ພັກ ປປ ລາວ ຍຶດໝັ້ນເອົາພຶດຕິກຳຕົວຈິງ ເປັນມາດຕະຖານ ຢືນຢັນຄວາມຖືກຕ້ອງ

27/03/2025 13:53
Email Print 790
ຂປລ ຂປລ. ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ຍາມໃດກໍຍຶດໝັ້ນຫລັກການ ແລະ ທັດສະນະກ່ຽວກັບ ການເຄົາລົບກົດເກນພາວະວິໄສ, ການປົດປ່ອຍແນວຄິດຄອງເດີມ, ອັດຕະວິໄສ, ຕ້ານລັດທິຄຳພີຕາຍຕົວ ໂດຍເນັ້ນໜັກມາໂດຍຕະຫລອດວ່າ ໃນການນໍາພາ-ຊີ້ນໍານັ້ນ ຕ້ອງຍຶດໝັ້ນຄວາມເປັນຈິງ, ເອົາພຶດຕິກຳຕົວຈິງ ເປັນມາດຕະຖານ ຢືນຢັນຄວາມຖືກຕ້ອງ ຂອງທັດສະນະ ກໍຄື ທິດສະດີຕ່າງໆຂອງພັກ.




ຂປລ. ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ຍາມໃດກໍຍຶດໝັ້ນຫລັກການ ແລະ ທັດສະນະກ່ຽວກັບ ການເຄົາລົບກົດເກນພາວະວິໄສ
, ການປົດປ່ອຍແນວຄິດຄອງເດີມ, ອັດຕະວິໄສ, ຕ້ານລັດທິຄຳພີຕາຍຕົວ ໂດຍເນັ້ນໜັກມາໂດຍຕະຫລອດວ່າ ໃນການນໍາພາ-ຊີ້ນໍານັ້ນ ຕ້ອງຍຶດໝັ້ນຄວາມເປັນຈິງ, ເອົາພຶດຕິກຳຕົວຈິງ ເປັນມາດຕະຖານ ຢືນຢັນຄວາມຖືກຕ້ອງ ຂອງທັດສະນະ ກໍຄື ທິດສະດີຕ່າງໆຂອງພັກ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ຍົກໃຫ້ຮູ້ ໃນພິທີໂຮມຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ໃນວັນທີ 22 ມີນາ 2025ຜ່ານມານີ້ວ່າ: ພັກ ປປ ລາວ ເວລາໃດກໍຕໍ່ສູ້ ເພື່ອປັບປຸງຕົນເອງ, ຕໍ່ສູ້ເພື່ອສະແຫວງຫາສັດຈະທໍາ ແລະ ຕໍ່ສູ້ເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາຊົນ. ຍ້ອນແນວນັ້ນ, ປະຊາຊົນລາວບັນດາເຜົ່າ ຈຶ່ງມີຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ ແລະ ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ກໍ່ສ້າງພັກເຮົາ ດ້ວຍຄວາມຈິງໃຈ, ທັງໄດ້ຕັ້ງໜ້າເປັນເຈົ້າການເຂົ້າຮ່ວມພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ແລະ ພາລະກິດ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ ຢ່າງສະເໝີຕົ້ນສະເໝີປາຍ. ພັກ ປປ ລາວ ຍາມໃດກໍສະດຸ້ງໄວຕໍ່ບັນຫາທີ່ເກີດຂຶ້ນ, ຮັບຮູ້ ແລະ ຍອມຮັບຂໍ້ຂາດຕົກບົກພ່ອງຢ່າງກ້າຫານ, ມີຄວາມປະດິດສ້າງເພື່ອປ່ຽນແປງ, ປັບປຸງ ແລະ ບູລະນະແນວທາງ, ແຜນນະໂຍ ບາຍ ທີ່ວາງອອກ ໃນແຕ່ລະໄລຍະ ໃຫ້ສອດຄ່ອງກວ່າເກົ່າ ແລະ ບໍລິບູນຂຶ້ນຢ່າງບໍ່ຢຸດຢັ້ງ.

