ຂປລ
ທ່ານ ນາງ ໂງມິງງວຽດ, ເອກອັກ ຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ, ດ້ວຍຖານະ ເປັນປະທານ ໝູນວຽນ ຄະນະກຳມະການ ອາຊຽນ ປະຈຳ ນະຄອນຫລວງ Buenos Aires, ໄດ້ເປັນປະທານ ກອງປະຊຸມ ສະໄໝ ສາມັນ ຄັ້ງທີ 42 ຢູ່ສຳນັກງານ ສະຖານທູດ ຫວຽດນາມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 19 ມີນາ, ທ່ານ ນາງ ໂງມິງງວຽດ, ເອກອັກ ຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ, ດ້ວຍຖານະ ເປັນປະທານ ໝູນວຽນ ຄະນະກຳມະການ ອາຊຽນ ປະຈຳ ນະຄອນຫລວງ Buenos Aires, ໄດ້ເປັນປະທານ ກອງປະຊຸມ ສະໄໝ ສາມັນ ຄັ້ງທີ 42 ຢູ່ສຳນັກງານ ສະຖານທູດ ຫວຽດນາມ. ຈາກນັ້ນ ເອກອັກ ຄະລັດຖະທູດ ຫວຽດນາມ ພ້ອມດ້ວຍ ເອກອັກຄະລັດຖະທູດ ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ເອກອັກຄະລັດຖະທູດໄທ ໄດ້ປຶກສາຫາລື ກ່ຽວກັບ ແຜນການຄາດຄະເນ ຈະຜັນຂະຫຍາຍ ໃນໄລຍະຈະມາເຖິງ ແນໃສ່ສົ່ງເສີມ, ໂຄສະນາພາບພົດ ແລະ ທີ່ຕັ້ງຂອງບັນດາປະເທດ ອາຊຽນ ຢູ່ ອາກຊັງຕິນ. ບັນດາເອກອັກຄະລັດຖະທູດ ອາຊຽນ ກໍເຫັນດີຕໍ່ ບັນດາຂໍ້ສະເໜີຂອງ ສສ ຫວຽດນາມ, ຊຸກຍູ້ການເຮັດວຽກ ກັບບັນດາອົງການ ອຳນາດການປົກຄອງ, ປະຊາຄົມວິສາຫະກິດ ເພື່ອຍູ້ແຮງການເຊື່ອມຕໍ່, ເປີດກວ້າງ ແລະ ຍົກສູງປະສິດທິຜົນ ການຮ່ວມມື ດ້ານເສດຖະກິດ-ການເມືອງ.ໄປຄຽງຄູ່ກັບ ການຈັດ ບັນດາການເຄື່ອນໄຫວຂອງ ອາຊຽນ ຢ່າງເປັນທາງການຄື ເຫດການ ອາຊຽນ ຢູ່ ສະພາແຫ່ງຊາດ ອາກຊັງຕິນ, ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນ ກໍຈະເປັນປະທານ ບັນດາການເຄື່ອນໄຫວ ພົວພັນແລກປ່ຽນ ໃນວັນຄອບຄົວ ອາຊຽນ ຢູ່ນະຄອນຫລວງ Buenos Aires ຂອງ ອາກຊັງຕິນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL