ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊ

17/02/2025 13:59
Email Print 400
ຂປລ ຂປລ. ກອງປະຊຸມປຶກສາຫາລື ຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ຜ່ານມາ ໂດຍມີ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສະເໜີ ຈຸນລະມະນີ ກໍາມະການ ສນຊ, ຜູ້ຮັບຜິດຊອບໂຄງການ ສິນເຊື່ອກາກບອນຂອງ ສນຊ, ມີບັນດາຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ-ປ່າໄມ້, ຜູ້ຕາງໜ້າບໍລິສັດ vnv



ຂປລ. ກອງປະຊຸມປຶກສາຫາລື ຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຈັດຂຶ້ນໃນວັນທີ
14 ກຸມພາ 2025 ຜ່ານມາ ໂດຍມີ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສະເໜີ ຈຸນລະມະນີ ກໍາມະການ ສນຊ, ຜູ້ຮັບຜິດຊອບໂຄງການ ສິນເຊື່ອກາກບອນຂອງ ສນຊ, ມີບັນດາຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ-ປ່າໄມ້, ຜູ້ຕາງໜ້າບໍລິສັດ vnv ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ ​ແລະ ໄດ້ປຶກສາຫລືວຽກງານ ທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ແລະ ສືບຕໍ່ວາງແຜນວຽກງານໂຄງການໃນຕໍ່ໜ້າ ເພື່ອເຮັດໃຫ້ໂຄງການ ສາມາດບັນລຸຕາມຈຸດປະສົງ ທີ່ໄດ້ວາງໄວ້.




ກອງປະຊຸມຄັ້ງນີ້່
, ເປັນການຜັນຂະຫຍາຍ ມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນ ຂອງພັກໃນໄລຍະໃໝ່ ແລະ ມະຕິ ເລກທີ 12/ຄປຈ.ສນຊ ວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ຂອງ ສນຊ ເຊິ່ງໄດ້ມີການຂົນຂວາຍ ການມີສ່ວນຮ່ວມ ຈາກພາກສ່ວນຕ່າງໆ ໂດຍສະເພາະ ແມ່ນໄດ້ເຊັນສັນຍາ ຮ່ວມມືກັບ ບໍລິສັດ value network ventures advisory services pte. Ltd. (vnv) ປີ 2022 ເພື່ອດໍາເນີນໂຄງການສິນເຊື່ອກາກບອນ ສໍາລັບພາກປະຊາ ຊົນ ຫລື ເອີ້ນວ່າໂຄງການເຮັດນາ ແບບປຽກສະຫລັບແຫ້ງ ທີ່ມີການແຕ່ງຕັ້ງຄະນະ ຮັບຜິດຊອບວຽກງານດັ່ງກ່າວ ຢູ່ຂັ້ນສູນກາງ-ທ້ອງຖິ່ນ ເພື່ອລົງເກັບກໍາຂໍ້ມູນເບື້ອງຕົ້ນ ຢູ່ 3 ແຂວງ ຄື: ແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງວຽງຈັນ.

ຂໍ້ມູນ-ພາບ: ວຽງຈັນໃໝ່

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top