ອ່າງຫລວງ ສະຖານທີ່ທ່ອງທ່ຽວ ຕິດພັນທຳມະຊາດ ປະຊາຊົນມີສ່ວນຮ່ວມ

27/02/2025 17:10
Email Print 3085
ຂປລ ຂປລ. ສະຖານທ່ອງທ່ຽວອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທຳມະຊາດ ຂອງເມືອງວັງວຽງ ແຂວງຈັນ ທີ່ໄດ້ຮັບລາງວັນ ການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງ ຂອງ ສປປ ລາວ ເຊິ່ງສະຖານທີ່ດັ່ງກ່າວອ້ອມຮອບ ໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມ, ອາກາດເຢັນ ແລະ ມີອ່າງນໍ້າໃສ ທີ່ສາມາດແນມເຫັນ ຮອດຝູງປານ້ອຍ-ໃຫຍ່ ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນ ຄາຍເມື່ອໄດ້ເຂົ້າມາທ່ຽວຊົມ, ເໝາະແກ່ການມາພັກຜ່ອນ ແບບຄອບຄົວ, ຄູ່ຮັກ ຫລື ຈະມາກັບໝູ່ເພື່ອນ.



ຂປລ. ສະຖານທ່ອງທ່ຽວອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທຳມະຊາດ ຂອງເມືອງວັງວຽງ ແຂວງຈັນ ທີ່ໄດ້ຮັບລາງວັນ ການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງ ຂອງ ສປປ ລາວ ເຊິ່ງສະຖານທີ່ດັ່ງກ່າວອ້ອມຮອບ ໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມ
, ອາກາດເຢັນ ແລະ ມີອ່າງນໍ້າໃສ ທີ່ສາມາດແນມເຫັນ ຮອດຝູງປານ້ອຍ-ໃຫຍ່ ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນ ຄາຍເມື່ອໄດ້ເຂົ້າມາທ່ຽວຊົມ, ເໝາະແກ່ການມາພັກຜ່ອນ ແບບຄອບຄົວ, ຄູ່ຮັກ ຫລື ຈະມາກັບໝູ່ເພື່ອນ.




ທ່ານ ມອກ ສະຫວັນ ເຈົ້າຂອງແຫລ່ງທ່ອງທ່ຽວ ທໍາມະຊາດອ່າງຫລວງ ໄດ້ໃຫ້ຮູ້ວ່າ: ອ່າງຫລວງ ເປັນແຫລ່ງທ່ອງທ່ຽວທາງທໍາມະຊາດ ຕັ້ງຢູ່ບ້ານນາມ່ວງ ຫ່າງຈາກຕົວເມືອງວັງວຽງ ປະມານ
13 ກິໂລແມັດ, ບໍລິເວນອ່າງຫລວງ ມີທິວທັດທໍາມະຊາດທີ່ສວຍງາມ ອ້ອມຮອບໄປດ້ວຍພູຜາປ່າໄມ້, ມີອ່າງນໍ້າທີ່ໃສ ເຮັດໃຫ້ນັກທ່ອງທ່ຽວ ເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເຊິ່ງກິດຈະກໍາຍອດນິຍົມ ຂອງນັກທ່ອງທ່ຽວ ແມ່ນການໂດດນໍ້າ, ຂີ່ສະລິງ, ຍ່າງປ່າຊົມທໍາມະຊາດທີ່ສວຍງາມ, ການນັ່ງຕູບກິນອາຫານທີ່ແຊບຊ້ອຍ ແລະ ກິດຈະກໍາອື່ນໆ. ນອກຈາກນີ້, ສະຖານທີ່ທ່ອງທ່ຽວອ່າງຫລວງ ຍັງເປັນສະຖານທີ່ ທີ່ປະຊາຊົນມີສ່ວນຮ່ວມ ໃນການສ້າງກິດຈະກໍາ ໂດຍສະເພາະ ແມ່ນການຂາຍອາຫານພື້ນບ້ານ, ເຄື່ອງທີ່ລະນຶກ ເຊິ່ງໄດ້ສ້າງສີສັນ ແລະ ດຶງດູດຄວາມສົນໃຈ ຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຢ່າງຫລວງຫລາຍ.




ທ່ານ ມອກ ສະຫວັນ ຍັງໃຫ້ຮູ້ອີກວ່າ: ຕົນເອງໄດ້ມາພັດທະນາ ອ່າງຫລວງ ໃນປີ
2014  ໂດຍສະເພະ ແມ່ນຂະຫຍາຍປຸກສ້າງຮ້ານອາຫານໃໝ່, ປັບປຸງສະຖານທີ່ທ່ຽວຊົມຖໍ້າ ແລະ ການຍ່າງປ່າຕາມຈຸດຕ່າງໆ ແລະ ກິດຈະກໍາອື່ນໆ ໃຫ້ມີຄວາມຫລາກຫລາຍ, ສວຍງາມຂຶ້ນ ແລະ ຮັບປະກັນໄດ້ຄວາມປອດໄພ ຂອງນັກທ່ອງທ່ຽວ. ໃນຂະນະດຽວກັນ, ກໍໄດ້ເອົາໃຈໃສ່ໃນການຮັກສາສິ່ງແວດລ້ອມ ໄປຄຽງຄູ່ກັບການພັດທະນາ ໂດຍສິ່ງດັ່ງກ່າວ ກໍເປັນປັດໄຈເຮັດໃຫ້ສະຖານທີ່ທ່ອງທ່ຽວອ່າງຫລວງ ໄດ້ຮັບລາງວັນ ການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງ ຂອງ ສປປ ລາວ. ສ່ວນທິດທາງແຜນການໃນຕໍ່ໜ້າ ແມ່ນຈະສືບຕໍ່ພັດທະນາ ແຫລ່ງທ່ອງທ່ຽວ ທໍາມະຊາດອ່າງຫລວງ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ, ມາຮອດປັດຈຸບັນ ກຳລັງກໍ່ສ້າງສະຖານທີ່ ສະແດງສິລະປະພື້ນບ້ານ ເປັນອີກກິດຈະກຳໜຶ່ງ ຂອງແຫລ່ງທ່ອງທ່ຽວອ່າງຫລວງ. ທັງນີ້, ກໍເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມ ແລະ ເພີດເພີນໄປກັບງານສິລະປະ ຕື່ມອີກ.




ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    • ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນທ່ອງທ່ຽວ

      ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

      7/8/2025 2:26:32 PM

      ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ

ads
ads

Top