ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ

18/03/2025 16:31
Email Print 370
ຂປລ ຂປລ. ເມື່ອບໍ່ດົນມານີ້, ພະແນກສະຫະພັນແມ່ຍິງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດພິທີສະ ເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ (08 ມີນາ 1910-08 ມີນາ 2025) ພາຍໃຕ້ຄຳຂວັນ" ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ"



ຂປລ. ເມື່ອບໍ່ດົນມານີ້, ພະແນກສະຫະພັນແມ່ຍິງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດພິທີສະ ເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ (08 ມີນາ 1910-08 ມີນາ 2025) ພາຍໃຕ້ຄຳຂວັນ" ສິດທິ
, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ" ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງ, 2 ກອງພັນ, ພະນັກງານ-ສະມາຊິກເອື້ອຍນ້ອງແມ່ຍິງ ທົ່ວໂຮງຮຽນເຂົ້າຮ່ວມ.




ໃນພິທີ ສະຫາຍ ພັນຕີ ນາງ ມະໄລສອນ ມຽງເຮືອງທອງ ຫົວໜ້າພະແນກສະຫະພັນແມ່ຍິງ ໄດ້ຫວນຄືນມູນເຊື້ອ ວັນທີ 8 ມີນາ ແມ່ນໄດ້ກຳເນີດເກີດຂຶ້ນ ໃນທ່າມກາງສະພາບເສດຖະກິດ ຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ ແຕ່ຊໍ້າພັດຍິ່ງເພີ່ມຄວາມທຸກຍາກລຳບາກ ໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະ ແມ່ນກຳມະກອນແມ່ຍິງ ຢູ່ໃຕ້ລະບອບສັກດີນາ ແລະ ນາຍທຶນ
, ແມ່ຍິງຖືກກົດ ຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫລາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານຖືກ, ແມ່ຍິງຖືກດູໝິ່ນປະໝາດ, ຖືກຢຽບຢໍ່າທຳລາຍ, ທຸບຕີທໍລະມານ, ຂົ່ມຂືນກະທຳສໍາເລົາ ແລະ ຖືກໄລ່ອອກວຽກ, ໃນເວລາຖືພາ ແລະ ອອກລູກ ຫລື ເວລາເຈັບເປັນບໍ່ໄດ້ຮັບການປິ່ນປົວ, ຖືແມ່ຍິງເປັນເຄື່ອງຫລິ້ນ ຫລື ເປັນສິນຄ້າ ເອົາລັດເອົາປຽບບໍ່ໃຫ້ແມ່ຍິງ ມີສິດສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ອື່ນໆ.




ຕໍ່ໜ້າສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ, ກຳມະກອນແມ່ຍິງໃນທົ່ວໂລກ ຈຶ່ງມີນໍ້າໃຈຄຽດແຄ້ນ ແລະ ສາມັກຄີຮ່ວມແຮງຮ່ວມໃຈກັນ ຕໍ່ສູ້ເພື່ອປົດປ່ອຍຕົນເອງ ແລະ ທ່ວງເອົາສິດສະເໝີພາບ ປະຊາທິປະໄຕ ຄືກັນກັບເພດຊາຍ ນັບແຕ່ວັນທີ 8 ມີນາ 1910 ເປັນຕົ້ນມາ
, ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍອອກໄປສູ່ ຫລາຍປະເທດນາຍທຶນ ເຮັດໃຫ້ແມ່ຍິງຢຸດງານ ອອກມາເດີນປະທ້ວງ ແລະ ກອງປະຊຸມສະມັດຊາສະຕຣີສາກົນ ກ່ຽວກັບແມ່ຍິງໄດ້ຈັດຂຶ້ນ ຢູ່ປະເທດໂກເປນຮາກ ນະຄອນຫລວງຂອງປະເທດ ເດນມາກ ເຊິ່ງມີຜູ້ແທນເຂົ້າຮ່ວມ 100 ກວ່າຄົນຈາກ 17 ປະເທດເຂົ້າຮ່ວມ. ກອງປະຊຸມດັ່ງກ່າວໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກໆປີເປັນວັນແມ່ຍິງສາກົນ.




ພ້ອມກັນນີ້, ສະຫາຍ ພັນຕີ ນາງ ມະໄລສອນ ມຽງເຮືອງທອງ ຍັງຍົກໃຫ້ເຫັນມູນເຊື້ອຂອງແມ່ຍິງລາວ ໃນເມືອກ່ອນທີມີຄວາມເກັ່ງກ້າສາມາດ, ຄ່ຽງບາຄ່ຽງໄຫລຕໍ່ສູ້ຮ່ວມກັບເພດຊາຍ ຕໍ່ສູ້ກັບຈັກກະພັກພວກ ລ່າເມືອງຂື້ນແບບເກົ່າ ແລະ ໃໝ່ ສາມາດຕໍ່ສູ້ຍາດໄດ້ໄຊຊະນະຢ່າງສົມບູນ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

    • ກົມສິລະປະວັດທະນະທໍາ  ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ກົມສິລະປະວັດທະນະທໍາ ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດ

      3/18/2025 5:51:03 PM

      ຂປລ. ປັດຈຸບັນ, ສິລະປະວັດທະນະທໍາ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ມີຄວາມພ້ອມ 100% ​ເພື່ອສະ​ແດງ​ໃນ​ໂອກາດສະເຫລີມສະຫລອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ.

ads
ads

Top