ຍີ່ປຸ່ນ ປ່ອຍເຂົ້າອອກຈາກສາງສຳຮອງຄັ້ງທຳອິດຈຳນວນ 210.000 ໂຕນ

17/02/2025 12:13
Email Print 183
ຂປລ ທ່ານ ທາຄຸ ເອໂຕະ, ລັດຖະມົນຕີ ກະສິກຳ ຍີ່ປຸ່ນ ກ່າວວ່າ: ຄະນະລັດຖະມົນຕີ ຍີ່ປຸ່ນ ຕົກລົງເຫັນດີ ໃຫ້ປ່ອຍເຂົ້າອອກຈາກສາງສຳຮອງ 210.000 ໂຕນ ຈາກທັງໝົດ ທີ່ມີຢູ່ປະມານ 1 ລ້ານໂຕນ

ຂປລ.ສຳນັກ​ຂ່າວ​ຕ່າງປະ​ເທດ ລາຍ​ງານ​ຈາກ​ ນະຄອນຫລວງ ​ໂຕ​ກຽວ​ປະ​ເທດ ຍີ່ປຸ່ນ ​ເມື່ອບໍ່​ດົນ​ມາ​ນີ້​ວ່າ:​ ທ່ານ ທາ​ຄຸ ​ເອ​ໂຕະ, ລັດຖະມົນຕີ ກະສິກຳ ຍີ່ປຸ່ນ ກ່າວ​ວ່າ: ​ຄະນະ​ລັດຖະມົນຕີ ຍີ່ປຸ່ນ ຕົກລົງ​ເຫັນ​ດີ ​ໃຫ້​ປ່ອຍ​ເຂົ້າ​ອອກ​ຈາກ​ສາງ​ສຳຮອງ 210.000 ​ໂຕນ ຈາກ​ທັງ​ໝົດ ​ທີ່​ມີ​ຢູ່​ປະມານ 1 ລ້ານ​ໂຕນ ​ເພື່ອ​ຫລຸດຜ່ອນ ​ຄວາມ​ອຶດ​ຫີ​ວ ຂອງ​ປະຊາຊົນ  ຈາກ​ວິ​ກິດ​ການ​ຄ່າ​ຄອງ​ຊີບ ​ແລະ ສະພາບ​ອາກາດ​ຮ້ອນ ​ໃນ​ໄລຍະ​ບໍ່​ເທົ່າ​​ໃດ ປີຜ່ານມາ ຊຶ່ງ​ສົ່ງ​ຜົນ​ກະທົບ​ ຢ່າງ​ໜັກ​ຕໍ່​ການ​ປູກ​ເຂົ້າ ​ແລະ ​ເຮັດ​ໃຫ້​ຜົນ​ຜະລິດ​ ຫລຸດ​ລົງ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ ຊຶ່ງ​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ ​ໃນ​ຍີ່ປຸ່ນ ​ເປັນ​ໄປ​ຕາມ​ມະຕິ​ ຂອງ​ຄະນະ​ລັດຖະມົນຕີ ​ເມື່ອ​ຕົ້ນ​ເດືອນ​ກຸມພາ ​ໄດ້​ປັບ​ປ່ຽນ​ນະ​ໂຍບາຍ ​ການ​ດຳ​ເນີນ​ການ ກັບ​ເຂົ້າ​ໃນ​ສາງ​ສຳຮອງ ຈາກ​ເດີມ​ທີ່​ສາມາດ​ ລະບາຍ​​ເຂົ້າ​ອອກ​ໄດ້​ສະ​ເພາະ ​ໃນ​ຍາມ​ເກີດ​ໄພພິບັດ ​ທາງ​ທຳ​ມະ​ຊາດ ຫລື ວິ​ກິດ​ການ​ທາງ​ກະສິກຳ ​ແລະ ​ເກີດ​ວິ​ກິດ ​ການ​ທາງ​ເສດຖະກິດ ​ເທົ່າ​ນັ້ນ./.

KPL

ຂ່າວອື່ນໆ

ads
ads

Top