ສະຫາຍ ທອງລຸນ ສີສຸລິດ ຍັງໃຫ້ຮູ້ອີກວ່າ: ໃນໄລຍະ ທີ່ການພັດທະນາຂຶ້ນ ສູ່ເສດຖະກິດ-ສັງຄົມ ລະດັບສູງ ແລະ ຂະຫຍາຍຕົວໄວນັ້ນ, ພັກໄດ້ຄໍານຶງເຖິງ ແລະ ຊີ້ໃຫ້ເຫັນບັນຫາ, ທັງຕ້ອງຕີຖອຍທັດສະນະທີ່ບໍ່ຖືເອົາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ແຕ່ດ້ານດຽວ ເປັນໄມ້ຫລາວັດແທກທັງໝົດ ຂອງພື້ນຖານເສດຖະກິດຂອງປະເທດ, ພວກເຮົາພະຍາຍາມຮັກສາ ໃຫ້ເສດຖະກິດເຕີບໂຕ ໃນຈັງຫວະອັນເໝາະສົມ, ມີຄຸນນະ ພາບ ແລະ ຍົກສູງລະດັບການເປັນຢູ່ທີ່ດີຂຶ້ນ ຂອງປະຊາຊົນ, ພັດທະນາເສດຖະກິດ ໄປຄຽງຄູ່ກັບການພັດທະນາດ້ານວັດທະນະທໍາ-ສັງຄົມ, ປົກປັກຮັກສາໄດ້ສິ່ງແວດລ້ອມ, ປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີ ງາມຂອງຊາດ ບໍ່ຖືກກະທົບກະເທືອນ ເຊິ່ງເນື້ອແທ້ແມ່ນການສ້າງຄວາມຈະເລີນດ້ານວັດຖຸ ແລະ ຄວາມສີວິໄລດ້ານຈິດໃຈ ໄປຄຽງຄູ່ກັນ, ຖືກຕາມທິດເອົາການພັດທະນາແບບຍືນຍົງ, ບໍ່ຟຸມເຟືອຍ, ປະຢັດທຶນຮອນ ເຂົ້າສູ່ການພັດ ທະນາພື້ນຖານໂຄງລ່າງທີ່ຈຳເປັນ ໄປພ້ອມກັບການພັດທະນາ ຊັບພະຍາກອນມະນຸດ ບໍ່ຟຸມເຟືອຍໃນການໃຊ້ຊັບພະ ຍາກອນ, ບໍ່ເອົາການຂຸດຄົ້ນຊັບພະຍາກອນທໍາມະຊາດ ເພື່ອຫວັງສ້າງຮັ່ງຄູນມີ ໃຫ້ກັບຂອງປະເທດຊາດ ແລະ ປະ ຊາຊົນ.

ພຶດຕິກຳຕົວຈິງ ໄດ້ພິສູດໃຫ້ເຫັນວ່າ: ແນວທາງປ່ຽນແປງໃໝ່ ທີ່ພັກເຮົາວາງອອກນັ້ນ ແມ່ນຖືກຕ້ອງ, ສອດຄ່ອງ ແລະ ໄດ້ຮັບການສະໜັບສະໜູນ ຈາກປວງຊົນລາວທັງຊາດ, ເຖິງວ່າສະຖານະການຂອງໂລກ ໄດ້ຜັນແປໄປຢ່າງໄວວາ ແລະ ສັບສົນປານໃດກໍຕາມ,  ແຕ່ການປະຕິບັດພາລະກິດປ່ຽນແປງໃໝ່  ກໍໄດ້ຮັບໝາກຜົນ ອັນສຳຄັນ ແລະ ເປັນພື້ນຖານໃນຫລາຍດ້ານຕະຫລອດມາ ໂດຍສະເພາະ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ບົນຈິດໃຈ "ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບ ດ້ານການເມືອງຢ່າງ ໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດຊາດພົ້ນຈາກ ສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ" ແມ່ນການສືບຕໍ່ເພີ່ມເຕີມ ເສີມຂະຫຍາຍບົດຮຽນ ແລະ ໝາກຜົນ ຂອງການປະຕິວັດ ຢູ່ປະເທດເຮົາ ພາຍໃຕ້ການນໍາພາຂອງພັກ ຕະຫລອດໄລຍະ 70 ປີ ກໍຄື ການຍົກລະດັບໜໍ່ແໜງປັດໄຈ ແລະ ພື້ນຖານແຫ່ງຜົນສໍາເລັດ ຂອງການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫລັກການ ຂອງພັກເຮົາ ເກືອບ 40 ປີ ໃຫ້ເຂົ້າສູ່ລວງເລິກ ຕື່ມອີກ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top