ເກີດເຫດລົດໂດຍສານ ໃນກົວເຕມາລາ ເສຍຫລັກຕົກລົງແມ່ນໍ້າ ເສຍຊີວິດເກືອບ 60 ຄົນ

11/02/2025 20:55
Email Print 262
ຂປລ ກະຊວງ ປ້ອງກັນປະເທດ ກົວເຕມາລາ ອອກຖະແຫລງການ ວ່າ: ເກີດອຸບັດເຫດ ລົດໂດຍສານຄັນໜຶ່ງ ເສຍຫລັກ ແລ່ນຕໍ່າຮົ້ວກັ້ນ ຂອງ ຖະໜົນສາຍໜຶ່ງ ໃນນະຄອນຫລວງ ກົວເຕມາລາ ແລ້ວຕົກລົງຈາກ ລະດັບຄວາມສູງ 20 ແມັດ ລົງໄປໃນແມ່ນໍ້າ.

      ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ກົວ​​ເຕມາລາ ​ປະ​ເທດ ກົວ​ເຕມາລາ ເມື່ອ​ວັນທີ 11 ກຸມພາ​,  ກະຊວງ​ ປ້ອງ​ກັນ​ປະ​ເທດ ກົວ​ເຕມາລາ ອອກ​ຖະ​ແຫລ​ງການ ວ່າ: ​ເກີດ​ອຸບັດ​ເຫດ​ ລົດ​ໂດຍສານ​ຄັນ​ໜຶ່ງ​ເສຍ​ຫລັກ​ ແລ່ນ​ຕໍ່າ​ຮົ້ວ​ກັ້ນ ຂອງ​ ຖະໜົນ​ສາຍ​ໜຶ່ງ ​ໃນ​ນະຄອນຫລວງ ກົວ​ເຕມາລາ ​ແລ້ວ​ຕົກລົງ​ຈາກ​ ລະດັບ​ຄວາມ​ສູງ 20 ​ແມັດ ລົງ​ໄປ​ໃນ​ແມ່​ນໍ້າ.  ​ແມ່​ນໍ້າ​ດັ່ງກ່າວ ເປັນ​​ແຫ​ລ່ງ ນໍ້າ​ເປື້ອນ ເຮັດ​ໃຫ້​ ເຈົ້າ​ໜ້າ​ທີ່ ພົບຄວາມຫຍູ້ງຍາກ ​ໃນ​ການ​ ຊ່ວຍ​ເຫລືອ​ ຜູ້​ປະສົບ​ໄພ. ປັດຈຸບັນ, ມີ​ຜູ້​ເສຍ​ຊີວິດ 55 ຄົນ. ສ່ວນ​ສາ​ເຫດ​ຕົ້ນຕໍ ພວມ​ຢູ່​ໃນລະຫວ່າງ ການ​ສືບສວນ ​ສອບ​ສວນ​ ຂອງ ​ເຈົ້າ​ໜ້າ​ທີ່ ກ່ຽວຂ້ອງ. ນອກນັ້ນ, ທ່ານ ​ແບຣນນາ​ໂດ ອາ​ເຣວາ​ໂລ ປະທານາທິບໍດີ ກົວ​ເຕມາລາ ປະກາດ​ໄຫວ້ ​ອາ​ໄລ ທົ່ວ​ປະ​ເທດ ​ເປັນ​ເວລາ 3 ວັນ./

KPL

ຂ່າວອື່ນໆ

ads
ads

Top