ຝຶກອົບຮົມວຽກບໍລິຫານຄວາມສ່ຽງໃນການ ປະຕິບັດລະບຽບການ ດ້ານສ່ວຍສາອາກອນ

21/01/2025 21:14
Email Print 509
ຂປລ ຂປລ. ກົມສ່ວຍສາອາກອນ ສປປ ລາວ ຮ່ວມກັບ ທະນາຄານໂລກ WB ເປີດຊຸດອົບຮົມ ໃນຫົວຂໍ້: ການບໍລິຫານຄວາມສ່ຽງ ໃນການປະຕິບັດລະບຽບ ການດ້ານສ່ວຍສາອາກອນ ໃນລະຫວ່າງວັນທີ 20-22 ມັງກອນ 2025 ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພັນທຸລັກ ຮອງຫົວໜ້າກົມສ່ວຍສາອາກອນ, ມີຊ່ຽວຊານອາວຸໂສ ດ້ານການບໍລິຫານພາກລັດປະຈຳທະນາຄານໂລກ (WB), ທີ່ປຶກສາຈາກທະນາຄານໂລກ, ບັນດາຫົວໜ້າ, ຮອງຫົວໜ້າພະແນກ ແລະ ວິຊາການ ຈາກບັນດາພະແນກອ້ອມຂ້າງກົມສ່ວຍສາອາກອນ, ຕາງໜ້າຈາກສ່ວຍສາອາກອນປະຈຳແຂວງ ແລະ ນະຄອນຫລວງວຽງຈັນ ​ເຂົ້າ​ຮ່ວມ



ຂປລ. ກົມສ່ວຍສາອາກອນ ສປປ ລາວ ຮ່ວມກັບ ທະນາຄານໂລກ
WB ເປີດຊຸດອົບຮົມ ໃນຫົວຂໍ້: ການບໍລິຫານຄວາມສ່ຽງ ໃນການປະຕິບັດລະບຽບ ການດ້ານສ່ວຍສາອາກອນ ໃນລະຫວ່າງວັນທີ 20-22 ມັງກອນ 2025 ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພັນທຸລັກ ຮອງຫົວໜ້າກົມສ່ວຍສາອາກອນ, ມີຊ່ຽວຊານອາວຸໂສ ດ້ານການບໍລິຫານພາກລັດປະຈຳທະນາຄານໂລກ (WB), ທີ່ປຶກສາຈາກທະນາຄານໂລກ, ບັນດາຫົວໜ້າ, ຮອງຫົວໜ້າພະແນກ ແລະ ວິຊາການ ຈາກບັນດາພະແນກອ້ອມຂ້າງກົມສ່ວຍສາອາກອນ, ຕາງໜ້າຈາກສ່ວຍສາອາກອນປະຈຳແຂວງ ແລະ ນະຄອນຫລວງວຽງຈັນ ​ເຂົ້າ​ຮ່ວມ ​ແບບ​ເຊິ່ງໜ້າ ​ແລະ ​ແບບ​ອອນ​ລາຍ.




ທ່ານ ຄໍາພັນ ພັນທຸລັກ ​ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມໃນຄັ້ງນີ້, ຈັດຂຶ້ນພາຍໃຕ້ ໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ
3. ​ໃນ​ນັ້ນ, ກົມສ່ວຍສາອາກອນ ແມ່ນນອນໃນແຜນງານທີ 2 ກໍຄື ການປັບປຸງການຄຸ້ມຄອງລາຍຮັບ ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບເອີຣົບ, ທະນາ ຄານໂລກ ແລະ ລັດຖະບານ ອົດສະຕຣາລີ. ການຝຶກອົບຮົມຄັ້ງນີ້, ຈະຊ່ວຍໃນການເພີ່ມການປະຕິບັດ ຕາມກົດໝາຍສ່ວຍສາອາກອນ, ການນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບ, ສົ່ງເສີມຄວາມຍຸຕິທຳ, ຫລຸດລາຍຈ່າຍງົບປະມານ ທີ່ນຳໃຊ້ໃນວຽກງານກວດກາລົງ, ສ້າງຄວາມໄວ້ເນື້ອເຊື່ອໃຈຈາກຜູ້ເສຍອາກອນ.

ຊຸດ​ອົບຮົມ​ຄັ້ງ​ນີ້, ຜູ້ທີ່ເຂົ້າຮ່ວມໄດ້ຮັບຟັງ ແລະ ຮຽນຮູ້ບົດຮຽນສາກົນຈາກຊ່ຽວຊານ ທີ່ປະສົບການ ເພື່ອຮຽນຮູ້, ແລກປ່ຽນບົດຮຽນໃນຫລາຍຫົວຂໍ້ ເປັນຕົ້ນ ການທົບທວນຄືນການຈັດຕັ້ງປະຕິບັດ ວຽກງານກວດກາໄລ່ລຽງ ຂອງກົມສ່ວຍສາອາກອນໃນປີ 2024 ທີ່ຜ່ານມາ (ບັນຫາສຳຄັນ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດ ລະບຽບການກວດກາໄລ່ລຽງທີ່ມີການປັບປຸງ), ຄວາມເປັນມາ ແລະ ເຫດຜົນໃນການບໍລິຫານຄວາມສ່ຽງ ໃນການປະຕິບັດ ລະບຽບການດ້ານສ່ວຍສາອາກອນ (CRM); ສິ່ງສໍາຄັນກ່ຽວກັບການອອກແບບ ແລະ ການຈັດຕັ້ງປະຕິບັດໂຄງການ (CRM); ໂຄງການ/ຂອບວຽກງານ ການຄຸ້ມຄອງຄວາມສ່ຽງ ໃນການປະຕິບັດລະບຽບ ການດ້ານສ່ວຍສາອາກອນ.

​ໂອກາດ​ນີ້, ທ່ານຮອງຫົວໜ້າກົມສ່ວຍສາອາກອນ ຍັງໄດ້ເນັ້ນໃຫ້ສຳມະນາກອນ ຕ້ອງໄດ້ຍົກສູງຄວາມເອົາໃຈໃສ່ດ້ວຍຄວາມຮັບຜິດຊອບ ໃນແຕ່ລະຫົວຂໍ້ທີ່ຊ່ຽວຊານສະເໜີ, ຖ້າຫາກມີປະເດັນໃດທີ່ຍັງບໍ່ຊັດເຈນ ແມ່ນໃຫ້ສຳມະນາກອນເຈາະຈີ້ມ ແລະ ຕັ້ງຄຳຖາມ ເພື່ອໃຫ້ສາມາດແລກປ່ຽນບົດຮຽນຈາກຊ່ຽວຊານ ເພື່ອມາດັດປັບເຂົ້າໃນ ການຈັດຕັ້ງປະຕິບັດຕົວຈິງ ໃນໜ້າວຽກຂອງບັນດາທ່ານ ໃຫ້ມີຜົນສໍາເລັດດີ​ຂຶ້ນ.

ຂໍ້​ມູນ-ພາບ: ກະຊວງການເງິນ

KPL

ຂ່າວອື່ນໆ

    • ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍວັດທະນະທຳ-ສັງຄົມ

      ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍ

      2/17/2025 2:14:49 PM

      ຂປລ. ໃນລະຫວ່າງວັນທີ 10 ກຸມພາ ຫາ 7 ມີນາ 2025 ທີມງານຄົ້ນຄວ້າເກັບກຳຂໍ້ມູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູຈາກ ຫລວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ ຈະເດີນທາງ ໄປໂຮງຮຽນປະຖົມໃນ 30 ເມືອງເປົ້າໝາຍ ເພື່ອກໍານົດການປະຕິບັດ ການສອນທີ່ມີຄຸນນະພາບ ນໍາໄປສູ່ການເພີ່ມຂຶ້ນ ຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການປັບປຸງຜົນການຮຽນ

    • ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມວັດທະນະທຳ-ສັງຄົມ

      ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມ

      2/17/2025 2:06:26 PM

      ຂປລ. ໃນວັນທີ 13-14 ກຸມພາ 2025 ຜ່ານມາ, ສະຖາບັນເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ໂດຍມີບັນດານັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ກົມກອງລວມໝູ່ ແລະ ພາກສ່ວນຕ່າງໆ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ເປັນຈຳນວນຫລາຍ.

    • ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊວັດທະນະທຳ-ສັງຄົມ

      ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊ

      2/17/2025 1:59:16 PM

      ຂປລ. ກອງປະຊຸມປຶກສາຫາລື ຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ຜ່ານມາ ໂດຍມີ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສະເໜີ ຈຸນລະມະນີ ກໍາມະການ ສນຊ, ຜູ້ຮັບຜິດຊອບໂຄງການ ສິນເຊື່ອກາກບອນຂອງ ສນຊ, ມີບັນດາຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ-ປ່າໄມ້, ຜູ້ຕາງໜ້າບໍລິສັດ vnv

    • ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5ວັດທະນະທຳ-ສັງຄົມ

      ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5

      2/17/2025 1:53:57 PM

      ຂປລ. ວັນທີ 14 ກຸມພາ 2025 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະນຳ ແຂວງບໍລິຄຳໄຊ ລົງຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ກັບ ແຂວງບຶງການ ຣາຊະອານາຈັກໄທ ໂດຍມີ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທແຫ່ງທີ 5 ໃຫ້ການຕ້ອນຮັບ.

    • ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງວັດທະນະທຳ-ສັງຄົມ

      ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງ

      2/14/2025 5:54:46 PM

      ຂປລ. ສານປະຊາຊົນສູງສຸດ ມອບລົດຕູ້ ຈຳວນ 01 ຄັນ ໃຫ້ສານທະຫານຂັ້ນສູງ ໃນວັນທີ 14 ກຸມພາ 2025 ຕາງໜ້າມອບໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະ ພະນັກງານ ວິຊາການທັງສອງພາກສ່ວນເຂົ້າຮ່ວມ.

ads
ads

Top