ຂປລ
ສປຈີນ ເມື່ອບໍ່ດົນມານີ້, ສປຈີນ ຈະສືບຕໍ່ ຮັກສາ ສະຖຽນລະພາບ ຂອງ ການລົງທຶນ ຈາກຕ່າງປະເທດ ໃນປີ 2025 ພ້ອມທັງ ການດຳເນີນມາດຕະການເປີດກວ້າງ ໃຫ້ເພີ່ມຂຶ້ນ ໃນຫລາຍດ້ານ
ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ນະຄອນຫລວງ ປັກກິ່ງ ປະເທດ ສປຈີນ ເມື່ອບໍ່ດົນມານີ້, ສປຈີນ ຈະສືບຕໍ່ ຮັກສາ ສະຖຽນລະພາບ ຂອງ ການລົງທຶນ ຈາກຕ່າງ ປະເທດ ໃນປີ 2025 ພ້ອມທັງ ການດຳເນີນມາດຕະການເປີດກວ້າງ ໃຫ້ເພີ່ມຂຶ້ນ ໃນຫລາຍດ້ານ, ປັບປຸງສະພາບ ແວດລ້ອມ ທາງທຸລະກິດ ແລະ ຂະຫຍາຍຂອບເຂດ ໂຄງການ ນໍາຮ່ອງ ການເປີດກວ້າງ ໂດຍເນັ້ນໃສ່ ຂົງເຂດ ການສຶກສາ ແລະ ວັດທະນະທຳ.
ປັດຈຸບັນ ສປຈີນ ໄດ້ອະນຸຍາດ ໃຫ້ບໍລິສັດ ທີ່ລົງທຶນ ໂດຍຕ່າງປະເທດ ຈຳນວນ 13 ແຫ່ງ ໃຫ້ເຂົ້າດຳເນີນທຸລະກິດ ບໍລິການ ໂທລະ ຄົມມະນາຄົມ ທີ່ມີ ມູນຄ່າເພີ່ມ ແລະ ອະນຸມັດ ການດຳເນີນງານ ຂອງ ໂຮງໝໍໃໝ່ ທີ່ຕ່າງປະເທດ ເປັນເຈົ້າຂອງ ທັງໝົດ 3 ແຫ່ງ ລວມເຖິງ ການເລີ່ມຕົ້ນ ດຳເນີນ ໂຄງການ ເຕັກໂນໂລຊີ ຊີວະພາບ , ໂດຍການລົງທຶນ ຕ່າງປະ ເທດ ຫລາຍກວ່າ 40 ໂຄງການ. ນອກນັ້ນ, ກະຊວງ ການຄ້າ ຂອງ ສປຈີນ ຍັງຊ່ວຍ ແກ້ໄຂ ບັນຫາ ຂອງ ບໍລິສັດ ທີ່ລົງທຶນ ໂດຍຕ່າງປະເທດ, ຜ່ານກອງປະຊຸມ ໂຕມົນ ຫລາຍກວ່າ 500 ບັນຫາ ແລະ ພະຍາຍາມປັບປຸງ ການບໍລິການ ແລະ ສະພາບແວດລ້ອມ ທາງດ້ານທຸລະກິດ ສຳລັບ ນັກລົງທຶນ ຊາວຕ່າງປະເທດ ຢ່າງຕໍ່ເນື່ອງ ເພືື່ອຊຸກຍູ້ ສປຈີນ ໃຫ້ເປັນຈຸດໝາຍ ຍອດນິ ຍົມ ຂອງ ນັກລົງທຶນຕ່າງປະເທດ ແລະ ກຽມຈັດສັນ ກິດຈະກຳ ຢູ່ຕ່າງປະເທດ ເພື່ອດຶງດູດນັກລົງທຶນ ຊາວຕ່າງປະເທດ ແລະ ອື່ນໆ./
KPL