ກອງປະຊຸມລັດຖະມົນຕີ ກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ຄັ້ງທີ 20

29/10/2026 15:47
ຂປລ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ (ADMM) ຄັ້ງ​ທີ 20 ໄດ້​ດຳ​ເນີນ​ພາຍ​ໃຕ້​ ການ​ເປັນ​ປະ​ທານ​ຂອງທ່ານ ກິລເບີໂຕ ເຕໂອໂດໂຣ ​ (Gilberto Teodoro) ລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟີ​ລິບ​ປິນ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 28 ຕຸ​ລາ, ຢູ່ ເຊບູ(Cebu) ຂອງ ຟີ​ລິບ​ປິນ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ (ADMM) ຄັ້ງ​ທີ 20ໄດ້​ດຳ​ເນີນ​ພາຍ​ໃຕ້​ ການ​ເປັນ​ປະ​ທານ​ຂອງທ່ານ ກິລເບີໂຕ ເຕໂອໂດໂຣ ​ (Gilberto Teodoro) ລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟີ​ລິບ​ປິນ. ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ນຳໂດຍ​ ທ່ານ ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ແລະ ບັນດາປະເທດສະມາຊິກ ເຂົ້າຮ່ວມ.ໃນໂອກາດນີ້ ທ່ານ ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ ສສ ຫວຽດ​ນາມ ສະໜັບ​ສະ​ໜູນ ຢູ່​ລະ​ດັບ​ສູງ​ສຸດ ​ເພື່ອ​ໃຫ້ ຟີ​ລິບ​ປິນ ປະ​ຕິ​ບັດ​ສຳ​ເລັດ ​ບົດ​ບາດ​ໜ້າ​ທີ່ ​ປະ​ທານ ອາ​ຊຽນ 2026; ສືບ​ຕໍ່​ປັບ​ປຸງ​ນ້ຳ​ໃຈ ​ສາ​ມັກ​ຄີ, ກຳ​ລັງ​ແຮງ​ຂອງ ອາ​ຊຽນ ເພື່ອ​ຮັບ​ມືກັບ ​ບັນ​ດາ​ສິ່ງ​ທ້າ​ທາຍ ​ຄວາມ​ໝັ້ນ​ຄົງ​ ຢ່າງ​ໄຫວ​ພິບ ແລະ ເປັນ​ເຈົ້າ​ການ​ ທີ່​ໄດ້​ວາງ​ອອກ​ຢູ່​ພາກ​ພື້ນ, ເພື່ອ​ພາກ​ພື້ນ​ ແຫ່ງ​ສັນ​ຕິ​ພາບ, ມີ​ຄວາມ​ໝັ້ນ​ຄົງ ແລະ ສ້າງ​ຄວາມ​ເຂັ້​ມ​ແຂງ​ດ້ວຍ​ຕົນ​ເອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top