ສີລັງກາ ເລັ່ງປູກໝາກພ້າວ ຈຳນວນ 2,5 ລ້ານຕົ້ນ ໃນປີນີ້

11/02/2025 20:55
Email Print 288
ຂປລ ຄະນະ ກຳມະການ ສົ່ງເສີມ ການປູກໝາກພ້າວ ຂອງ ສີລັງກາ ໄດ້ກຳນົດ ເປົ້າໝາຍ ໃນການ ປູກຕົ້ນ ໝາກພ້າວ ຈຳນວນ 2,5 ລ້ານຕົ້ນໃນປີ 2025.

ຂປລ. ສຳນັກ​ຂ່າວ ​ຊິນ​ຮວາ ​ຂອງ ສປຈີນ, ວັນທີ 10 ກຸມພາ,  ຄະນະ​ ກຳມະການ ສົ່ງ​ເສີມ​ ການ​ປູກ​ໝາກພ້າວ ​ຂອງ​ ສີ​ລັງກາ ໄດ້ກຳນົດ​ ເປົ້າ​ໝາຍ ໃນການ ປູກ​ຕົ້ນ​ ໝາກພ້າວ ​ຈຳນວນ  2,5 ລ້ານ​ຕົ້ນ​ໃນ​ປີ 2025.

 ທ່ານ ຊູ​ນິມັລ ຊາຍາ​ກໍ​ດີ ປະທານ​ ຄະນະ​ກຳມະການ ລະບຸ​ວ່າ: ຈະ​ມີ​ການ ປັບ​ໂຄງ​ສ້າງ​ ສະມາຄົມ ​ຜູ້​ປູກ​ໝາກພ້າວ​ ລະດັບ​ ພາກ​ພື້ນ ນັບ​ແຕ່​ ວັນ​ທີ 17 ກຸມພາ ​ເປັນ​ຕົ້ນ​ໄປ ​ເພື່ອ​ວາງ​ ຮາກ​ຖານ ​ສຳລັບ ​ການຂະຫຍາຍເບ້ຍ ​ປູກ. ທ່ານ ຊູ​ນິມັລ ຊາຍາ​ກໍ​ດີ ກ່າວວ່າ ຕົ້ນ​ໝາກພ້າວ ຈຳນວນ 1 ລ້ານ​ຕົ້ນ ​ຈາກ​ ທັງ​ໝົດ 2,5 ລ້ານ​ຕົ້ນ ຈະ​ປູກ​ໃນ​ພື້ນ​ທີ່ 3 ຫລ່ຽມ​ ທາງພາກ​ເໜືອ (Northern Coconut Triangle) ເປັນ​ພື້ນ​ທີ່ ປູກ​ໝາກພ້າວ ​ແຫ່ງ​ສຳຄັນ ຂອງ​ສີ​ລັງກາ. ຕາມຕົວເລກ ສະຖິຕິທາງການ ເປີດເຜີຍວ່າ: ສີ​ລັງກາ ​ເຄີຍ​ຜະລິດ​ ໝາກພ້າວ 3 ພັນ​ລ້ານ​ໜ່ວຍ​ຕໍ່​ປີ , ​ແຕ່​ປັດຈຸບັນ, ຜົນ​ຜະລິດ ດັ່ງກ່າວ ໄດ້​ຫລຸດ​ລົງ ​ເຫລືອ 2,85 ພັນ​ລ້ານ​ໜ່ວຍ​ຕໍ່​ປີ ​ໃນ​ຊຸມ​ປີ ຜ່ານມາ./

 

KPL

ຂ່າວອື່ນໆ

ads
ads

Top