ອົດສະຕຣາລີ ເລັ່ງຮັບມື ຂີ້ເຫຍື້ອແຝງໂຊລາເຊວ ສະສົມຫລາຍກວ່າ 1 ລ້ານໂຕນ

02/11/2026 21:12
ຂປລ ມະຫາວິທະຍາໄລ ອາເອັມໄອທີ (RMIT) ຂອງອົດສະຕຣາລີ ຮ່ວມກັບ ແຣນດ໌ (RAND) ສະຖາບັນ ຄັງປັນຍາ ລະດັບໂລກ ໄດ້ເຜີແຜ່ ບົດລາຍງານ ເຕືອນວ່າ ອົດສະຕຣາລີ ພວມຜະເຊີນກັບ ບັນຫາ ຂີ້ເຫຍື້ອ ຈາກການຕິດຕັ້ງ ແຝງໂຊລາເຊວ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ມະຫາວິທະຍາໄລ ອາເອັມໄອທີ (RMIT) ຂອງອົດສະຕຣາລີ ຮ່ວມກັບ ແຣນດ໌ (RAND) ສະຖາບັນ ຄັງປັນຍາ ລະດັບໂລກ ໄດ້ເຜີແຜ່ ບົດລາຍງານ ເຕືອນວ່າ ອົດສະຕຣາລີ ພວມຜະເຊີນກັບ ບັນຫາ ຂີ້ເຫຍື້ອ ຈາກການຕິດຕັ້ງ ແຝງໂຊລາເຊວ ເທິງຫລັງຄາ ເພີ່ມຂຶ້ນ ໂດຍຄາດວ່າ ຈະມີແຝງໂຊລາເຊວ ທີ່ໝົດອາຍຸ ການໃຊ້ງານ ສະສົມຫລາຍກວ່າ 1 ລ້ານໂຕນ ໃນປີ 2035. ໂດຍຂີ້ເຫຍື້ອ ສ່ວນໃຫຍ່ ອາດຈະຖືກນຳໄປ ກອງເກັບ, ຝັງ ຫລື ກຳຈັດ ໂດຍບໍ່ຜ່ານ ລະບົບ ຈັດການຂີ້ເຫຍື້ອ ຢ່າງເປັນທາງການ ແທນທີ່ ຈະນຳ ມາໃຊ້ຄືນ ຫລື ຣີໄຊເຄິນ.

ເຖິງແມ່ນວ່າ ອົດສະຕຣາລີ ຈະມີຈຳນວນແຝງໂຊລາເຊວ ເທິງຫລັງຄາ ຕໍ່ປະຊາກອນ ຫລາຍກວ່າ ປະເທດໃດໃນໂລກ, ແຕ່ການຣີໄຊເຄິນ ຍັງມີຄ່າໃຊ້ຈ່າຍສູງກວ່າ ການນຳໄປຝັງ, ໃນຂະນະທີ່ ປັດຈຸບັນ ຍັງບໍ່ມີ ລະບົບທີ່ສາມາດ ຮອງຮັບ ການນຳ ແຝງໂຊລາເຊວ ກັບມາໃຊ້ຄືນໃໝ່, ການປັບປຸງ ສະພາບ ຫລື ການຣີໄຊເຄິນ ໃນວົງກວ້າງ.

ບົດລາຍງານ ສະບັບນີ້ ໄດ້ສະເໜີ ໃຫ້ຈັດຕັ້ງ ຕະຫລາດກາງ ລະດັບຊາດ ສຳລັບ ການຊື້-ຂາຍ ແຝງໂຊລາເຊວ ທີ່ໃຊ້ແລ້ວ, ຈັດຕັ້ງ ໂຄງການ ຄວາມຮັບຜິດຊອບ ຕໍ່ຜະລິດ ຕະພັນ ພາຍໃນ ກາງປີ 2027 ແລະ ການສົ່ງເສີມ ໃຫ້ການ ຣີໄຊເຄິນ ທີ່ມີຜົນປະໂຫຍດ ໃນເຊີງການຄ້າ ຫລາຍຂຶ້ນ ໂດຍແຝງໂຊລາເຊວ ທີ່ມີສະພາບດີ 45-65% ທີ່ສາມາດນຳກັບມາໃຊ້ຄືນໄດ້ ແຕ່ປັດຈຸບັນ ມີພຽງປະມານ 10% ເທົ່ານັ້ນ ທີ່ຜ່ານ ການກວດສອບວ່າ ສາມາດນຳກັບມາໃຊ້ຄືນໄດ້ .

ປັດຈຸບັນ ອົດສະຕຣາລີ ມີກຳລັງ ການຜະລິດ ໄຟຟ້າ ຕິດຕັ້ງ ຈາກ ພະລັງງານ ແສງຕາເວັນກວ່າ 40,6 ກິກະວັດ, ຄວບຄຸມ ລະບົບຕິດຕັ້ງກວ່າ 4 ລ້ານຊຸດ ແລະ ມີແຝງໂຊລາເຊວ ທີ່ໝົດອາຍຸ ການໃຊ້ງານ ປະມານ 40.000 ໂຕນຕໍ່ປີ ເຊິ່ງອາດຈະ ເພີ່ມຂຶ້ນ ເປັນຫລາຍກວ່າ 1 ແສນໂຕນ ຕໍ່ປີ ໃນໄລຍະ ຕົ້ນທົດສະວັດ ປີ2030./

KPL

ຂ່າວອື່ນໆ

ads
ads

Top