ຂປລ
ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ບຸຍ ແທງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ທອງສະຫວັນ ພົມ ວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ບຸຍ ແທງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ທອງສະຫວັນ ພົມ ວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 12-14 ກຸມພາ 2025 ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສະຫາຍ ທອງສະຫວັນ ພົມວິຫານ ແລະ ສະຫາຍ ບຸຍ ແທງ ເຊີນ ໄດ້ມີຂຶ້ນໃນວັນທີ 14 ກຸມພາ 2025, ທີ່ກະຊວງການຕ່າງປະເທດ ຫວຽດນາມ ເພື່ອທົບທວນຄືນການພົວພັນຮ່ວມມື ລາວ-ຫວຽດນາມ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນການສະຫລຸບຕີລາຄາຄືນ ການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ແລະ ໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນ ໃນຫລາຍບັນຫາຮ່ວມກັນ ແລະ ກຳນົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະແມ່ນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລະຫວ່າງສອງລັດຖະບານ ລາວ-ຫວຽດນາມ ໃນເດືອນມັງກອນ 2025 ຜ່ານມາ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ; ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດຖະບານ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ; ສອງຝ່າຍ ຈະສືບຕໍ່ການຮັດແໜ້ນຄວາມສາມັກຄີ ຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ, ໄວ້ເນື້ອເຊື່ອໃຈກັນ, ສືບຕໍ່ການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ແຕ່ສູນກາງຮອດທ້ອງຖີ່ນ ຢ່າງເປັນປົກກະຕິ ໂດຍເນັ້ນໃສ່ທາງດ້ານປະສິດທິພາບຂອງການຢ້ຽມຢາມ ຫລາຍກວ່າດ້ານປະລິມານ; ເພີ່ມທະວິການແລກປ່ຽນ ທິດສະດີການເມືອງ, ຂໍ້ມູນຂ່າວສານ, ບົດຮຽນປະສົບການວຽກງານການກໍ່ ສ້າງພັກ, ລະບົບການເມືອງ, ການພັດທະນາ ເສດຖະກິດ-ສັງຄົມ, ເປີດກວ້າງການຮ່ວມມືພາຍນອກ ແລະ ການເຊື່ອມໂຍງສາກົນ ຢ່າງກວ້າງຂວາງ; ສອງຝ່າຍ ຈະເພີ່ມທະວີຊຸກຍູ້ວຽກງານໂຄສະນາ, ສຶກສາອົບຮົມກ່ຽວກັບປະຫວັດສາດ ແລະ ມູນເຊື້ອຄວາມເປັນມາແຫ່ງສາຍພົວພັນພິເສດ ລາວ-ຫວຽດນາມ ກໍຄື ບັນດາໝາກຜົນທີ່ສອງຝ່າຍຍາດມາໄດ້ ໃຫ້ປະຊາຊົນສອງຊາດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໂດຍສະເພາະ ຄົນຮຸ່ນໃໝ່ຂອງສອງຊາດ; ສືບຕໍ່ການຮ່ວມມືວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊຸກຍູ້ວຽກງານຕ້ານ-ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ແລະ ການຮັກສາຄວາມເປັນລະ ບຽບຮຽບຮ້ອຍຢູ່ບໍລິເວນຊາຍແດນ ລາວ-ຫວຽດນາມ, ເພີ່ມທະວີຮ່ວມມືແລກປ່ຽນດ້ານວັດທະນະທຳ ແລະ ທ່ອງທ່ຽວ. ພ້ອມນີ້, ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຮ່ວມມືດ້ານເສດຖະກິດ-ການຄ້າ ໃນໄລຍະຜ່ານມາ ເຊິ່ງໃນປີ 2024 ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ຫລາຍກວ່າ 2 ຕື້ໂດລາສະຫະລັດ. ໃນນັ້ນ, ສອງຝ່າຍຈະເພີ່ມທະວີຊຸກຍູ້ບັນດາກະຊວງ, ຂະແໜງການ ແລະ ທ້ອງ ຖິ່ນ ໃຫ້ມີການພົວພັນຮ່ວມມືກັນຫລາຍຂຶ້ນ ເພື່ອຊຸກດັນໃຫ້ການຄ້າສອງປະເທດ ສາມາດບັນລຸເປົ້າ ໝາຍ ມູນຄ່າ 5 ຕື້ໂດລາສະຫະລັດ ໃນຕໍ່ໜ້າ ໃຫ້ແທດເໝາະກັບ ການຕົກລົງເຫັນດີຂອງສອງກົມການ ເມືອງ ກໍຄື ຜົນກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ທີ່ຜ່ານມາ.

ສຳລັບການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ສອງຝ່າຍ ສະແດງຄວາມຊົມເຊີຍຕໍ່ການພົວພັນຮ່ວມມື ແລະ ການປະສານສົມທົບກັນຢ່າງ ສະໜິດແໜ້ນຂອງສອງກະຊວງ ຕະຫລອດໄລຍະຜ່ານມາ ໃນຖານະເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ນອກຈາກ ກົນໄກການພົບປະປະຈໍາປີ ຂອງກອງປະຊຸມ ປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ແລະ ຂັ້ນຮອງລັດຖະມົນຕີ ແລ້ວ, ສອງຝ່າຍ ຈະສືບຕໍ່ການແລກປ່ຽນ ຂໍ້ມູນຂ່າວສານນໍາກັນຂອງບັນດາກົມ ຢ່າງເປັນປົກກະຕິ, ລວມທັງ ບັນດາສະຖານທູດ ແລະ ຫ້ອງການຜູ້ຕາງໜ້າຂອງສອງປະເທດ ຢູ່ປະເທດທີ 3 ກໍໃຫ້ສືບຕໍ່ມູນເຊື້ອຮັກແພງ ແລະ ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ. ປັດຈຸບັນ, ສອງກະຊວງການຕ່າງປະເທດ ກຳລັງສືບຕໍ່ຈັດຕັ້ງ ປະຕິບັດຕາມຂໍ້ຕົກລົງການຮ່ວມມື ໄລຍະ 2021-2025 ແລະ ແຜນປະຕິບັດງານການທຸດເສດຖະກິດ ໄລຍະ 2020-2025(ຈະສິ້ນສຸດອາຍຸການໃນທ້າຍປີນີ້) ແລະ ຈະພິຈາລະນາສືບຕໍ່ລົງນາມກັນໃໝ່ ໃນໂອກາດ ກອງປະຊຸມປຶກສາຫາລື ດ້ານການເມືອງຂັ້ນລັັດຖະມົນຕີ ຄັ້ງທີ 12 ໃນທ້າຍປີ 2025 ນີ້. ພ້ອມນັ້ນ, ສອງຝ່າຍ ຈະຊຸກຍູ້ການພົບປະ ລະຫວ່າງຄະນະວິຊາການນຳກັນ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ ເປັນຕົ້ນ ວຽກງານການທູດເສດຖະກິດ, ວຽກຝຶກອົບຮົມກໍ່ສ້າງຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານ, ວຽກງານກົມກົງສຸນ, ວຽກງານການຂ່າວ, ວຽກງານຊາຍແດນ ແລະ ການພົບປະແລກປ່ຽນລະຫວ່າງ ຄະນະສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ລາວ-ຫວຽດນາມ; ສອງຝ່າຍ ຍັງໄດ້ແລກປ່ຽນຄຳເຫັນກ່ຽວກັບ ວຽກງານການປັບປຸງກົງຈັກ ການຈັດຕັ້ງລະບົບການເມືອງ ໃຫ້ມີປະສິດທິພາບສູງຂຶ້ນ ແລະ ສອດຄ່ອງກັບສະພາບ ຄວາມເປັນຈິງໃນປັດຈຸບັນ ເປັນຕົ້ນ ການຫລຸດຄວາມທັບຊ້ອນຂອງບັນດາໜ້າວຽກຂອງກະຊວງ, ຂະແໜງການ ແລະ ການປັບປຸງດ້ານບຸກຄະລາກອນ ຂອງອົງການຈັດຕັ້ງ ພັກ-ລັດ ໃນຕໍ່ໜ້າ. ພ້ອມນັ້ນ, ກໍຢືນຢັນຈະໃຫ້ການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.


ພາຍຫລັງສຳເລັດກອງປະຊຸມພົບປະ, ກໍໄດ້ມີພິທີປະດັບຫລຽນ ແລະ ມອບໃບຍ້ອງຍໍ ໃຫ້ແກ່ ກົມກອງລວມໝູ່ ແລະ ບຸກຄົນ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເພື່ອເປັນການຍ້ອງຍໍສັນລະເສີນ ການປະກອບສ່ວນສຳຄັນ ເຂົ້າໃນການສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ- ຫວຽດນາມ ປີ 2022 ທີ່ຜ່ານມາ ກໍຄື 2 ເຫດການທີ່ສຳຄັນ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ເຊິ່ງຕາງໜ້າ ພັກ-ລັດຖະບານ ແຫ່ງ ສປປ ລາວ ໃຫ້ກຽດປະດັບໃນຄັ້ງນີ້ ໂດຍ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໂດຍໄດ້ປະດັບຫລຽນໄຊອິດສະຫລະ ຊັ້ນ II ໃຫ້ ສະຫາຍ ບຸຍ ແທັງ ເຊິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຕ່າງປະເທດ ຫວຽດນາມ; ປະດັບຫລຽນໄຊອິດສະຫລະ ຊັ້ນ III ໃຫ້ 2 ສະຫາຍ ຮອງລັດຖະມົນຕີຕ່າງປະເທດ ຫວຽດນາມ; ປະດັບຫລຽນໄຊແຮງງານ ຊັ້ນ I ໃຫ້ແກ່ 1 ກົມກອງ; ປະດັບຫລຽນໄຊແຮງງານ ຊັ້ນ II ໃຫ້ແກ່ 1 ກົມກອງ ແລະ 1 ສະຫາຍ; ປະດັບຫລຽນໄຊແຮງງານຊັ້ນ III ໃຫ້ແກ່ 1 ສະຫາຍ ແລະ 6 ກົມກອງ ແລະ ມອບໃບຍ້ອງຍໍຂັ້ນລັດຖະບານ ໃຫ້ແກ່ 13 ສະຫາຍ.

ໃນວັນດຽວກັນ, ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ກໍໄດ້ໄປວາງພວງມາລາ ແລະ ເຂົ້າຢ້ຽມຂ່ຳນັບ ສຸສານ ປະທານ ໂຮ່ຈີ່ມິງ ຕື່ມອີກ.
ຂ່າວ-ພາບ: ກຕທ
KPL