ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມື ເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 ຄັ້ງທີ 4

17/04/2025 11:58
Email Print 353
ຂປລ ຂປລ. ໃນໄລຍະວັນທີ 16-17 ເມສາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສຸດຍອດ ຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຄັ້ງທີ 4 ທີ່ຮ່າໂນ້ຍ ໃນນາມແຂກຂອງປະທານ ກໍຄື ສສ ຫວຽດນາມ




ຂປລ. ໃນໄລຍະວັນທີ 16-17 ເມສາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສຸດຍອດ ຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຄັ້ງທີ 4 ທີ່ຮ່າໂນ້ຍ ໃນນາມແຂກຂອງປະທານ ກໍຄື ສສ ຫວຽດນາມ ພາຍໃຕ້ຫົວຂໍ້ ການເປັນຄູ່ຮ່ວມມືສາກົນ ເພື່ອການຫັນປ່ຽນສີຂຽວ ທີ່ມີຄວາມກວມ ລວມ, ຍືນຍົງ, ນະວັດຕະກໍາ ເເລະ ມີປະຊາຊົນເປັນເເກນກາງ, ກອງປະຊຸມປິ່ນອ້ອມທີ່ສໍາຄັນ ພ້ອມທັງມີແຜນເຄື່ອນໄຫວ ພົບປະການນຳຂັ້ນສູງ ແລະ ລົງຢ້ຽມຢາມສຶກສາເຂດ ການຜະລິດອຸດສາຫະກຳຂອງປະເທດເຈົ້າພາບ.


ໃນວັນທີ 16 ເມສາ 2025, ທ່ານ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີເປີດ ກອງປະຊຸມສຸດຍອດຄູ່ຮ່ວມມື ເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຄັ້ງທີ 4 ໂດຍການເປັນປະທານຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຫົວໜ້າລັດຖະ ບານ, ການນໍາຂັ້ນສູງ ແລະ ຜູ້ຕາງໜ້າທາງການຈາກບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເຂົ້າຮ່ວມ ຫລາຍກວ່າ 400 ທ່ານ. ພາຍຫລັງທີ່ ທ່ານ ຟ້າມ ມິງ ຈິງ ໄດ້ກ່າວເປີດກອງປະຊຸມ ຢ່າງເປັນທາງການແລ້ວ; ພິເສດ, ທ່ານ ໂຕ ເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ກໍໄດ້ກ່າວສູນທອນພົດ ເປັນທິດທາງໃຫ້ແກ່ການປຶກສາຫາລື ຕໍ່ກອງປະຊຸມໃນຄັ້ງນີ້. ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຮັບກຽດໃຫ້ຂຶ້ນກ່າວປາໄສ ໃນພິທີເປີດກອງປະຊຸມ ໂດຍໄດ້ຢໍ້າຄືນຄວາມເອົາໃຈໃສ່ ຂອງລັດຖະບານລາວ ຕໍ່ແນວຄວາມຄິດການເຕີບໂຕສີຂຽວ ເພື່ອເປັນແນວທາງໃນການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ ກໍຄື ການບັນລຸເປົ້າໝາຍການພັດທະນາ ແບບຍືນຍົງຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ. ພ້ອມທັງໄດ້ແຈ້ງໃຫ້ ກອງປະຊຸມ ຮັບຊາບກ່ຽວກັບຍຸດທະສາດພາຍໃນຂອງ ສປປ ລາວ ແລະ ຄວາມພະຍາຍາມຂອງລັດຖະບານລາວ ໃນການຈັດຕັ້ງປະຕິບັດ ຍຸດທະສາດການເຕີບໂຕສີຂຽວ ແລະ ແຜນງານທີ່ກ່ຽວຂ້ອງໃຫ້ມີຄວາມສອດຄ່ອງກັບ ແຜນພັດທະນາແຫ່ງຊາດໂດຍລວມ ເຖິງວ່າ ສປປ ລາວ ຈະເປັນໜຶ່ງໃນປະເທດ ດ້ອຍພັດທະນາ ແລະ ບໍ່ມີຊາຍແດນຕິດກັບທະເລ ທີ່ມີຄວາມຫຍຸ້ງຍາກ ແລະ ຂໍ້ຈໍາກັດຫລາຍດ້ານກໍຕາມ.


ນອກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ອະທິບາຍເພີ່ມເຕີມ ການແກ້ໄຂຂໍ້ຫຍຸ້ງຍາກ ເຊິ່ງລັດຖະ ບານລາວໄດ້ຮ່ວມກັບພາກທຸລະກິດ ແລະ ປະຊາຊົນສຸມໃສ່ ພັດທະນາປະເທດ ໂດຍການຫັນເປັນສີຂຽວ ຕາມຍຸດທະສາດການເຕີບໂຕສີຂຽວຂອງ ສປປ ລາວ ເຖິງປີ 2030 ໂດຍສະເພາະ ການສົ່ງເສີມການມີສ່ວນຮ່ວມຂອງກະສິກອນ, ຊາວຜູ້ອອກແຮງງານ ແລະ ພາກທຸລະກິດ ໃນການວຽກງານ ການພັດທະນາໂດຍຫັນມານໍາໃຊ້ ເຕັກໂນໂລຊີທັນສະໄໝ, ການຜະລິດກະສິກໍາແບບຍືນຍົງ ແລະ ການນຳໃຊ້ພະລັງງານສະອາດ.

ສຸດທ້າຍ ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາຄູ່ຮ່ວມມື ແລະ ວົງຄະນາຍາດສາກົນ ກໍຄື ປະເທດສະມາຊິກ ແລະ ປະເທດຄູ່ຮ່ວມຂອງຄູ່ຮ່ວມມື ເພື່ອການເຕີບໂຕສີຂຽວ ແລະ ເປົ້າ ໝາຍສາກົນ 2030 ໃຫ້ສືບຕໍ່ເພີ່ມທະວີການຮ່ວມມື ແລະ ການສະໜັບສະໜູນ ເພື່ອຮັດແຄບຄວາມແຕກໂຕນ ທາງດ້ານການພັດທະນາ ແລະ ເປີດໂອກາດໃນການຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳໃຫ້ປະເທດຕ່າງໆ ໄດ້ພັດທະນາໄປພ້ອມໆກັນ, ພ້ອມທັງໄດ້ຢ້ຳຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດຍຸດທະສາດ ການເຕີບໂຕສີຂຽວຢ່າງສະເໝີຕົ້ນສະເໝີປາຍ ແລະ ຈະສືບຕໍ່ຮ່ວມມືກັບບັນດາປະເທດ ແລະ ຄູ່ພັດທະນາໃນການຈັດຕັ້ງປະຕິບັດ ການເຕີບໂຕສີຂຽວເພື່ອຊຸກຍູ້ ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ.

ຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ສືບຕໍ່ເຂົ້າຮ່ວມ ກອງປະຊຸມຄົບຄະນະລະດັບສູງ ຈັດຂຶ້ນພາຍໃຕ້ການເປັນປະທານ ຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ມີບັນດານາຍົກລັດຖະມົນຕີ ບັນດາປະເທດສະມາຊິກ P4G ການນໍາຂັ້ນສູງ ແລະ ຜູ້ຕາງໜ້າທາງການຈາກປະເທດຕ່າງໆເຂົ້າຮ່ວມ ຫລາຍກວ່າ 200 ທ່ານ ແລະ ໄດ້ຢ້ຽມຊົມ ການວາງສະແດງສິນຄ້າ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອສົ່ງເສີມການພັດທະນາຕາມທິດສີຂຽວ ທີ່ຈັດຂຶ້ນໃນໄລຍະກອງປະຊຸມດັ່ງກ່າວ.

ກົນໄກຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 ຫລື P4G ແມ່ນຂໍ້ລິເລີ່ມຂອງລັດຖະບານດານມາກ, ໄດ້ຖືກປະກາດໃນປີ 2017 ແລະ ໄດ້ຮັບການກໍ່ຕັ້້ງຂຶ້ນຢ່າງເປັນທາງການໃນປີ 2018 ໂດຍ 7 ປະເທດສະມາຊິກຄື: ດານມາກ, ຊີເລ, ເມັກຊິກ, ຫວຽດນາມ, ສ ເກົາຫລີ, ເອທີໂອປີ ແລະ ເຄັນຍາ ຊຶ່ງໄດ້ຮັບການຊ່ວຍເຫລືອຈາກບັນດາອົງການຈັດຕັ້ງສາກົນ.  ປັດຈຸບັນ, P4G ມີສະມາຊິກທັງໝົດ 12 ປະເທດ.


ຈຸດປະສົງຂອງການກໍ່ຕັ້ງກົນໄກດັ່ງກ່າວ ເພື່ອເປັນເວທີຊຸກຍູ້ການຮ່ວມມືຂ້າມຂະແໜງການ ກໍຄືການຮ່ວມມືພາກລັດ-ພາກເອກະຊົນ, ລວມທັງສົ່ງເສີມການມີສ່ວນຮ່ວມ ຂອງອົງການຈັດຕັ້ງພົນລະເຮືອນ (CSO) ແນໃສ່ລະດົມແນວຄວາມຄິດ ແລະ ຊອກຫາແນວທາງແບບໃໝ່ ໃນການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ພັນທະພາຍໃຕ້ສັນຍາປາຣີ ລວມທັງແນວຄວາມຄິດການເຕີບໂຕສີ ຂຽວ ໂດຍສຸມໃສ່ 5 ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຄື: ປພຍ 2: ລຶບລ້າງຄວາມອຶດຫິວ, ປພຍ 6: ມີນໍ້າດື່ມທີ່ສະອາດ ແລະ ສຸຂະອະນາໄມ; ປພຍ 7: ມີພະລັງງານທີ່ສະອາດ ແລະ ທຸກຄົນສາ ມາດເຂົ້າເຖິງ; ປພຍ 11: ການສ້າງຕົວເມືອງ ແລະ ຊຸມຊົນໃຫ້ມີຄວາມຍືນຍົງ ແລະ ປພຍ 12: ສົ່ງເສີມການອຸປະໂພກບໍລິໂພກ ແລະ ການຜະລິດຢ່າງມີຄວາມຮັບຜິດຊອບ. ນອກນັ້ນ, P4G ຍັງເປັນເວທີໃນການຂົນຂວາຍ ແລະ ຊອກຫາແຫລ່ງທຶນເພື່ອສະໜອງໃຫ້ແກ່ ບັນດາປະເທດທີ່ກໍາລັງພັດທະນາ ໃນການຈັດຕັ້ງຜັນຂະຫຍາຍ ນະໂຍບາຍແຫ່ງຊາດຂອງຕົນ ກ່ຽວກັບການເຕີບໂຕສີຂຽວ ແນໃສ່ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ກອງປະຊຸມສຸດຍອດ P4G ແມ່ນຈັດຂຶ້ນທຸກໆ 2 ປີ (biennial), ກອງປະຊຸມຄັ້ງທີ 1 ແມ່ນຈັດຂຶ້ນໃນປີ 2018 ທີ່ດານມາກ, ຄັ້ງທີ 2 ຈັດຂຶ້ນໃນປີ 2021 ໃນຮູບແບບທາງໄກໂດຍການເປັນເຈົ້າພາບຂອງສ. ເກົາຫລີ, ຄັ້ງທີ 3 ຈັດຂຶ້ນໃນປີ 2023 ທີ່ໂກລົມບີ ແລະ ຄັ້ງທີ 4 ນີ້ແມ່ນຈັດຂຶ້ນທີ່ ສສ ຫວຽດນາມ. ສປປ ລາວ ບໍ່ແມ່ນປະເທດສະມາຊິກຂອງ P4G ແຕ່ໄດ້ເຂົ້າຮ່ວມໃນນາມແຂກຂອງປະທານກອງປະຊຸມ ກໍຄື ປະເທດເຈົ້າພາບ ສສ ຫວຽດນາມ.

KPL

ຂ່າວອື່ນໆ

ads
ads

Top