ຂປລ
ເກີດອຸບັດເຫດ ລົດໄຟ ຄວາມໄວສູງ ຕໍາກັນ ທີ່ເກີດຂຶ້ນ ຢູ່ນະຄອນໂຕເລດໍ ເທດສະບານ ເຂດປົກຄອງຕົນເອງເຮັດ ໃຫ້ມີຜູ້ເສຍຊີວິດ 68 ຄົນ ແລະ ບາດເຈັບອີກ 50 ກວ່າຄົນ. ຄາດວ່າ ຈໍານວນຜູ້ເສຍຊີວິດ ອາດຈະ ເພີ່ມຂຶ້ນຕື່ມອີກ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ແຫລ່ງຂ່າວ ຈາກເຂດປົກຄອງຕົນເອງ ຄັສຕິເລ-ລາມານຊາ ຂອງແອັດສະປາຍ ແຈ້ງໃຫ້ຮູ້ ໃນວັນທີ 28 ຕຸລານີ້ວ່າ: ເກີດອຸບັດເຫດ ລົດໄຟ ຄວາມໄວສູງ ຕໍາກັນ ທີ່ເກີດຂຶ້ນ ຢູ່ນະຄອນໂຕເລດໍ ເທດສະບານ ເຂດປົກຄອງຕົນເອງ ເຮັດໃຫ້ມີຜູ້ເສຍຊີວິດ 68 ຄົນ ແລະ ບາດເຈັບອີກ 50 ກວ່າຄົນ. ຄາດວ່າ ຈໍານວນຜູ້ເສຍຊີວິດ ອາດຈະເພີ່ມຂຶ້ນຕື່ມອີກ. ທ່ານ ເພໂຕຣ ຊານເຊສ ນາຍົກລັດຖະມົນຕີແອັດສະປາຍ ປະກາດວ່າ: ຈະຈັດພິທີໄວ້ອາໄລ ຕໍ່ຜູ້ເສຍຊີວິດ ຈາກອຸບັດເຫດຄັ້ງນີ້ ໃນທົ່ວປະເທດ ເປັນເວລາ 3 ວັນນັບ ແຕ່ວັນທີ 29 ຕຸລານີ້ ເປັນຕົ້ນໄປ. ທ່ານ ໂອສຄາ ພຸເອນເຕ ລັດຖະມົນຕີ ກະຊວງຄົມມະນາຄົມ ແອັດສະປາຍ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ເພື່ອຊີ້ແຈງກ່ຽວກັບ ສາເຫດການ ເກີດອຸບັດເຫດຄັ້ງນີ້ວ່າ ບັນຫາຕິດຂັດ ດ້ານການສື່ສານ ທາງຄອມພິວເຕີ ແລະ ຄວາມຜິດພາດດ້ານການບັນຊາ ທີ່ເກີດຂຶ້ນນໍາຫລັງ ເປັນສາເຫດ ເຮັດໃຫ້ເກີດອຸບັດເຫດຄັ້ງນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL