ຂປລ
ສູນຂ່າວ ຂອງກອງປະຊຸມ ເວທີ ປຶກສາຫາລື ອາຊີ ໂປອາວ ປະຈຳປີ 2025 ໄດ້ເປີດນຳໃຊ້ ຢ່າງເປັນທາງການ. ກອງປະຊຸມ ເວທີປຶກສາຫາລື ອາຊີ ໂປອາວ ປີນີ້ ພາຍໃຕ້ຫົວຂໍ້ “ຮ່ວມກັນ ສ້າງອະນາຄົດ ຂອງອາຊີ ໃນສະພາບການ ປ່ຽນແປງ ຂອງໂລກ”, ຈະມີຜູ້ຕາງໜ້າ ປະມານ 2.000 ຄົນ ທີ່ມາຈາກ 60 ກວ່າປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນທີ 24 ມີນານີ້, ສູນຂ່າວ ຂອງກອງປະຊຸມ ເວທີ ປຶກສາຫາລື ອາຊີ ໂປອາວ ປະຈຳປີ 2025 ໄດ້ເປີດນຳໃຊ້ ຢ່າງເປັນທາງການ. ກອງປະຊຸມ ເວທີປຶກສາຫາລື ອາຊີ ໂປອາວ ປີນີ້ ພາຍໃຕ້ຫົວຂໍ້ “ຮ່ວມກັນ ສ້າງອະນາຄົດ ຂອງອາຊີ ໃນສະພາບການ ປ່ຽນແປງ ຂອງໂລກ”, ຈະມີຜູ້ຕາງໜ້າ ປະມານ 2.000 ຄົນ ທີ່ມາຈາກ 60 ກວ່າປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ. ໂດຍຈະຈັດກິດຈະກຳ ແລະ ກອງປະຊຸມຍ່ອຍ ປະມານ 50 ຄັ້ງ. ກອງປະຊຸມ ປະຈຳປີ ຄັ້ງນີ້ ໄດ້ຕັ້ງ 4 ຫົວຂໍ້ ທີ່ປິ່ນອ້ອມ ການສ້າງຄວາມໄວ້ເນື້ອ ເຊື່ອໃຈ ຄືນໃໝ່ ເພື່ອຊຸກຍູ້ ການຮ່ວມມື, ການດຸນດ່ຽງອີກຄັ້ງໜຶ່ງ ບົນພື້ນຖານ ໂລກາພິວັດ ກັບ ການພັດທະນາ ແບບກວມລວມ, ການພັດທະນາ ແບບຍືນຍົງ, ປັນຍາປະດິດ ກັບ ການພັດທະນາ ແບບປະດິດສ້າງ. ປັດຈຸບັນ, ວຽກງານກະກຽມຕ່າງໆ ຂອງເວທີ ປຶກສາຫາລື ຄັ້ງນີ້ ໄດ້ກຽມພ້ອມແລ້ວ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL