ຂປລ
ອົງການການຄ້າໂລກ ຫລື WTO ໄດ້ເຜີຍແຜ່ບົດລາຍງານ “ທ່າອຽງ ແລະ ສະຖິຕິການຄ້າໂລກ” ສະບັບຫລ້າສຸດ ໂດຍໄດ້ປັບຄາດໝາຍ ການເຕີບໂຕ ດ້ານການຄ້າສິນຄ້າທົ່ວໂລກປີ 2026 ຈາກ 1,9% ທີ່ຄາດໄວ້ໃນເດືອນມີນາປີນີ້ ຂຶ້ນເປັນ 3,9%, ຄາດວ່າ ຈະເຕີບໂຕ 4,1% ໃນປີ 2027.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 8 ຕຸລານີ້ ອົງການການຄ້າໂລກ ຫລື WTO ໄດ້ເຜີຍແຜ່ບົດລາຍງານ “ທ່າອຽງ ແລະ ສະຖິຕິການຄ້າໂລກ” ສະບັບຫລ້າສຸດ ໂດຍໄດ້ປັບຄາດໝາຍ ການເຕີບໂຕ ດ້ານການຄ້າສິນຄ້າທົ່ວໂລກປີ 2026 ຈາກ 1,9% ທີ່ຄາດໄວ້ໃນເດືອນມີນາປີນີ້ ຂຶ້ນເປັນ 3,9%, ຄາດວ່າ ຈະເຕີບໂຕ 4,1% ໃນປີ 2027. ໃນ 6 ເດືອນຕົ້ນປີນີ້, ເຖິງວ່າ ໄດ້ຮັບຜົນກະທົບ ຈາກການປະທະກັນ ຢູ່ພາກພື້ນຕາເວັນອອກກາງ ກໍຕາມ, ແຕ່ການຄ້າສິນຄ້າທົ່ວໂລກ ຍັງເຕີບໂຕ 3.5% ເຊິ່ງສະແດງໃຫ້ເຫັນວ່າ: ຕ່ອງໂສ້ການສະໜອງ ມີຄວາມສາມາດຮັບມື ກັບສົງຄາມ ໃນຕາເວັນອອກກາງ ທີ່ສົ່ງຜົນກະທົບ ຕໍ່ຕະຫລາດ ພະລັງງານ, ປຸ໋ຍເຄມີ ແລະ ການຂົນສົ່ງ. ຄວາມຕ້ອງການທີ່ແຂງແຮງກ່ຽວຂ້ອງກັບການລົງທຶນ ໃນດ້ານປັນຍາປະດິດໄດ້ຊົດເຊີຍ ຜົນກະທົບທາງລົບ ຈາກການປະທະກັນ ຢູ່ພາກພື້ນຕາເວັນອອກກາງ. ໃນ6 ເດືອນຕົ້ນປີນີ້, ຄວາມຕ້ອງການ ຕໍ່ສິນຄ້າທີ່ກ່ຽວຂ້ອງກັບ ປັນຍາປະດິດ ເຊັ່ນ: ເຄິ່ງຕົວນຳ ແລະ ເຊີເວີ ເປັນຕົ້ນ ໄດ້ເພີ່ມຂຶ້ນຢ່າງແຂງແຮງ, ມູນຄ່າການຄ້າສິນຄ້າປະເພດນີ້ ເພີ່ມຂຶ້ນ 67% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL