ຂປລ
ບົດຄໍາເຫັນ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນໂອກາດສະຫລອງ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 60 ປີ (13 ມີນາ 1965-13 ມີນາ 2025)
- ຂໍຮຽນ: ບັນດາທ່ານ ຜູ້ນໍາພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ
- ບັນດາທ່ານ ອະດີດການນຳອາວຸໂສ, ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ນັບຖື ແລະ ຮັກແພງ.
ວັນທີ 13 ມີນາ ແມ່ນ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຊຶ່ງໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການໄປສະນີ ແລະ ກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ຂອງ ສປປ ລາວ ແລະ ໃນປີ 2025 ນີ້ ພໍດີຄົບຮອບ 60 ປີ. ດັ່ງນັ້ນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານຈຶ່ງໄດ້ສ້າງຂະບວນການສະເຫລີມສະຫລອງ ພາຍໃຕ້ຄໍາຂວັນ “ພັດທະນາໂຄງລ່າງພື້ນຖານດີຈິຕອນຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ”ຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ.
ປັດຈຸບັນນີ້, ວຽກງານ ໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ມີການປ່ຽນແປງຢ່າງວ່ອງໄວ ຍ້ອນການຂະຫຍາຍຕົວຂອງເຕັກໂນໂລຊີ ແລະ ນະວັດຕະກຳ ເປັນຕົ້ນໍແມ່ນໄດ້ມີການຄ້າເອເລັກໂຕຣນິກ, ລະບົບໂລຈິສຕິກທີ່ທັນສະໄໝ, ເຄື່ອງບິນບໍ່ມີຄົນຂັບ (Drone), ລະບົບເຕັກໂນໂລຊີການສື່ສານ 5G, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ປັນຍາປະດິດ (AI), ອິນເຕີເນັດແຫ່ງສັບພະສິ່ງ (IoT), ຖານຂໍ້ມູນມະຫາສານ (Big Data), ລະບົບ Cloud Computing, ຫຸ່ນຍົນ ແລະ ລົດອັດຕະໂນມັດ (Auto Mobile and Robotics), ການພິມສາມມິຕິ (3D Printing) ແລະ ລະບົບເຕັກໂນໂລຊີດີຈິຕອນອື່ນໆ.
ຕະຫລອດໄລຍະຜ່ານມາ ວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ຂອງ ສປປ ລາວສາມາດສ້າງຜົນງານອັນໃຫຍ່ຫລວງຫລາຍດ້ານ ເປັນຕົ້ນ ແມ່ນວຽກງານໄປສະນີ ໄດ້ຫັນມານຳໃຊ້ເຕັກໂນໂລຊີດີຈິຕອນ ເພື່ອເພີ່ມຄວາມສະດວກ ໃນການໃຫ້ບໍລິການ ແລະ ຮອງຮັບທຸລະກິດອອນລາຍ, ເພີ່ມປະສິດທິພາບ ແລະ ຫລຸດເວລາການຂົນສົ່ງ ທີ່ເປັນມິດຕໍ່ສິ່ງແວດລ້ອມ. ສິ່ງທີ່ພົ້ນເດັ່ນແມ່ນໄດ້ສ້າງລະບົບ ລວມສູນການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີພາຍໃນປະເທດ ຊຶ່ງອຳນວຍຄວາມສະ ດວກໃຫ້ແກ່ການຕິດຕາມກວດກາ ແລະ ເກັບກຳຂໍ້ມູນສະຖິຕິ, ຜູ້ປະກອບການໄປສະນີ ແລະ ຜູ້ຊົມໃຊ້ສາມາດຕິດຕາມເຄື່ອງຝາກ ຂອງຕົນໄດ້ຕະຫລອດເວລາ. ໃນປີ 2025 ມີຈຳນວນຜູ້ປະກອບການຂະແໜງໄປສະນີ ທັງໝົດ 63 ບໍລິສັດ. ໃນນັ້ນ, ບໍລິສັດບໍລິການພາຍໃນແຂວງ ມີ 52 ບໍລິສັດ, ບໍລິສັດບໍລິການສະເພາະລະຫວ່າງປະເທດ ມີ 4 ບໍລິສັດ ແລະ ບໍລິສັດບໍລິການທັງພາຍໃນ ແລະ ລະ ຫວ່າງປະເທດ ມີ 7 ບໍລິສັດ, ມີປ່ອງບໍລິການທັງໝົດ 1.161 ແຫ່ງ ຊຶ່ງກວມເອົາທຸກແຂວງ, ທຸກເມືອງ ແລະ ເກືອບທຸກບ້ານ ໃນຂອບເຂດທົ່ວປະເທດ, ສາມາດສ້າງລາຍຮັບໄດ້ 198 ຕື້ກວ່າກີບ ແລະ ມອບພັນທະອາກອນເຂົ້າງົບປະມານແຫ່ງຊາດ ຈຳນວນ 14 ຕື້ກວ່າກີບ.
