ຂປລ
ທົ່ວປະເທດ ຫວຽດນາມ ໄດ້ລົບລ້າງ ເຮືອນຢູ່ຊົ່ວຄາວ ແລະ ເຮືອນຮົ່ວເພ ໃຫ້ປະຊາຊົນ ໄດ້ 156.718 ຫລັງ. ໃນນັ້ນ, ກໍ່ສ້າງສຳເລັດໄດ້ 77.456 ຫລັງ ແລະ ເລີ່ມລົງມືກໍ່ສ້າງໃໝ່ 79.262 ຫລັງ.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທົ່ວປະເທດ ຫວຽດນາມ ໄດ້ລົບລ້າງ ເຮືອນຢູ່ຊົ່ວຄາວ ແລະ ເຮືອນຮົ່ວເພ ໃຫ້ປະຊາຊົນ ໄດ້ 156.718 ຫລັງ. ໃນນັ້ນ, ກໍ່ສ້າງສຳເລັດໄດ້ 77.456 ຫລັງ ແລະ ເລີ່ມລົງມືກໍ່ສ້າງໃໝ່ 79.262 ຫລັງ. ນັບແຕ່ ກອງປະຊຸມທີ 3 ຄະນະຊີ້ນຳ ສູນກາງ ມາຮອດ ປັດຈຸບັນ, ທົ່ວປະເທດ ກໍ່ສ້າງເພີ່ມໄດ້ ປະມານ 35.000 ຫລັງ (ລວມທັງ ກໍ່ສ້າງສຳເລັດ ແລະ ກໍ່ສ້າງໃໝ່); ສະເລ່ຍ ແຕ່ລະ ທ້ອງຖິ່ນ ໜູນຊ່ວຍ ກໍ່ສ້າງໄດ້ 37 ຫລັງ ຕໍ່ວັນ. ກ່ຽວກັບ ການສຳຫລວດ ກວດຄືນ, ອະນຸມັດຜ່ານ ຄວາມຕ້ອງການ ລົບລ້າງ ເຮືອນຢູ່ ຊົ່ວຄາວ, ເຮືອນຮົ່ວເພ ຢູ່ບັນດາທ້ອງຖິ່ນ ແລະ ກຳນົດເວລາ ປະຕິບັດ ສຳເລັດ ໂຄງການດັ່ງກ່າວ: ຈົນຮອດ ທ້າຍເດືອນ ມີນາ 2025, ມີຕື່ມອີກ 4 ທ້ອງຖິ່ນ ຕົກລົງອະນຸມັດ ຜ່ານຄວາມຕ້ອງການ ລົບລ້າງ ເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ໃນບໍລິເວນ ທີ່ນອນໃນໂຄງການ ປຸກລະດົມ ເພື່ອເປັນບ່ອນອີງ ຈັດຕັ້ງ ຜັນຂະຫຍາຍ ການໜູນຊ່ວຍ ປະຊາຊົນ ໃຫ້ມີຊີວິດ ການເປັນຢູ່ ທີ່ດີຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL