ຮວຜທ ຕ້ອນຮັບພາກສ່ວນຕ່າງໆ ເຂົ້າອວຍພອນໂອກາດວັນສ້າງຕັ້ງກອງທັບ

21/01/2025 14:36
Email Print 631
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະ​ພັກ-ຄະນະອໍານວຍ​ການ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ນໍາ​ໂດຍ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ​ແລະ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມ​ຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມອວຍພອນ ​ແລະ ມອບ​ເຄື່ອງ​ຊ່ວຍ​ເຫລືອ ຈໍານວນ​ໜຶ່ງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ ແລະ ປີໃໝ່ ສາກົນ 2025 ຈາກ​ພາກສ່ວນ​ຕ່າງໆ.


ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະ​ພັກ-ຄະນະອໍານວຍ​ການ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ນໍາ​ໂດຍ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ​ແລະ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມ​ຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມອວຍພອນ ​ແລະ ມອບ​ເຄື່ອງ​ຊ່ວຍ​ເຫລືອ ຈໍານວນ​ໜຶ່ງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ ແລະ ປີໃໝ່ ສາກົນ 2025 ຈາກ​ພາກສ່ວນ​ຕ່າງໆ.

ພາກສ່ວນ​ທີ່​ເຂົ້າ​ອວຍພອນ​ຄັ້ງ​ນີ້ ປະກອບ​ມີ: ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເສດຖາ ​ເຂົ້າ​ອວຍພອນ ​ແລະ ​ມອບ​ປຶ້ມແຕ່ງບົດສອນ ຈຳນວນ 138 ຫົວ, ບໍລິສັດ ຮ່ວມທຶນສຳພັນໄຊ ມາຍນິ້ງ ຈຳກັດ ມອບເສື້ອກິລາ ມູນຄ່າ​ເກືອບ 5 ລ້ານກີບ, ປກຊ ກຸ່ມບ້ານ ແລະ ບ້ານຮາກຖານ, ນາຍບ້ານ ບ້ານນາໄຫ ພ້ອມຄະນະ ຕ່າງ​ກໍ​ໄດ້ອວຍພອນອັນປະເສີດ ມາ​ຍັງໃຫ້ຄະນະພັກ ຄະນະອຳນວຍການ ພະນັກງານນັກຮົບ ທົ່ວໂຮງຮຽນ ​ເນື່ອງ​ໃນ​ໂອກາດ​ວັນ​ສໍາຄັນ​ດັ່ງກ່າວ.

ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ​ໄດ້​ຕາງໜ້າຄະນະພັກ, ຄະນະອຳນວຍການ, ພະນັກງານນັກຮົບ ທົ່ວໂຮງຮຽນ ຮວຜທ ສະແດງຄວາມຂອບໃຈ ມາ​ຍັງທຸກພາກສ່ວນທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ແລະ ນຳເອົາຄຳອວຍພອນອັນປະ ເສີດ ເຂົ້າມາອວຍພອນໃນຄັ້ງນີ້, ພ້ອມທັງອວຍພອນ​ແຕ່​ລະ​ພາກສ່ວນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມກັນເຮັດສຳເລັດໜ້າທີ່ ຕາມການມອບໝາຍຂອງຂັ້ນເທິງ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

ads
ads

Top