ ດ້ວຍຮູບແບບວິທີ ການວາງນະໂຍບາຍ ແລະ ການຈັດ ຕັ້ງປະຕິບັດ ຢ່າງສອດຄ່ອງ ແລະ ມີຄວາມເໝາະສົມ ແລະ ອະທິບາຍ ກ່ຽວກັບ ນະໂຍບາຍສະເພາະວຽກງານຊົນເຜົ່າ ເພື່ອແນໃສ່ ຊຸກຍູ້ສົ່ງເສີມສິດທິ ຜົນປະໂຫຍດ ລວມທັງ ການປົກປັກຮັກສາ ຮິດຄອງປະເພນີ, ເອກະລັກຂອງແຕ່ລະຊົນ ເຜົ່າ, ຊຶ່ງໃນນັ້ນ ປະກອບຍັງມີ ລະບຽບກົດໝາຍ ທີ່ກ່ຽວຂ້ອງ; ການຮັບປະກັນ ການເປັນສູນລວມແຫ່ງຊາດ ແລະ ຄວາມເທົ່າທຽມ ຂອງບັນດາຊົນເຜົ່າ; ຮັບປະກັນສິດທິ ຂອງທັງໝົດ ຊົນເຜົ່າ ໃນການ ເຂົ້າຮ່ວມ ຂະບວນການຕົກລົງ-ຕັດສິນບັນຫາຕ່າງໆ; ຊຸກຍູ້ສົ່ງເສີມ ການພັດທະນາ ເສດຖະກິດ ຢູ່ໃນພື້ນທີ່ ຂອງຊົນເຜົ່າຕ່າງໆ; ສົ່ງເສີມ ວັດທະນະທໍາຂອງຊົນເຜົ່າ; ເລັ່ງພັດທະນາ ການສຶກສາ ຢູ່ໃນບັນດາພື້ນທີ່ຂອງຊົນເຜົ່່າ ແລະ ຊຸກຍູ້ ປັບປຸງການເຊື່ອມໂຍງພື້ນທີ່ຊົນເຜົ່າ ເຂົ້່າກັບບັນດາເຂດຕົວເມືອງ.
ອີງຕາມບົດຮຽນ ທີ່ໄດ້ນໍາສະເໜີ ໂດຍ ອາຈານ ເກີຢົງ ເຫີ ໄດ້ແຈ້ງໃຫ້ຮູ້ວ່າ: ພັກ-ລັດຖະບານຈີນ ໄດ້ໃຫ້ຄວາມສໍາຄັນ ໃນການພັດທະນາ ກໍ່ສ້າງພື້ນຖານໂຄງລ່າງ ໂດຍສະ ເພາະແມ່ນ ການກໍ່ສ້າງຂົວ ເສັ້ນທາງດ່ວນ ແລະ ເສັ້ນທາງລົດໄຟຄວາມໄວສູງ ທີ່ເຊື່ອມຕໍ່ ເຂດນະຄອນ, ເມືອງ ແລະ ແຂວງຕ່າງໆ, ພ້ອມທັງ ການວາງແນວທາງນະໂຍບາຍແບບພິເສດ ເພື່ອຊຸກຍູ້ສົ່ງເສີມໃຫ້ ຊົນເຜົ່່າຕ່າງໆ ໄດ້ຮັບການສຶກສາ ຢ່າງທົ່ວເຖິງ. ສປ ຈີນ ປະກອບມີ: 23 ແຂວງ, 5 ເຂດປົກຄອງຕົນເອງ, ມີ 4 ນະຄອນ ຄື: ນະຄອນຫລວງປັກກິ່ງ, ນະຄອນ ຊົງຊິງ, ຊຽງໄຮ ແລະ ທຽນສິນ (Beijing, Chongqing, Shanghai, Tianjin) ແລະ ມີ 2 ເຂດປົກຄອງພິເສດ ຄຶື: ເຂດຮົງກົງ ແລະ ມາກາວ (Hong Kong, Macao). ສປ ຈີນ ມີ 56 ຊົນເຜົ່າ, ຊຶ່ງໃນນັ້ນ ຊົນເຜົ່່າຮັນ ຫລື Han ກວມອັດຕາສ່ວນສູງເຖິງ 91,46% ຊຶ່ງມີຈໍານວນປະຊາກອນກວມເອົາ 1,4 ຕື້ຄົນ.
ນອກນັ້ນສື່ມວນຊົນຕ່າງປະເທດ ຈາກ ພາກພື້ນອາຊີ-ປາຊີຟິກ, ອາຟຣິກກາ, ເອີຣົບ ແລະ ອາເມລິກາລາຕິນ ຫລາຍກວ່າ 50 ຄົນ ໄດ້ຖືກເຊີນເຂົ້າຮ່ວມ ໂຄງການແລກປ່ຽນ ທັດສະນະສຶກສາ ສໍາລັບ ປີ 2025 ທີ່ນະຄອນຫລວງປັກກິ່ງຂອງ ສປ ຈີນ, ຊຶ່ງຈັດໂດຍ ສູນແລກປ່ຽນຂໍ້ມູນ ຂ່າວສານສາກົນ ຂອງ ສປ ຈີນ(China International Press Communication Center-CIPCC)./
KPL