ຂປລ
ສຳນັກງານ ສະຖິຕິແຫ່ງຊາດ ສ.ເກົາຫລີ ລາຍງານ, ອັດຕາ ການຈ້າງງານ ຜູ້ພັກອາໄສ ຊາວຕ່າງປະເທດ ໃນ ສ.ເກົາຫລີ ກວມເອົາ 64,7% ໃນປີ 2024 . ໃນນັ້ນ ລວມມີອາຍຸ 15 ປີຂຶ້ນໄປ ທັງໝົດ 1,56 ລ້ານຄົນ ກວມເອົາ 64,7% , ຜູ້ມີວຽກເຮັດງານທຳ 3,9%
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກງານ ສະຖິຕິແຫ່ງຊາດ ສ.ເກົາຫລີ ລາຍງານ, ອັດຕາ ການຈ້າງງານ ຜູ້ພັກອາໄສ ຊາວຕ່າງປະເທດ ໃນ ສ.ເກົາຫລີ ກວມເອົາ 64,7% ໃນປີ 2024 . ໃນນັ້ນ ລວມມີອາຍຸ 15 ປີຂຶ້ນໄປ ທັງໝົດ 1,56 ລ້ານຄົນ ກວມເອົາ 64,7% , ຜູ້ມີວຽກເຮັດງານທຳ 3,9% , ຜູ້ວ່າງງານ 31,4% ແລະ ອື່ນໆ. ໃນນັ້ນ ຊາວຕ່າງປະເທດ ທີ່ ເຮັດວຽກ ໃນອຸດສາຫະກຳ ບໍ່ແຮ່ ແລະ ການຜະລິດ ກວມເອົາ 45,6% ເຮັດການຄ້າຂາຍສົ່ງ-ຍ່ອຍ 18,9% ບ້ານພັກ ແລະ ຮ້ານອາຫາ 14,2% , ການດຳເນີນ ທຸລະກິດ ເອກະຊົນ ຫລື ໜ່ວຍງານລັດ ກວມເອົາ 10,6% ແລະ ອື່ນໆ./.
KPL