ຂປລ
ໂຮງໝໍ ປິ່ນປົ່ວ ພະຍາດປອດ ສູນກາງ-ໂຄງການ ຕ້ານພະຍາດ ວັນນະໂລກ ແຫ່ງຊາດ ຫວຽດນາມ ໄດ້ຈັດຕັ້ງ ພິທີສະເຫລີມ ສະຫລອງ ວັນປ້ອງກັນ, ຕ້ານພະຍາດ ວັນນະໂລກ ທົ່ວໂລກ ດ້ວຍຫົວຂໍ້ “ ສສ ຫວຽດນາມ ໃຫ້ຄຳໝັ້ນສັນຍາ, ລົງທຶນ, ເຄື່ອນໄຫວ ເພື່ອລົບລ້າງ ພະຍາດ ວັນນະໂລກ”.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ໂຮງໝໍ ປິ່ນປົ່ວ ພະຍາດປອດ ສູນກາງ-ໂຄງການ ຕ້ານພະຍາດ ວັນນະໂລກ ແຫ່ງຊາດ ຫວຽດນາມ ໄດ້ຈັດຕັ້ງ ພິທີສະເຫລີມ ສະຫລອງ ວັນປ້ອງກັນ, ຕ້ານພະຍາດ ວັນນະໂລກ ທົ່ວໂລກ ດ້ວຍຫົວຂໍ້ “ ສສ ຫວຽດນາມ ໃຫ້ຄຳໝັ້ນສັນຍາ, ລົງທຶນ, ເຄື່ອນໄຫວ ເພື່ອລົບລ້າງ ພະຍາດ ວັນນະໂລກ”. ເຫດການດັ່ງກ່າວ ຖືກຈັດຂຶ້ນ ເພື່ອແນໃສ່ ຍົກສູງ ສະຕິຄວາມຮັບຮູ້ ຂອງສັງຄົມ ກ່ຽວກັບ ຜົນກະທົບ ອັນຮ້າຍແຮງ ຂອງພະຍາດ ວັນນະໂລກ ທີ່ມີຕໍ່ສຸຂະພາບ,ເສດຖະກິດ ແລະ ສັງຄົມ. ຕາມຕົວເລກ ສະຖິຕິ ຂອງອົງການ ອະນາໄມໂລກ (WHO), ປັດຈຸບັນ, ສສ ຫວຽດນາມ ມີຄົນເຈັບ ຕິດພະຍາດ ວັນນະໂລກໃໝ່ ປະມານ 182.000 ຄົນ ແລະ ແຕ່ລະປີ, ມີປະມານ 11.000 ຄົນ ຖືກເສຍຊີວິດ ຍ້ອນພະຍາດ ດັ່ງກ່າວ. ປີ 2023, ສສ ຫວຽດນາມ ຢືນອັນດັບທີ 12/30 ປະເທດ ທີ່ແບກຫາບ ບົດບາດ ຕໍ່ພະຍາດ ວັນນະໂລກນີ້ ສູງທີ່ສຸດໃນໂລກ. ເຖິງຢ່າງໃດກໍຕາມ, ປີ 2024, ໂຄງການ ຕ້ານພະຍາດ ວັນນະໂລກ ບັນລຸໄດ້ ໝາກຜົນດີທີ່ສຸດ ເມື່ອກວດພົບກວ່າ 113.000 ຄົນ ຕິດພະຍາດ ດັ່ງກ່າວ (ເພີ່ມຂຶ້ນ 7% ເມື່ອທຽບໃສ່ປີ 2023). ຕາມ ທ່ານ ນາງ ແອນຈີລາ ແພຣດ(Angela Pratt), ຫົວໜ້າ ຜູ້ຕາງໜ້າອົງການ WHO ຢູ່ ສສ ຫວຽດນາມ ແລ້ວ, ຕົວເລກດັ່ງກ່າວ ໄດ້ຊີ້ໃຫ້ເຫັນວ່າ: ສສ ຫວຽດນາມ ພວມບັນລຸໄດ້ ຄວາມຄືບໜ້າ ຫລາຍຢ່າງ ໃນການກວດ ແລະ ປິ່ນປົວ ພະຍາດ ວັນນະໂລກ, ພ້ອມດຽວກັນນັ້ນ ອັດຕາສ່ວນປິ່ນປົວ ສຳເລັດ ກໍເປັນໜ້າ ປະທັບໃຈທີ່ສຸດ.ໃນໂອກາດນີ້ ທ່ານ ດິງວັນເລື້ອງ, ຜູ້ອຳນວຍການ ໂຮງໝໍປິ່ນປົວ ພະຍາດ ປອດສູນກາງ, ຫົວໜ້າ ອົງການບໍລິຫານ ໂຄງການຕ້ານພະຍາດ ວັນນະໂລກ ແຫ່ງຊາດແລ້ວ, ເປົ້າໝາຍປີນີ້ຂອງ ສສ ຫວຽດນາມ ແມ່ນຄວບຄຸມພະຍາດປອດ ຕິດພັນກັບ ບັນດາ ຮາກຖານ ສາທາລະນະ, ຊ່ວຍໃຫ້ຄົນເຈັບ ທຸກຄົນ ເມື່ອໄປກວດພະຍາດລ້ວນ ແຕ່ໄດ້ຮັບການກວດ, ຈາກນັ້ນ ເພີ່ມອັດຕາກວດພົບ ແລະ ປິ່ນປົວ ໃຫ້ຄົນເຈັບ ຕິດພະຍາດ ວັນນະໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL