ຂປລ
ທ່ານ ຫລີ ສຽງ, ນາຍົກ ລັດຖະມົນຕີຈີນ ໄດ້ລົງນາມ ໃນດຳລັດ ຂອງລັດຖະບານ ກ່ຽວກັບ ການປະກາດ ຂໍ້ກຳນົດ ວ່າດ້ວຍ ການປະຕິບັດ ກົດໝາຍ ຕ້ານການລົງໂທດ ຈາກຕ່າງປະເທດ ແຫ່ງ ສປຈີນ ໂດຍເລີ່ມປະຕິບັດ ນັບແຕ່ ວັນທີ 23 ມີນາ 2025 ເປັນຕົ້ນໄປ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ທ່ານ ຫລີ ສຽງ, ນາຍົກ ລັດຖະມົນຕີຈີນ ໄດ້ລົງນາມ ໃນດຳລັດ ຂອງລັດຖະບານ ກ່ຽວກັບ ການປະກາດ ຂໍ້ກຳນົດ ວ່າດ້ວຍ ການປະຕິບັດ ກົດໝາຍ ຕ້ານການລົງໂທດ ຈາກຕ່າງປະເທດ ແຫ່ງ ສປຈີນ ໂດຍເລີ່ມປະຕິບັດ ນັບແຕ່ ວັນທີ 23 ມີນາ 2025 ເປັນຕົ້ນໄປ. ຂໍ້ກຳນົດ ສະບັບນີ້ ປະກອບມີ 22 ມາດຕາ ເຊິ່ງໄດ້ກຳນົດ ຢ່າງລະອຽດ ຕື່ມອີກ ກ່ຽວກັບ ມາດຕະການ ຕອບໂຕ້, ຂັ້ນຕອນ ແລະ ກົນໄກ ປະຕິບັດການ, ເພີ່ມທະວີ ຄວາມສາມາດ ຕອບໂຕ້ ການແຊກແຊງ ຈາກຕ່າງປະເທດ. ຂໍ້ກຳນົດສະບັບນີ້ ໄດ້ລະບຸ ຢ່າງຈະແຈ້ງວ່າ: ມາດຕະການຕອບໂຕ້ ກວມເຖິງ ການກວດຍຶດ, ກັກກັນ ຫລື ອາຍັດຊັບສິນ ທຸກປະເພດ ເປັນຕົ້ນ: ເງິນສົດ, ສິດຫຸ້ນສ່ວນ, ຊັບສິນ ທາງປັນຍາ ແລະອື່ນໆ, ເກືອດຫ້າມ ຫລື ຈຳກັດ ການແລກປ່ຽນ ການຮ່ວມມື ໃນຂົງເຂດ ເສດຖະກິດ ການຄ້າ, ວິທະຍາສາດ ເຕັກໂນໂລຊີ, ການສຶກສາ, ວັດທະນະທຳ ເປັນຕົ້ນ. ພ້ອມທັງ ເພີ່ມມາດຕະການໃໝ່ ກ່ຽວກັບ ການຫ້າມ ບໍ່ໃຫ້ລົງທຶນ ຢູ່ ສປ ຈີນ, ການສົ່ງອອກສິນຄ້າ, ການສະ ໜອງຂໍ້ມູນກໍຄື ການຈຳກັດ ບຸກຄະລາກອນ ທີ່ກ່ຽວຂ້ອງ ເຂົ້າເມືອງຈີນ ເປັນຕົ້ນ. ການປະກາດໃຊ້ ຂໍ້ກຳນົດດັ່ງກ່າວ ແມ່ນມີຈຸດໝາຍ ເພື່ອບູລະນະ ລະບຽບ ກົດໝາຍ, ປົກປັກຮັກສາ ອະທິປະໄຕ ແລະ ຜົນປະໂຫຍດ ດ້ານການພັດທະນາ ຂອງປະເທດຈີນ, ເດັດດ່ຽວ ຕອບໂຕ້ ການລົງໂທດ ແລະ ການແຊກແຊງ ຢ່າງຜິດກົດໝາຍ ຂອງຕ່າງປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL