ເອີຣົບ ພວມເຂົ້າສູ່ວິກິດການພະລັງງານຄັ້ງໃໝ່

21/01/2025 12:22
Email Print 161
ຂປລ ທ່ານ ​ໂອ​ບັນ ວິກ​ໂ​ຕ, ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຣົງ​ກາ​ຣີ ​ກ່າວ​ວ່າ: ເອີ​ຣົບ​ ພວມ​ເຂົ້າສູ່ ​ວິ​ກິດ​ການ ພະ​ລັງ​ງານ​​ ຄັ້ງໃໝ່, ຮົງ​ກາ​ຣີ ​ບໍ່​ຄວນ​​ຕົກ​ຢູ່​ໃນ​ວິ​ກິດ​ການ​ເທື່ອ​ນີ້.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ໂອບັນ ວິກຕ, ນາຍົກລັດຖະມົນຕີ ຣົງກາຣີ ກ່າວວ່າ: ເອີຣົບ ພວມເຂົ້າສູ່ ວິກິດການ ພະລັງງານ​​ ຄັ້ງໃໝ່, ຮົງກາຣີ ບໍ່ຄວນ​​ຕົກຢູ່ໃນວິກິດການເທື່ອນີ້. ປັດຈຸບັນ, ອູແກຣນ ໄດ້ປິດທໍ່ສົ່ງ ອາຍແກັທຳມະຊາດ ໄປສູ່ເອີຣົບ, ລັດຖະບານ ອາເມລິກາ ພັດດຳເນີນການລົງໂທດ ຮອບໃໝ່ ຕໍ່ບໍລິສັດນ້ຳມັນເຊື້ອໄຟ ຂອງຣັດເຊຍ ແລະ ແຊັກບີ, ປັດໄຈເຫລົ່ານີ້ ໄດ້ເຮັດໃຫ້ລາຄາພະລັງງານ​​ ປັບສູງຂຶ້ນຕື່ມອີກຢູ່ ເອີຣົບ.ພ້ອມກັນນັ້ນ, ກະຊວງ ເສດຖະກິດ ແຫ່ງຊາດ ຮົງກາຣີ ອອກຖະແຫລງການວ່າ: ມາດຕະການ ທີ່ກ່ຽວຂ້ອງ ຂອງອູແກຣນ ແລະ ການ​​ລົງໂທດຮອບໃໝ່ ຂອງ ສ.ອາເມລິກາ ພາໃຫ້ລາຄານ້ຳມັນ ເຊື້ອໄຟ ສູງຂຶ້ນ ຢ່າງຫລວງຫລາຍ. ປັດຈຸບັນ, ນ້ຳມັນດິ20% ຫາ 30% ຂອງຮົງກາຣີ ອາໄສການນຳເຂົ້າ, ການເໜັງຕິງ ຂອງຕະຫລາດພາຍນອກ ຈະກະທົບເຖິງ ລາຄານ້ຳມັນດິບ​​ ຂອງຮົງກາຣີ ໂດຍກົງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top