ຂປລ
ທ່ານ ໂດນັນທຣຳ, ປະທານາທິບໍດີ ສ.ອາເມລິກາ ລົງນາມໃນຄຳສັ່ງຝ່າຍບໍລິຫານ ໃຫ້ມີການກໍ່ຕັ້ງ ສະພາປົກຄອງພະລັງງານແຫ່ງຊາດ ເພື່ອໃຫ້ສ.ອາເມລິກາ ກ້າວຂຶ້ນສູ່ ການເປັນຜູ້ນໍາດ້ານພະລັງງານໂລກ
ຂປລ.ສຳນັກນັກຂ່າວຕ່າງປະເທດ ລາຍງານຈາກ ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ ເມື່ອບໍ່ດົນມານີ້ວ່າ: ທ່ານ ໂດນັນທຣຳ, ປະທານາທິບໍດີ ສ.ອາເມລິກາ ລົງນາມໃນຄຳສັ່ງຝ່າຍບໍລິຫານ ໃຫ້ມີການກໍ່ຕັ້ງ ສະພາປົກຄອງພະລັງງານແຫ່ງຊາດ ເພື່ອໃຫ້ສ.ອາເມລິກາ ກ້າວຂຶ້ນສູ່ ການເປັນຜູ້ນໍາດ້ານພະລັງງານໂລກ ໃນລະດັບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ເນື່ອງຈາກສ.ອາເມລິກາ ຈະເພີ່ມການຜະລິດ ພະລັງງານອີກຢ່າງໜ້ອຍ ສອງເທົ່າໃນປັດຈຸບັນ ເພື່ອຮອງຮັບ ການພັດທະນາອຸດສາຫະກຳ ປັນຍາປະດິດ (ເອໄອ) ຂອງປະເທດ.
ຂະນະທີ່ ທ່ານ ດັກ ເບີຣກຳ ລັດຖະມົນຕີປ້ອງກັນປະເທດ ສ.ອາເມລິກາ ຊຶ່ງເປັນຜູ້ ຄວມຄຸມ ເບິ່ງແຍງໜ່ວຍງານແຫ່ງນີ້ວ່າ: ສ.ອາເມລິກາ ພວມແຂ່ງຂັນ ຊຸກຍູ້ການພັດທະນາ ເອໄອກັບສປຈີນ ແລະ ທາງສຳຄັນທີ່ຈະເອົາຊະນະອີກຝ່າຍໄດ້ ຄືການເພີ່ມກຳລັງການຜະລິດໄຟຟ້າ.
ຊຶ່ງໜ່ວຍງານແຫ່ງດັ່ງກ່າວ ຈະເຮັດໜ້າທີ່ເປັນຜູ້ປະສານງານດ້ານນະໂຍບາຍພະລັງງານລະຫວ່າງ ໜ່ວຍງານຂອງລັດຖະບານກາງ, ພ້ອມທັງຍົກລະດັບຂະບວນການ ຜະລິດ, ການແຈກຢາຍຊັບພະຍາກອນ ແລະ ການອະນຸຍາດທີ່ກ່ຽວຂ້ອງກັບຊັບພະຍາກອນ ພະລັງງານ ໃຫ້ມີປະສິດທິພາບຫລາຍຂຶ້ນ.
ນອກຈາກນີ້ ເປົ້າໝາຍສຳຄັນຂອງການກໍ່ຕັ້ງສະພາການປົກຄອງພະລັງງານແຫ່ງຊາດຄື ເພື່ອຮັບມືກັບຕົ້ນທຶນດ້ານພະລັງງານທີ່ຈະສູງຂຶ້ນ ເນື່ອງຈາກມາດຕະການກຳແພງພາສີຂອງທ່ານ ໂດນັນທຣຳ ເພາະການພັດທະນາເອໄອ ເປັນອຸດສາຫະກຳ ທີ່ຕ້ອງໃຊ້ກະແສໄຟຟ້າສູງຂຶ້ນຫລາຍ./.
KPL