ອຸດສາຫະກຳສ້າງກຳປັ່ນຂອງ ສປ ຈີນ ພັດທະນາຢ່າງວ່ອງໄວ

29/10/2026 15:39
ຂປລ ອຸດ​ສາ​ຫະ​ກຳ​​ສ້າງ​ກຳ​ປັ່ນ​ຂອງ ສປ ​ຈີນ ​ສືບ​ຕໍ່​ຮັກ​ສາ​ທ່າ​ອຽງ​ ການ​ພັດ​ທະ​ນາ​ ຢ່າງວ່ອງ​ໄວ. ປັດ​ຈຸ​ບັນ, ​ໂຮງ​ງານ​ສ້າງ​ກຳ​ປັ່ນ​ຂອງ​ ສປ ຈີນ​ ໄດ້​ຮັບການ​ສັ່ງ​ຈອງ​ ມີ​ເຖິງ 399 ລ້ານ DWT (ບັນ​ຈຸ​ນ້ຳ​ໜັກ​ໄດ້ 399 ລ້ານໂຕນ) ເຊິ່ງ​ເປັນ​ປະ​ລິ​ມານ ​ວຽກ​ງານ​ໃນ 4 ປີ​ຂ້າງ​ໜ້າ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 28 ຕຸ​ລາ​ນີ້, ທ່ານ ຫລີຢ້ຽນ​ຊີ້ງ ຮອງ​ປະ​ທານ​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ກຳ​ປັ່ນຈີນ ໄດ້ກ່າວ​ວ່າ: ອຸດ​ສາ​ຫະ​ກຳ​​ສ້າງ​ກຳ​ປັ່ນ​ຂອງ ສປ ​ຈີນ ​ສືບ​ຕໍ່​ຮັກ​ສາ​ທ່າ​ອຽງ​ ການ​ພັດ​ທະ​ນາ​ ຢ່າງວ່ອງ​ໄວ. ປັດ​ຈຸ​ບັນ, ​ໂຮງ​ງານ​ສ້າງ​ກຳ​ປັ່ນ​ຂອງ​ ສປ ຈີນ​ ໄດ້​ຮັບການ​ສັ່ງ​ຈອງ​ ມີ​ເຖິງ 399 ລ້ານ DWT (ບັນ​ຈຸ​ນ້ຳ​ໜັກ​ໄດ້  399 ລ້ານໂຕນ) ເຊິ່ງ​ເປັນ​ປະ​ລິ​ມານ ​ວຽກ​ງານ​ໃນ 4 ປີ​ຂ້າງ​ໜ້າ ແລະ ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ​ຂອງ​ອຸດ​ສາ​ຫະ​ກຳ​​ກຳປັ່ນ ແລະ ​ອຸດ​ສາ​ຫະ​ກຳ​ທາງທະ​ເລ. ທ່ານ ຫລີ​ຢ້​ຽນ​ຊີ້ງ​ ກ່າວ​ວ່າ: ໃນ​ລະ​ຫວ່າງ ​ເດືອນ​ມັງ​ກອນ​ ຫາ​ເດືອນ​ກັນ​ຍາ​ປີ​ນີ້, ໂຮງ​ງານ​ສ້າງ​ກຳ​ປັ່ນ​ຂອງ​ ສປ ຈີນ ​ໄດ້​ຮັບ​ໃບ​ສັ່ງ​ຈອງ​ກຳ​ປັ່ນ​ໃໝ່​ເຖິງ 175 ລ້ານ DWT (ບັນ​ຈຸ​ນ້ຳ​ໜັກ​ໄດ້ 175 ລ້ານ​ໂຕນ), ເພີ່ມ​ຂຶ້ນ 163.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ກວມ​ເອົາ 81.8% ຂອງ​ການ​ຊື້​-ຂາຍ​ທົ່ວ​ໂລກ, ພຽງ​ແຕ່​ການ​ຊື້​ຂາຍ​ໃນ 6 ເດືອນ​ຕົ້ນ​ປີ​ນີ້ ​ກໍ​ເກີນ ​ຈຳ​ນວນ​ທັງ​ໝົດ ​ຂ​ອງ​ປີ​ກາຍ ເຊິ່​ງ​ເປັນ​ການ​ພິ​ສູດ​ ຕໍ່​ໂລກ​ອີກ​ຄັ້ງ ​ກ່ຽວ​ກັບ​ ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ ​ສັງ​ລວມ​ຂອງ​ໂຮງ​ງານ​ສ້າງ​ກຳ​ປັ່ນ​ຂອງ ສປ ​ຈີນ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ຂອງ​ສາ​ກົນ​ທີ່​ມີ​ຕໍ່ ສປ ​ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top