ເວທີປຶກສາຫາລືຂັ້ນສູງຄັງປັນຍາຈີນ-ກໍາປູເຈຍ ຄັ້ງທີ 4

25/03/2025 17:00
ຂປລ ເວທີ ປຶກສາຫາລື ຂັ້ນສູງ ຄັງປັນຍາຈີນ-ກໍາປູເຈຍ ຄັ້ງທີ 4 ໄດ້ໄຂຂຶ້ນ ຢູ່ນະຄອນຫລວງ ພະນົມເປັນ ຂອງກໍາປູເຈຍ ໃນວັນທີ 24-25 ມີນານີ້. ຫົວຂໍ້ຕົ້ນຕໍ ຂອງເວທີ ປຶກສາຫາລື ຄັ້ງນີ້ ແມ່ນ “ຂອບການຮ່ວມມື 6 ດ້ານ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,​ ເວທີ ປຶກສາຫາລື ຂັ້ນສູງ ຄັງປັນຍາຈີນ-ກໍາປູເຈຍ ຄັ້ງທີ 4 ໄດ້ໄຂຂຶ້ນ ຢູ່ນະຄອນຫລວງ ພະນົມເປັນ ຂອງກໍາປູເຈຍ ໃນວັນທີ 24-25 ມີນານີ້. ຫົວຂໍ້ຕົ້ນຕໍ ຂອງເວທີ ປຶກສາຫາລື ຄັ້ງນີ້ ແມ່ນ “ຂອບການຮ່ວມມື 6 ດ້ານ: ຂຽນໜ້າ ປະຫວັດສາດໃໝ່ ແຫ່ງຄູ່ຮ່ວມ ຊາຕາກໍາ ຈີນ-ກໍາປູເຈຍ ໃນຍຸກໃໝ່”, ຜູ້ຊ່ຽວຊານ ແລະ ນັກວິຊາການ ຮ້ອຍກວ່າຄົນ ຈາກຄັງປັນຍາ ແລະ ວົງການ ວິຊາການ ຂອງສອງປະເທດ ຈີນ-ກໍາປູເຈຍ ໄດ້ລົງເລິກ ປຶກສາຫາລື ທີ່ປິ່ນອ້ອມ ຫົວຂໍ້ຕ່າງໆ ເຊັ່ນ: ການຮ່ວມມື ໃນພາກພື້ນ, ການສ້າງແລວ ເສດຖະກິດ, ການຮ່ວມມື ດ້ານການທ່ອງທ່ຽວ ແລະ ການແລກປ່ຽນ ດ້ານວັດທະນະທໍາ ເປັນຕົ້ນ. ສຳລັບ ເວທີປຶກສາຫາລື ຂັ້ນສູງ ຄັງປັນຍາຈີນ-ກໍາປູເຈຍ ເປັນກອງປະຊຸມ ລະດັບສາກົນ ທີ່ຮ່ວມກັນ ສ້າງຂຶ້ນ ໂດຍ ສະຖາບັນ ວິທະຍາສາດ ສັງຄົມຈີນ ແລະ ສະຖາບັນ ຄົ້ນຄວ້າ ພະລາຊະວັງ ກໍາປູເຈຍ, ເຊິ່ງຈັດຂຶ້ນໂດຍ ກອງເລຂາ ສະພາມົນຕີ ຄັງປັນຍາ ຂັ້ນສູງແຫ່ງຊາດ ທີ່ສັງກັດ ສະຖາບັນ ວິທະຍາສາດ ສັງຄົມຈີນ ແລະ ສະຖາບັນ ຄົ້ນຄວ້າ ການພົວພັນ ສາກົນ ທີ່ສັງກັດ ສະຖາບັນ ຄົ້ນຄວ້າ ພະລາຊະວັງ ກໍາປູເຈຍ, ໂດຍຈັດຂຶ້ນ ທຸກໆ 2 ປີ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top