ລາຄາພະລັງງານປັບສູງຂຶ້ນອີກເຮັດໃຫ້ຄອບຄົວທຳມະດາໃນອັງກິດ ມີຄວາມກົດດັນຫລາຍຂຶ້ນ

21/01/2025 12:21
Email Print 165
ຂປລ ລາ​ຄາ​ພະ​ລັງ​ງານ​ ປັບຕົວສູງ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ, ນັບ​ແຕ່​ ເດືອນ​ຕຸ​ລາ ​ປີ​ກາຍ​ນີ້ ​ເປັນ​ຕົ້ນ​ມາ, ​ອັງ​ກິດ ​ໄດ້​ປັບ​ເສັ້ນ​ເພ​ດານ ​ຂອງລ​າ​ຄາ​ ພະ​ລັງ​ງານ ພາຍ​ໃນ​ປະ​ເທດ​ໃຫ້​ສູງ​ຂຶ້ນ ​ປະ​ມານ 10%, ເຮັດໃຫ້ ​ຄອບ​ຄົວ​ທຳ​ມະ​ດາ ​ຈຳ​ນວນ​ຫລວງ​ຫລາຍ ​ຢູ່ອັງ​ກິດ​ ມີ​ຄວາມກົດ​ດັນ​ ຫລາຍ​ຂຶ້ນ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ລາຄາພະລັງງານ ປັບຕົວສູງຂຶ້ນ ຢ່າງຕໍ່ເນື່ອງ, ນັບແຕ່ ເດືອນຕຸລາ ປີກາຍນີ້ ເປັນຕົ້ນມາ, ​ອັງກິດ ໄດ້ປັບເສັ້ນ ເພດານ ຂອງລຄາ ພະລັງງານ ພາຍໃນປະເທດໃຫ້ສູງຂຶ້ນ ປະມານ 10%, ເຮັດໃຫ້ ຄອບຄົວທຳມະດາ ຈຳນວນຫລວງຫລາຍ ຢູ່ອັງກິດ ມີຄວາມກົດດັນ ຫລາຍຂຶ້ນ.ໃນບັນດາ ປະເທດ ເອີຣົບ, ອັງກິດ ແມ່ນປະເທດໃຫຍ່ ອັນດັບ 2​ ທີ່ອາໄສ ອາຍແກັທຳມະຊາດ ໃນການໃຊ້ອາຍອຸນ​, ຂະນະດຽວກັນ, ກໍ່ແມ່ນປະເທດ ໃຫຍ່ອັນດັບ 5 ​ທີ່ອາໄສ ອາຍແກັທຳມະຊາດ ໃນການຜະລິດໄຟຟ້າ. ປີກາຍນີ້, ຄະນະກຳມະການວິກິດ ການພະລັງງານ ອັງກິດ ເຄີຍກ່າວເຕືອນວ່າ, ຍ້ອນການ​​ໃຊ້ ອາຍອຸ່ນ ຂອງພົນລະເມືອງ ແລະ ໂຮງງານ ຜະລິດ​​ໄຟຟ້າ ຂອງອັງກິດອາໄສ ອາຍແກັທຳມະຊາດໃນລະດັບສູງ, ອັງກິດ ອາດຈະປະສົບກັບສະພາບ ການທີ່ຕົ້ນທຶນ ພະລັງງານສູງຂຶ້ນ ຢ່າງຫລວງຫລາຍ ພາຍໃນເວລາສັ້ນອີກເທື່ອໜຶ່ງ, ເຊິ່ງເລື່ອງນີ້ ຈະພາໃຫ້ປະຊາຊົນ ຜະເຊີນໜ້າ ກັບວິດກິດການ ຮ້າຍແຮງ ຂຶ້ນຕື່ມໃນດ້ານຄ່າ ໃຊ້ຈ່າຍ ໃນຊີວິດ ການເປັນຢູ່​.​ ແຕ່ສະພາບ ການແບບນີ້ ບໍ່ຫ່ອນ ຈະຮັບການແກ້ໄຂ ໄດ້ພາຍໃນໄລຍະສັ້ນ​, ຄາດວ່າ, ຮອດເດືອນ ເມສາປີນີ້, ເສັ້ນເພດານ ດ້ານລາຄາພະລັງງານ ຂອງອັງກິດອາດຍັງຈະສູງຂຶ້ນ 3% ຕື່ມອີກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top