ຂປລ
ກອງປະຊຸມ ສຸດຍອດ ສະຫະພາບ ເອີຣົບ (EU) ໄດ້ດຳເນີນແຕ່ ວັນທີ 20–21 ມີນາຢູ່ນະຄອນ ບຣຸກແຊນ(Brussels) ປະເທດ ແບນຊິກ, ດ້ວຍໂຄງການດຳເນີນງານທີ່ສຸມໃສ່ ການປັບປຸງຄວາມສາມາດດ້ານແກ້ງແຍ້ງຂອງ EU, ເພີ່ມທະວີ ການປ້ອງກັນຊາດ ແລະ ປຶກສາຫາລື ກ່ຽວກັບ ອະນາຄົດ ດ້ານການເງິນຂອງກຸ່ມ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ກອງປະຊຸມ ສຸດຍອດ ສະຫະພາບ ເອີຣົບ (EU) ໄດ້ດຳເນີນແຕ່ ວັນທີ 20–21 ມີນາຢູ່ນະຄອນ ບຣຸກແຊນ(Brussels) ປະເທດ ແບນຊິກ, ດ້ວຍໂຄງການດຳເນີນງານທີ່ສຸມໃສ່ ການປັບປຸງຄວາມສາມາດດ້ານແກ້ງແຍ້ງຂອງ EU, ເພີ່ມທະວີ ການປ້ອງກັນຊາດ ແລະ ປຶກສາຫາລື ກ່ຽວກັບ ອະນາຄົດ ດ້ານການເງິນຂອງກຸ່ມ. ຄວາມສາມາດໃນການແກ້ງແຍ້ງຂອງ EU ຈະແມ່ນຫົວຂໍ້ຈຸດສຸມ ຂອງກອງ ປະຊຸມສຸດຍອດ. ໃນສະພາບການພື້ນຖານເສດຖະກິດທົ່ວໂລກ ເຕັມໄປດ້ວຍ ການຜັນແປ, ບັນດາການນຳ EU ຈະຊອກຫາວິທີ ການເພີ່ມທະວີຖານະຕຳແໜ່ງ ຂອງສະຫະພາບບົນເວທີສາກົນ. ສາມຂົງເຂດ ບຸລິມະສິດຫລັກ ແມ່ນ ຫັນບັນດາລະບຽບການ ເປັນງ່າຍດາຍ, ຮັບປະກັນແຫລ່ງສະໜອງ ພະລັງງານ ເປັນປົກກະຕິ ແລະ ພັດທະນາ ສະຫະພາບ ປະຢັດ ແລະ ການລົງທຶນ. ກອງປະຊຸມ ກໍ່ຈະສຸມໃສ່ສະພາບການ ອູແກຣນ ແລະ ບາດກ້າວຕໍ່ໄປ ຂອງການປ້ອງກັນຊາດ. ບັນດາການນຳ EU ຈະພິຈາລະນາປຶ້ມປົກຂາວ ກ່ຽວກັບ ອະນາຄົດ ຂອງການປ້ອງກັນຊາດ ເອີຣົບ ເພື່ອແນໃສ່ ກຳນົດບັນດານະໂຍບາຍປ້ອງກັນຊາດ ທີ່ຍາວນານ ຂອງສະຫະພາບ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL