ນາຍົກລັດຖະມົນຕີ ລາວ-ຫວຽດນາມ ຕີລາຄາສູງຕໍ່ບັນດາໝາກຜົນທີ່ສອງຊາດຍາດມາໄດ້

17/04/2025 11:06
Email Print 340
ຂປລ ຂປລ. ໃນໂອກາດທີ່ ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການພັດ ທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 15-17 ເມສາ 2025, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ.



ຂປລ. ໃນໂອກາດທີ່ ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການພັດ ທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 15-17 ເມສາ 2025, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ  ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ.


ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ​ໂດຍສະເພາະແມ່ນຄອບຄົວສີພັນດອນ ຂໍສະແດງຄວາມຮູ້ບຸນຄຸນ ແລະ ສະແດງຄວາມຂອບໃຈຢ່າງໝົດຈິດໝົດໃຈມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໄວ້ອາໄລລະດັບຊາດ ເປັນເວລາ 2 ວັນ ແຕ່ວັນທີ 4-5 ເມສາ 2025 ທີ່ຜ່ານມາ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຄືນຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ. ພິເສດ, ສະຫາຍຫວຽດນາມ ໄດ້ແຕ່ງຕັ້ງຄະນະຜູ້ແທນ ຂັ້ນສູງສຸດ ນຳໂດຍ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ໄດ້ມາຮ່ວມໄວ້ອາໄລ ແລະ ຄະນະຜູ້ແທນຂັ້ນສູງ ນຳໂດຍ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ເດີນທາງໄປເຂົ້າຮ່ວມໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນະກິດສົບລະດັບຊາດ ທີ່ໄດ້ຈັດ​ຂຶ້ນໃນວັນທີ 7 ເມສາ 2025 ທີ່ຜ່ານມາ; ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາໝາກຜົນທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຍາດມາໄດ້ ພາຍໃຕ້ການນຳພາ-ຊີ້ນຳ ອັນສະຫລາດສ່ອງໃສຂອງແຕ່ລະພັກ ໂດຍສະເພາະແມ່ນການຈັດຕັ້ງ ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຂອງແຕ່ລະພັກ ເພື່ອເປັນພື້ນຖານສຳຄັນ ແລະ ເປັນການປະກອບສ່ວນໃຫ້ແກ່ ການກະກຽມການຈັດກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກກອມມູນີດຫວຽດນາມ ທີ່ຈະມີຂຶ້ນໃນຕົ້ນປີ 2026 ທີ່ຈະມາເຖິງນີ້. ນອກຈາກນີ້, ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບ ບາງສະພາບທີ່ພົ້ນເດັ່ນພາຍໃນ ກໍຄື ເຫດການສຳຄັນຕ່າງໆ ທີ່ຈະມີຂຶ້ນໃນປີ 2025 ເຊິ່ງເປັນປີທີ່ມີຄວາມໝາຍສຳຄັນ ທາງດ້ານປະຫວັດສາດ ຂອງສອງປະເທດ ຄື: ການສະເຫລີມສະຫລອງວັນສ້າງພັກ ປປ ລາວ ຄົບຮອບ 70 ປີ, ວັນສ້າງພັກກອມມູນິດຫວຽດນາມ ຄົບຮອບ 90 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ຫວຽດນາມ ຄົບຮອບ 80 ປີ,  ວັນປົດປ່ອຍພາກໃຕ້ ແລະ ເຕົ້າໂຮມເອກະພາບທົ່ວປະເທດ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິ ຫານ ຄົບຮອບ 105 ປີ ແລະ ວັນຄ້າຍວັນເກີດ ປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ. ບັນດາກິດຈະກໍາສຳຄັນດັ່ງກ່າວ ຈະເປັນການໂຄສະນາ ແລະ ເຜີຍແຜ່ມູນເຊື້ອຄວາມເປັນມາ ແລະ ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກ.

ສອງຝ່າຍ ໄດ້ມີຄວາມເປັນເອກະພາບສູງ ແລະ ຕີລາຄາວ່າການພົວພັນຮ່ວມມືສອງຝ່າຍໃນໄລ ຍະຜ່ານມາ ມີໝາກຜົນສູງ ແລະ ສືບຕໍ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ, ມີການພົບປະ, ແລກປ່ຽນຄະນະຜູ້ແທນ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ ໂດຍເນັ້ນປະສິດທິ ພາບ ແລະ ຄຸນນະພາບຫລາຍຂຶ້ນ. ພິເສດ, ສອງຝ່າຍຍັງໄດ້ພ້ອມກັນປຶກສາຫາລື ແລະ ຕີລາຄາຄືນ ການຈັດຕັ້ງປະຕິບັດໝາກຜົນ ຂອງຂໍ້ຕົກຂອງສອງກົມການເມືອງຂອງສອງພັກ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ ທີ່ໄດ້ຈັດຂຶ້ນຕົ້ນເດືອນມັງກອນ 2025  ແລະ ເປັນເອກະພາບກັນ ໃນກອງປະຊຸມດັ່ງກ່າວ ໂດຍສະເພາະ ແມ່ນບັນດາໂຄງການທີ່ຮ່ວມມື ມີລັກສະນະຍຸດທະສາດຕ່າງໆ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ແລະ ຄວາມຄິດເຫັນບາງບັນຫາໃນພາກພື້ນ ແລະ ສາກົນທີ່ສອງຝ່າຍ ມີຄວາມສົນໃຈ.


ໃນໂອກາດນີ້, ສະຫາຍນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແລະ ພົບປະກັບ ສະຫາຍ ເຈິ່ນ ແທັງ ເໝີ້ນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ພ້ອມທັງເດີນທາງໄປທັດສະນະຢູ່ແຂວງຫວິງຟຸກ ອີກດ້ວຍ.


ຂ່າວ-ພາບ: ກົມ ອປອ, ກະຊວງການຕ່າງປະເທດ

KPL

ຂ່າວອື່ນໆ

ads
ads

Top