ໃນວຽກງານໂທລະຄົມມະນາຄົມ ກໍເຫັນວ່າປັດຈຸບັນນີ້, ຢູ່ປະເທດເຮົາມີຜູ້ໃຫ້ບໍລິການ ໂທລະຄົມມະນາຄົມ ຈຳນວນ 6 ບໍລິສັດ, ບໍລິສັດສະໜອງສິ່ງອໍານວຍຄວາມສະດວກ ທາງດ້ານໂທລະຄົມມະ ນາຄົມ ຈຳນວນ 3 ບໍລິສັດ ແລະ ຜູ້ໃຫ້ບໍລິການອິນເຕີເນັດປະເພດ I ຈໍານວນ 10 ບໍລິສັດ, ປະເພດ II ຈໍານວນ 3 ບໍລິສັດ ແລະ ປະເພດ III ຈໍານວນ 7 ບໍລິສັດ; ຈຸດເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ເຂົ້າ-ອອກ ສປປ ລາວ ມີທັງໝົດ 22 ຈຸດ ໃນ 14 ແຂວງ. ບັນດາຫົວໜ່ວຍ ທຸລະກິດເຫລົ່ານັ້ນ ສາມາດສ້າງລາຍຮັບໄດ້ ໃນປີ 2025 ຈໍານວນ 5.818 ຕື້ກວ່າກີບ, ໄດ້ມອບພັນທະໃຫ້ລັດ 482 ຕື້ກວ່າກີບ ແລະ ຂະຫຍາຍສາຍກາບໄຍແສງໄດ້ທັງໝົດ 97.153 ກິໂລແມັດ, ຂະຫຍາຍສັນຍານ ໂທລະສັບມືຖືໄດ້ທົ່ວທຸກແຂວງ, ທຸກເມືອງ, ສັນຍານໂທລະສັບມືຖື ລະບົບ 3G ຄວບຄຸມໄດ້ 85%, 4G ຄວບຄຸມໄດ້ 76% ຂອງຈໍານວນບ້ານທັງໝົດ ແລະ ໄດ້ໃຫ້ບໍລິການສັນຍານ5G ເລີ່ມແຕ່ຕົ້ນປີ2024 ເປັນຕົ້ນມາ ຊຶ່ງຄາດວ່າໃນປີ 2026 ຈະຄວບຄຸມໄດ້ 17% ຂອງຕົວເມືອງໃຫຍ່ຢູ່ພາຍໃນແຂວງ. ປັດຈຸບັນນີ້, ການນໍາໃຊ້ໂທລະສັບຕັ້ງໂຕະ ແລະ ມືຖືມີທັງໝົດ 7,3 ລ້ານເລກໝາຍ, ໃນປີ 2024 ຜ່ານມາໄດ້ສ້າງຕັ້ງກອງທຶນ ພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕອນເພື່ອລະດົມ ແລະ ສະສົມທຶນໃຫ້ແກ່ ການພັດທະນາ ໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕອນ ໄປສູ່ເຂດຫ່າງໄກສອກຫລີກ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້.
ບັນດາທ່ານທີ່ນັບຖື ແລະ ຮັກແພງ!
ການສະເຫລີມສະຫລອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ເປັນການປູກຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນ ແມ່ນໄດ້ໃຫ້ຜູ້ສ້າງລະບຽບການ ແລະ ຄຸ້ມຄອງໄປສະນີ, ໂທລະຄົມມະນາຄົມ, ຜູ້ປະກອບການ, ຜູ້ຄ້າຂາຍອອນລາຍ ແລະ ຜູ້ຊົມໃຊ້ທັງ ຫລາຍເຂົ້າໃຈຢ່າງເລິກເຊິ່ງເຖິງບົດບາດ ແລະ ຄວາມສຳຄັນຂອງວຽກງານໄປສະນີ ແລະ ວຽກງານໂທ ລະຄົມມະນາຄົມ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດເຮົາ. ພ້ອມກັນນັ້ນ, ກໍເພື່ອຊຸກຍູ້ສົ່ງເສີມ ການຄ້າເອເລັກໂຕຣນິກ, ທຸລະກິດ Start-Up, ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME), ການສຶກສາທາງໄກ, ການແພດທາງໄກ, ການຜະລິດອຸດສາຫະກຳໃນຍຸກດີຈິຕອນ ແລະ ການຖ່າຍທອດ ເຕັກໂນໂລຊີດີຈິຕອນ ທີ່ກ້າວໜ້າຂອງໂລກ ເຂົ້າມາປະເທດເຮົາເພື່ອປະ ກອບສ່ວນຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນາ ການຫັນເປັນດີຈິຕອນບົນ 3 ເສົາຄໍ້າຄື: ສ້າງການບໍລິຫານ ແລະ ການບໍລິການຂອງລັດ ແບບດີຈິຕອນ, ສ້າງເສດຖະກິດດີຈິຕອນ ແລະ ສ້າງສັງຄົມດີຈິຕອນໃຫ້ປາກົດຜົນເປັນຈິງໃນປະເທດເຮົາ.
ໃນໂອກາດອັນສະຫ່າງລາສີນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານ ຈົ່ງໄດ້ນຳໃຊ້ການບໍລິ ການໄປສະນີ ແລະ ໂທລະຄົມມະນາຄົມ ເປັນຕົ້ນແມ່ນນຳໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ ໃຫ້ມີຜົນປະໂຫຍດສູງສຸດ ຢູ່ໃນທຸກຂົງເຂດວຽກງານ ທັງພາກລັດ ແລະ ພາກເອກະຊົນ, ມີສະຕິລະວັງຕົວສູງ, ບໍ່ຫລົງເຊື່ອໃນການໂຄສະນາປັ່ນປ່ວນຕົວະຍົວະ ຫລອກລວງ ຂອງພວກກຸ່ມຄົນບໍ່ດີ, ເອົາໃຈໃສ່ຍົກສູງສະມັດຕະພາບ ການບໍລິການ ແລະ ຄຸນນະພາບຂອງ ຜະລິດຕະພັນ, ຫັນເປັນທັນສະໄໝດ້ວຍ ການນຳໃຊ້ເຕັກໂນໂລຊີດີຈິຕອນ ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີIX ແລະ ແຜນພັດທະນາ ເສດຖະກິດດີຈິຕອນແຫ່ງຊາດ5 ປີ (2021-2025) ໃຫ້ປະສົບຜົນສຳເລັດຢ່າງສະຫງ່າງາມ ເພື່ອສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງໜັກແໜ້ນ.
ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານຜູ້ນໍາພັກ-ລັດ, ບັນດາທ່ານອະດີດການນຳອະວຸໂສ, ພະນັກງານ, ທະຫານ, ຕຳຫລວດ, ບັນດາຜູ້ປະກອບການ, ນັກຮຽນຮູ້ປັນຍາຊົນ ຕະ ຫລອດເຖິງປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ອັນແສນຮັກຂອງພວກເຮົາ, ຊຸກຍູ້ສົ່ງເສີມການຄົ້ນຄວ້າ ພັດທະນາວຽກງານໄປສະນີ ແລະ ໂທລະຄົມມະ ນາຄົມຂອງປະເທດເຮົາໃຫ້ກ້າວໜ້າ, ຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຕາມທິດສີຂຽວ, ຍືນຍົງ, ເຮັດໃຫ້ປະຊາຊົນເຮົາມີຄວາມຜາສຸກ, ປະເທດຊາດຮັ່ງມີເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
KPL