ຂປລ
ອົງການວັດຖຸບູຮານແຫ່ງຊາດຈີນ ໄດ້ຮັບວັດຖຸບູຮານ ທີ່ຕົກຄ້າງຢູ່ ອົດສະຕຣາລີ 2 ລາຍການ ທີ່ສົ່ງມອບໂດຍ ຫໍວິຈິດສິນແຫ່ງຊາດ ອົດສະຕຣາລີ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 28 ຕຸລານີ້ ຢູ່ນະຄອນຫລວງຄຳແບລາ ຂອງອົດສະຕຣາລີ, ອົງການວັດຖຸບູຮານແຫ່ງຊາດຈີນ ໄດ້ຮັບວັດຖຸບູຮານ ທີ່ຕົກຄ້າງຢູ່ ອົດສະຕຣາລີ 2 ລາຍການ ທີ່ສົ່ງມອບໂດຍ ຫໍວິຈິດສິນແຫ່ງຊາດ ອົດສະຕຣາລີ.ໂອກາດດັ່ງກ່າວ, ຜູ້ຕາງໜ້າຝ່າຍ ສປ ຈີນ ກ່າວວ່າ: ການຊຸກຍູ້ການສົ່ງຄືນ ວັດຖຸບູຮານ ທີ່ຕົກຄ້າງຢູ່ຕ່າງປະເທດ ໃຫ້ແກ່ ປະເທດເຈົ້າຂອງ ເປັນການ ກະທໍາ ທີ່ເປັນທໍາ ແຫ່ງການປົກປັກຮັກສາ ຄວາມປອດໄພດ້ານວັດຖຸບູຮານ ຂອງປະເທດຕ່າງໆ, ເຄົາລົບສິດຜົນປະໂຫຍດ ດ້ານວັດທະນະທໍາ ແລະ ອາລົມຈິດ ຂອງຊົນເຜົ່າ ກໍຄື ການປົກປ້ອງໝາກຜົນ ດ້ານອະລິຍະທໍາ ຂອງມວນມະນຸດ. ການຮ່ວມມືຄັ້ງນີ້ ເປັນໝາກຜົນສໍາຄັນ ແຫ່ງການຈັດຕັ້ງປະຕິບັດ ສົນທິສັນສາ ສາກົນ ແລະ ປົກປັກຮັກສາມໍລະດົກ ວັດທະນະທໍາ ຮ່ວມກັນ ລະຫວ່າງ ສປ ຈີນ-ອົດສະຕຣາລີ ເຊິ່ງຈະຊຸກຍູ້ການແລກປ່ຽນດ້ານວັດທະນະທໍາ ແລະ ການເຊື່ອມຄວາມສໍາພັນໄມຕີ ລະຫວ່າງ ສປ ຈີນ-ອົດສະຕຣາລີ ຕື່ມອີກ. ຜູ້ຕາງໜ້າຝ່າຍ ອົດສະຕຣາລີ ໄດ້ກ່າວວ່າ: ການສົ່ງຄືນ ວັດຖຸບູຮານຄັ້ງນີ້ ຈະມີຜົນດີ ຕໍ່ການລົງເລິກ ສາຍພົວພັນ ມິດຕະພາບ ລະຫວ່າງ ອົດສະຕຣາລີ- ສປ ຈີນ ແລະ ຊຸກຍູ້ໃຫ້ສອງຝ່າຍ ດໍາເນີນການຮ່ວມມື ໃນຂົງເຂດປົກປັກຮັກສາ ມໍລະດົກວັດ ທະນະ ທໍາ ຢ່າງຕໍ່ເນື່ອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL