ສປ ຈີນ- ອິນໂດເນເຊຍ ຮ່ວມກັນປະຍຸກໃຊ້ເຕັກໂນໂລຊີທັນສະໄໝ

09/10/2026 16:19
ຂປລ ອິນ​ໂດ​ເນ​ເຊຍ ກຽມ ຈະ​ເປີດກວ້າງ​ ການ​ຮ່ວມ​ມື ​ກັບ ສປ ​ຈີນ ​ໃນ​ຂົງ​ເຂດ​ ການ​ສຶກ​ສາ​ຂັ້ນ​ສູງ ແລະ ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ ເພື່ອ​ເລັ່ງ​ການ​ປະ​ຍຸກ​ໃຊ້ ​ເຕັ​ກ​ໂນ​ໂລ​ຊີ​ໃໝ່ ແລະ ຮ່ວມ​ກັນ​ບຳ​ລຸງ​ສ້າງ​ ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ​ດ້ານ​ການ​ປະ​ຍຸກ​ໃຊ້​ ເຕັກ​ໂນ​ໂລ​ຊີ ​ທັນ​ສະ​ໄໝ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຂ່າວ​ສານ​ອັນ​ຕາ​ຣາ​ ຂອງ​ອິນ​ໂດ​ເນ​ເຊຍ ​ລາຍ​ງານ​ວ່າ: ອິນ​ໂດ​ເນ​ເຊຍ ກຽມ ຈະ​ເປີດກວ້າງ​ ການ​ຮ່ວມ​ມື ​ກັບ ສປ ​ຈີນ ​ໃນ​ຂົງ​ເຂດ​ ການ​ສຶກ​ສາ​ຂັ້ນ​ສູງ ແລະ ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ ເພື່ອ​ເລັ່ງ​ການ​ປະ​ຍຸກ​ໃຊ້ ​ເຕັ​ກ​ໂນ​ໂລ​ຊີ​ໃໝ່ ແລະ ຮ່ວມ​ກັນ​ບຳ​ລຸງ​ສ້າງ​ ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ​ດ້ານ​ການ​ປະ​ຍຸກ​ໃຊ້​ ເຕັກ​ໂນ​ໂລ​ຊີ ​ທັນ​ສະ​ໄໝ. ໃນ​ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື ​ການ​ສຶກ​ສາ​​ຊັ້ນ​ສູງ ແລະ ອຸດ​ສາ​ຫະ​ກຳ​ຈີນ-ອາ​ຊີ​ ຕາ​ເວັນ​ອອກ​ສຽງ​ໃຕ້ ​ປີ 2026, ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ ໄດ້ກ່າວ​ວ່າ: ມະ​ຫາ​ວິ​ທ​ະ​ຍາ​ໄລ ແລະ ສະ​ຖາ​ບັນ​ຄົ້ນ​ຄວ້າ​ ຂອງ​ອິນ​ໂດ​ເນ​ເຊຍ ​ຈະ​ລົງ​ເລິກ ​ການ​ຮ່ວມ​ມື​ກັບ​ ມະ​ຫາ​ວິ​ທ​ະ​ຍາ​ໄລ ແລະ ​ສະ​ຖາ​ບັນ​ ການ​ສຶ​ກ​ສາ​ຊັ້ນ​ສູງ​ຂອງ ສປ ຈີນ. ຂົງ​ເຂດ​ການ​ຮ່ວມ​ມື​ລວມ​ມີ ການ​ຄົ້ນ​ຄວ້າ​ຮ່ວມ​ກັນ, ການ​ແລກ​ປ່ຽນ​ ນັກ​ຮຽນ ​ນັກ​ສຶກ​ສາ ແລະ ນັກ​ວິ​ຊາ​ການ, ການ​ພັດ​ທະ​ນາ​ ຜູ້​ມີ​ຄວາມ​ຮູ້​ ຄວາມ​ສາ​ມາດ, ລວມ​ທັງ ໂຄງ​ການ​ຄົ້ນ​ຄວ້າ​ ດ້ານ​ການ​ສຶກ​ສາ. ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ກ່າວ​ວ່າ: ການ​ຮ່ວມ​ມື​ ລະ​ຫວ່າງ​ ມະ​ຫາ​ວິ​ທະ​ຍາ​ໄລ​ ກັບ​ອຸດ​ສາ​ຫະ​ກຳ​ ຈະ​ມີ​ຜົນ​ດີຕໍ່​ການ​ຊ່ວຍ​ ໃຫ້​ການ​ຄົ້ນ​ຄວ້າ​ ເຊື່ອມ​ຕໍ່​ ກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ ແລະ ເລັ່ງ​ການ​ປະ​ຍຸກ​ໃຊ້ ​ໃນ​ໂຄງ​ການສຶກ​ສາ​ຄົ້ນ​ຄວ້າ ເຊິ່ງ​ຈະ​ຊ່ວຍ​​ບຳ​ລຸງ​ສ້າງ​ ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ ດ້ານວິ​ຊາ​ການ​ ໃນ​ການປະ​ຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ ​ທັນ​ສະ​ໄໝ ​ນັບ​ມື້​ດີ​ຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top